ສະຖິຕິໃນ SUZUKI CUP 2020 ທີມຊາດລາວ ລົງ 3 ນັດເສຍທັງໝົດ, ຖືກຍິງ 55 ຄັ້ງເສຍ 11 ປະຕູ

260

ເປັນອີກໜຶ່ງປີຂອງ ທີມຊາດລາວ ທີ່ຫາຄໍາວ່າລຸ້ນເຂົ້າຮອບຍັງໄກເຫຼືອເກີນ ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ຫຼັງຈາກລົງສະໜາມໄປແລ້ວ 3 ນັດເສຍໄປທັງໝົດ ເຊິ່ງສະຖິຕິໃນການຍິງລວມທັງໝົດ 3 ນັດຂອງ ທີມຊາດລາວ ຖືກຍິງເຖິງ 55 ຄັ້ງ ແລະ ເສຍເຖິງ 11 ປະຕູ.

ທີມຊາດລາວ ຖືກຈັບໃຫ້ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ ແຊັມເກົ່າ, ມາເລເຊຍ ຮອງແຊັມເກົ່າ, ອິນໂດເນເຊຍ ແລະ ກໍາປູເຈຍ ປາກົດວ່າ: 3 ນັດທີ່ຜ່ານມາທີມຊາດລາວ ເສຍທັງໝົດ ແລະ ຖືກຍິງເຖິງ 55 ຄັ້ງ ( ປະຕູປະຕູ 11 ໜ່ວຍ ) ຄື: ເສຍໃຫ້ ຫວຽດນາມ 0-2 ນັດນີ້ ທີມຊາດຫວຽດນາມ ມີໂອກາດຍິງໃສ່ທີມຊາດລາວ ເຖິງ 17 ຄັ້ງ ( ເຂົ້າເປົ້າ 6 ຄັ້ງ ) ເປັນປະຕູ 2 ໜ່ວຍ, ສ່ວນນັດທີ 2 ເສຍໃຫ້ກັບ ມາເລເຊຍ 0-4 ທີມຊາດລາວ ຖືກຍິງເຖິງ 15 ຄັ້ງ ( ເຂົ້າເປົ້າ 8 ຄັ້ງ ) ເສຍປະຕູ 4 ໜ່ວຍ ແລະ ນັດຫຼ້າສຸດເມື່ອວັນທີ 12 ທັນວາ ທີ່ຜ່ານມາ ເສຍໃຫກັບ ອິນໂດເນເຊຍ 1-5 ນັດນີ້ທີມຊາດລາວ ຖືກຍິງເຖິງ 23 ຄັ້ງ ( ເຂົ້າເປົ້າ 9 ຄັ້ງ ) ເສຍປະຕູ 5 ໜ່ວຍ.

ກົງກັນຂ້າມ ທີມຊາດລາວ ສ້າງໂອກາດຍິງໃສ່ຄູ່ແຂ່ງທັງ 3 ນັດພຽງ 14 ຄັ້ງຄື: ນັດພົບ ຫວຽດນາມ ນັດນີ້ ທີມຊາດລາວ ໄດ້ໂອກາດຍິງ 4 ຄັ້ງ ( ເຂົ້າເປົ້າ 2 ຄັ້ງ ), ນັດພົບ ມາເລເຊຍ ໄດ້ໂອກາດຍິງ 8 ຄັ້ງ (ເຂົ້າເປົ້າ 2 ຄັ້ງ ) ແລະ ນັດຫຼ້າສຸດພົບກັບ ອິນໂດເນເຊຍ ໄດ້ໂອກາດຍິງ 2 ຄັ້ງ ( ເຂົ້າເປົ້າ 1 ຄັ້ງ ) ແລະ ໄດ້ພຽງ 1 ປະຕູ.

ເຮັດໃຫ້ ທີມຊາດລາວ ລົງສະໜາມໄປແລ້ວ 3 ນັດບໍ່ມີຈັກຄະແນນຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມ ເນື່ອງຈາກຍິງໄດ້ພຽງ 1 ປະຕູ ແລະ ເສຍເຖິງ 11 ປະຕູ, ສ່ວນທີມນໍາຕາຕະລາງຄະແນນເປັນ ອິນໂດເນເຊຍ ມີ 6 ຄະແນນເທົ່າກັບອັນດັບ 2 ຫວຽດນາມ ຈາກການລົງແຂ່ງຂັນ 2 ນັດເທົ່າກັນ, ສ່ວນ ມາເລເຊຍ ລົງແຂ່ງຂັນ 3 ນັດມີ 6 ຄະແນນຢູ່ອັນດັບ 3 ແລະ ອັນດັບ 4 ກໍາປູເຈຍ ລົງແຂ່ງ 2 ນັດຍັງບໍ່ມີຈັກຄະແນນ ຍິງໄດ້ 3 ປະຕູ ແລະ ເສຍ 7 ປະຕູ.

ສ່ວນອີກຢ່າງທີ່ຕ້ອງລຸ້ນຄື ການລຸ້ນຊະນະນັດທໍາອິດໃນຮອບຫຼາຍປີໃນລາຍການນີ້ຂອງ ທີມຊາດລາວ ທີ່ເຄີຍຊະນະ ກໍາປູເຈຍ 2-1 ໃນປີ 2004 ລາຍການນີ້, ແຕ່່ຫຼັງຈາກນັ້ນກໍບໍ່ສາມາດຊະນະຄູ່ແຂ່ງໄດ້ເລີຍ ແລະ ດີສຸດເຮັດໄດ້ພຽງສະເໝີ ເຊິ່ງນັດສຸດທ້າຍຂອງປີນີ້ ທີມຊາດລາວ ຈະລົງສະໜາມພົບກັບ ກໍາປູເຈຍ ຄູ່ແຂ່ງທີ່ໃກ້ຄຽງກັນທີ່ສຸດໃນກຸ່ມ B.
ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ