ພົບຜູ້ເສຍຊີວິດໃໝ່ 10 ຄົນ, ຕິດເຊື້ອໃໝ່ 1.020 ຄົນ

117

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ລາຍງານໃຫ້ບັນດາທ່ານຮັບຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 07 ມັງກອນ ປີ 2022 ວ່າມາຮອດ ວັນທີ 6 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 5.475 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.020 ຄົນ (ຕິດເຊື້ອພາຍໃນ 1018 ຄົນ ແລະ ນໍາເຂົ້າ 02 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.018 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 432 ຄົນ, ຫຼວງພະບາງ 83 ຄົນ, ໄຊຍະບູລີ 80 ຄົນ, ອຸດົມໄຊ 67 ຄົນ, ຫຼວງນໍ້າທາ 62 ຄົນ, ວຽງຈັນ 46 ຄົນ, ຜົ້ງສາລີ 36 ຄົນ, ບໍ່ແກ້ວ 34 ຄົນ, ຊຽງຂວາງ 34 ຄົນ, ຫົວພັນ 32 ຄົນ, ບໍລິຄໍາໄຊ 26 ຄົນ, ໄຊສົມບູນ 23 ຄົນ, ຈໍາປາສັກ 15 ຄົນ

ເຊກອງ 15 ຄົນ, ຄໍາມ່ວນ 12 ຄົນ, ສາລະວັນ 10 ຄົນ, ສະຫັວນນະເຂດ 8 ຄົນ, ອັດຕະປື 3 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 2 ຄົນ ແມ່ນຢູ່ນະຄອນຫຼວງວຽງຈັນ ກໍ່ໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 116.890 ກໍລະນີ, ອອກໂຮງໝໍວານນີ້ 1.435 ຄົນ , ກຳລັງປິ່ນປົວ 7.064 ຄົນ ແລະ ເສຍຊີວິດສະສົມທັງໝົດ 421 ຄົນ (ເສຍຊີວິດໃໝ່ 10 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 10 ຄົນ ຈາກ: ນະຄອນຫຼວງ 7 ຄົນ, ແຂວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 1 ຄົນ.