ພົບຜູ້ຕິດເຊື້ອໂຄວິດໃໝ່ມື້ນີ້ 290 ຄົນ, ຫົວພັນ 60 ຄົນ, ເສຍຊີວິດໃໝ່ 4 ຄົນ

93

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 6 ກຸມພາ ປີ 2022 ວ່າ ມາຮອດ
ວັນທີ 5 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.906 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 290 ຄົນ (ຕິດເຊື້ອພາຍໃນ 281 ຄົນ ແລະ ນໍາເຂົ້າ 9 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 281 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້

ນະຄອນຫຼວງ 36 ຄົນ, ຫົວພັນ 60 ຄົນ, ຊຽງຂວາງ 44 ຄົນ, ສາລະວັນ 20 ຄົນ, ອັດຕະປື 20 ຄົນ, ໄຊຍະບູລີ 18 ຄົນ, ບໍລິຄໍາໄຊ 16 ຄົນ, ສະຫັວນນະເຂດ 11 ຄົນ, ຄໍາມ່ວນ 10 ຄົນ, ເຊກອງ 7 ຄົນ
ວຽງຈັນ 6 ຄົນ, ບໍ່ແກ້ວ 6 ຄົນ, ຫຼວງນໍ້າທາ 5 ຄົນ, ຜົ້ງສາລີ 5 ຄົນ, ອຸດົມໄຊ 5ຄົນ, ຫຼວງພະບາງ 4 ຄົນ, ຈໍາປາສັກ 4 ຄົນ, ໄຊສົມບູນ 4 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 9 ຄົນ ທັງໝົດຈາກ ນະຄອນຫຼວງ 4 ຄົນ, ວຽງຈັນ 4 ຄົນ ແລະ ສະຫວັນນະເຂດ 01 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136.438 ກໍລະນີ, ອອກໂຮງໝໍວານນີ້ 158 ຄົນ, ກຳລັງປິ່ນປົວ 4.478 ຄົນ ແລະ ເສຍຊີວິດສະສົມທັງໝົດ 569 ຄົນ (ເສຍຊິວິດໃໝ່ 04 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 04 ຄົນ ຢູ່ ແຂວງບໍລີຄຳໄຊ 2 ຄົນ, ນະຄອນຫຼວງ 1 ຄົນ ແລະ ໄຊຍະບູລີ 1 ຄົນ.

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ