ກວດກາເຂັ້ມງວດ ຮ້ານຮັບຊື້ເຫຼັກເສດ ຕ້ອງຫັນສູ່ລະບຽບກົດໝາຍກັນບັນຫາຂີ້ລັກ

66

ເດັກມ້າຍຸກນີ້ຫຼາຍ ຄົນຕົກວຽກກໍຫຼາຍ ສິນຄ້າລາຄາແພງຂອງຫຼາຍຄົນຖືກລັກໄປຂາຍເປັນເຫຼັກເສດກໍ່ບໍ່ໜ້ອຍ ສະນັ້ນ ເພື່ອຕີຖອຍບັນຫາດັ່ງກ່າວ ໃນແຂວງສະຫວັນນະເຂດ ເຈົ້າໜ້າທີ່ການຄ້າຂອງແຂວງແມ່ນໄດ້ລົງກວດກາຢ່າງເຂັ້ມງວດບັນດາຮ້ານຮັບຊື້-ຂາຍເຫຼັກເສດ ພ້ອມຫັນຮ້ານເຫຼົ່ານີ້ໃຫ້ເຂົ້າສູ່ລະບຽບກົດໝາຍເພື່ອສະດວກໃນການຕິດຕາມຄຸ້ມຄອງ.


ໃນຕອນບ່າຍຂອງວັນທີ 8 ພະຈິກ 2022 ຜ່ານມາ, ເຈົ້າໜ້າທີ່ ກວດກາການຄ້າທີ່ຂຶ້ນກັບພະ ແນກ ອຸດສາຫະກຳ-ການຄ້າແຂວງ, ເຊິ່ງນຳໂດຍທ່ານ ໄຊຍະເດດ ຜຸຍ ຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ຮອງ ຫົວໜ້າພະແນກດັ່ງກ່າວ ພ້ອມ ດ້ວຍພະນັກ ງານວິຊາການ ຈາກຂະແໜງການຄ້າພາຍໃນ ພ້ອມດ້ວຍເຈົ້າໜ້າທີ່ທະບຽນການ ຄ້າໄດ້ພ້ອມກັນລົງເຄື່ອນ ໄຫວ ຕິດຕາມ, ກວດກາບັນດາຮ້ານ ເກັບຊື້ ແລະຈຳໜ່າຍເຫຼັກເສດຢູ່ ພາຍໃນນະຄອນໄກສອນພົມວິຫານ.
ຜ່ານການເກັບກຳ ຕົວຈິງພົບເຫັນຈຳນວນຮ້ານຕົວ ຈິງທັງໝົດ 30 ຮ້ານ, ໃນນັ້ນ ເປັນ ຮ້ານຂອງຄົນຫວຽດນາມ 28 ຮ້ານ, ຮ້ານຂອງຄົນຈີນ 1 ຮ້ານ ແລະຮ້ານຂອງຄົນລາວ 1 ຮ້ານ.


ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ ຜ່ານມາການເກັບຊື້ເຫຼັກເສດພາຍ ໃນແຂວງຂອງພວກເຮົາໄດ້ເກີດ ຂຶ້ນຈຳນວນຫຼວງຫຼາຍໂດຍສະ ເພາະຢູ່ໃນເທສະບານນະຄອນ ໄກສອນພົມວິຫານ, ການດຳເນີນ ກິດຈະການຄ້າຂາຍ-ເກັບຊື້ເຫຼັກ ເສດດັ່ງກ່າວ ລ້ວນແລ້ວແຕ່ແມ່ນຂອງຊາວຕ່າງປະເທດເປັນສ່ວນຫຼາຍ ຕໍໍໍ່ກັບບັນດາຫ້າງຮ້ານເກັບຊື້ເຫຼັກເສດ ທີ່ເກີດຂຶ້ນເປັນຈຳນວນ ຫຼວງຫຼາຍນັ້ນ ພາໃຫ້ເກີດຜົນດີ ແລະຜົນເສຍຕາມມາ ເຮັດໃຫ້ເກີດ ປະກົດການຫຍໍ້ທໍ້ໃນສັງຄົມ, ເກີດມີການລັກລອບຊັບສິນສິ່ງ ຂອງທີ່ເປັນຂອງສາທາລະນະໄປ ຂາຍ.

ເຊິ່ງໃນຜ່ານມາ ເຫັນວ່າ ໄດ້ເກີດມີປະກົດການລັກລອບ ແລະສວຍໂອກາດ ໃນການລັກຕັດ ສາຍໄຟຟ້າ, ຫຼັກໄຟຟ້າ, ປ້າຍສັນ ຍານຈະລາຈອນ, ຕະແກງເຫຼັກ ກັນຂີ້ເຫຍື້ອລົງຮ່ອງນ້ຳ ແລະຊັບ ສິນສິ່ງຂອງສາທາລະນະອື່ນໆ ເພື່ອໄປຂາຍໃຫ້ຮ້ານເກັບຊື້ເຫຼັກ ເສດ. ຕໍ່ກັບບັນຫາ ຫຼື ປະກົດ ການ ຫຍໍ້ທໍ້ດັ່ງກ່າວ ແລະເພື່ອເຮັດໃຫ້ການຄຸ້ມຄອງຫ້າງຮ້ານທີ່ເກັບຊື້ ເຫຼັກເສດຫັນເຂົ້າສູ່ລະບຽບກົດໝາຍ ພ້ອມທັງເປັນການຕັດຊ່ອງ ຫວ່າງ ບໍໍ່ໃຫ້ມີຜູ້ສວຍໂອກາດກະ ທຳການດັ່ງທີ່ໄດ້ກ່າວໄວ້ຂ້າງ ເທິງນັ້ນ, ໃນເບື້ອງຕົ້ນທາງພະ ແນກອຸດສາຫະກຳ-ການຄ້າ ແຂວງ ໄດ້ແຕ່ງເຈົ້າໜ້າທີ່ກວດກາ ການຄ້າລົງຕິດຕາມ, ເກັບກຳ ຂໍ້ມູນໂດຍລະອຽດ ເພື່ອກ້າວໄປ ສູ່ການດັດສົມໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍ ແນໃສ່ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ.

Cr: ສະຫວັນພັດທະນາ