ໄອເອັມເອັຟ ປັບຫຼຸດຄາດການຂະຫຍາຍຕົວຂອງເສດຖະກິດອິນເດຍ ລົງເຫຼືອ 6,8% ໃນປີນີ້

34

ສຳນັກຂ່າວຊິນຫົວລາຍງານວ່າ: ກອງທຶນການເງິນລະຫວ່າງປະເທດ ( IMF ) ໄດ້ປັບຫຼຸດຕົວເລກຄາດການເຕີບໂຕທາງດ້ານເສດຖະກິດຂອງອິນເດຍ ໃນປີ 2022 ຈະຢູ່ໃນລະດັບ 6,8% ຫຼຸດລົງຈາກການຄາດການຄັ້ງຜ່ານມາ ເຊິ່ງເມື່ອເດືອນກໍລະກົດຜ່ານມາ IMF ໄດ້ຄາດການຕົວເລກການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນປະເທດ ( ຈີດີພີ ) ຂອງອິນເດຍ ຈະຢູ່ໃນລະດັບ 7,4% ໃນປີ 2022.

May be an image of 6 people and food

ທັງນີ້, ເສດຖະກິດອິນເດຍ ຂະຫຍາຍຕົວ 8,7% ໃນປີງົບປະມານ 2021 – 2022 ( ເດືອນເມສາ 2021 – ມີນາ 2022 ), ໃນຂະນະທີ່ IMF ໄດ້ອອກບົດລາຍງານທ່າອ່ຽງເສດຖະກິດໂລກ ( World Economic Outlook ) ທີ່ເຜີຍແຜ່ເມື່ອບໍ່ດົນມານີ້ ໂດຍຄາດການວ່າເສດຖະກິດຂອງອິນເດຍ ຈະຂະຫຍາຍຕົວ 6,8% ໃນປີ 2022 ຫຼຸດລົງ 0,6% ຈາກຕົວເລກທີ່ຄາດການໄວ້ໃນເດືອນກໍລະກົດ ເຊິ່ງໄດ້ສະແດງໃຫ້ເຫັນວ່າເສດຖະກິດອິນເດຍ ຂະຫຍາຍຕົວຊ້າລົງກວ່າທີ່ຄາດການໄວ້ໃນໄຕມາດທີ 2.

May be an image of 1 person, walking, standing, outdoors and crowd