ສຳເລັດ ງານສັບປະດາດິຈີຕ໋ອນລາວເນັ້ນຜູ້ໄດ້ຮັບລາງວັນຫໃ້ສືບຕໍ່ພັດທະນາສູ່ຂັ້ນອາຊຽນ ແລະສາກົນ

75

ພາຍຫຼັງທີ່ເປີດ ງານສັບປະດາດິຈິຕ໋ອນ ແຫ່ງຊາດ (Lao Digital Week 2022) ມາເປັນເວລາ 5 ວັນ ນັບແຕ່ວັນທີ 21-25 ທັນວາ 2022 ທີ່ຫໍປະຊຸມແຫ່ງຊາດ ກໍຖືວ່າສຳເລັດໄປດ້ວຍດີ ເຊິ່ງຕະຫຼອດການດຳເນີນງານກໍມີຫຼາຍກິດຈະກຳສຳຄັນ ທີ່ປິ່ນອ້ອມວຽກງານເຕັກໂນໂລຊີ ແລະ ການສື່ສານ. ເຊິ່ງໃນຕອນບ່າຍຂອງວັນທີ 25 ທັນວາ ກໍໄດ້ມີພິທີປິດຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ບໍ່ວຽງຄຳ ວົງດາລາລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 8 people, people standing, suit and indoor
ທ່ານ ບໍ່ວຽງຄຳ ວົງດາລາລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວປິດພິທີວ່າ: ຕະຫຼອດໄລຍະເວລາ 5 ວັນ ງານສັບປະດາດິຈິຕ໋ອນ ແຫ່ງຊາດ (Lao Digital Week 2022) ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ມີຫຼາກຫຼາຍກິດຈະກໍາທີ່ໄດ້ຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ ໃນງານປີນີ້ ພວກເຮົາໄດ້ຮັບກຽດຢ່າງສູງຕ້ອນຮັບພະນະທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມພິທີເປີດ ແລະ ສຳຄັນຢ່າງຍິ່ງ ທີ່ໄດ້ຮັບກຽດ ຢ່າງສູງຈາກພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເສຍສະລະເວລາ ເຂົ້າຮ່ວມໂອ້ລົມກອງປະຊຸມພະນັກງານການນຳລະດັບສູງ ແລະ ໄດ້ກ່າວຄຳເຫັນຊີ້ນຳ ກ່ຽວກັບການຫັນເປັນດິຈິຕອນ ຂອງ ສປປ ລາວ ການແຂ່ງຂັນໂຕ້ວາທີ, ແຂ່ງຂັນ Lao ICT and Innovation Award ແລະ ການແຂ່ງຂັນ Lao Cybersecurity Hacking Challenge ມີຜູ້ເຂົ້າຮ່ວມແຂ່ງຂັນ ຫຼາຍກວ່າ 50 ທີມ ແລະ ມີຜູ້ເຂົ້າຊົມງານ ຫຼາຍກວ່າ 1.000 ຄົນ.May be an image of 1 person, standing and indoorໃນມື້ນີ້ຊຶ່ງເປັນວັນສຸດທ້າຍຂອງ ງານສັບປະດາດິຈິຕອນ 2022 ໄດ້ມີການມອບລາງວັນ ໃຫ້ຜູ້ຊະນະເລີດການແຂ່ງຂັນ ໂຕ້ວາທີ, ແຂ່ງຂັນ Lao ICT and Innovation Award ແລະ ການແຂ່ງຂັນ Lao Cybersecurity Hacking Challenge. ສຳລັບ ທີມ ທີ່ບໍ່ໄດ້ຮັບລາງວັນ ກໍ່ຂໍໃຫ້ສືບຕໍ່ພັດທະນາ ຜະລິດຕະພັນຂອງຕົນໃຫ້ດີຍິ່ງຂື້ນ ແລະ ເຂົ້າຮ່ວມປະກວດໃນປີຕໍ່ໄປ.May be an image of 4 people, people standing and text that says '1 KANTAN'ສຳລັບຜູ້ໄດ້ຮັບລາງວັນ ກໍ່ໃຫ້ສືບຕໍ່ພັດທະນາໃຫ້ຜະລິດຕະພັນດິທີ່ສຸດ ເພື່ອກະກຽມເຂົ້າປະກວດໃນລະດັບອາຊຽນ ແລະ ສາກົນ ພ້ອມກັນນັ້ນ ໃຫ້ສາມາດບໍລິການແກ່ສັງຄົມລາວເຮົາໄດ້ນຳໃຊ້ຢ່າງສະດວກ. ຜົນສຳເລັດຂອງງານສັບປະດາດິຈິຕ໋ອນ 2022 ແມ່ນຍ້ອນການປະກອບສ່ວນຂອງທຸກພາກສ່ວນ ຄື ການນຳທຸກຂັ້ນ ແລະ ທຸກຂະແໜງການ, ຜູ້ໃຫ້ການສະໜັບສະໜູນທັງພາຍໃນ ແລະ ຕ່າງປະເທດ, ບໍລິສັດຫ້າງຮ້ານ, ຜູ້ຊ່ຽວຊານຈາກຫຼາຍຂົງເຂດ, ນັກຮຽນນັກສຶກສາ ຈາກຫຼາຍສະຖາບັນ ຊຶ່ງສົມກັບຄຳຂັວນ ຂອງງານຄັ້ງນີ້ວ່າ: “ການຮ່ວມມື ທົ່ວສັງຄົມເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ” (Collaboration Across Lao Digital Transformation).