ສ່ອງ 11 ຕົວຈິງທີມຊາດລາວ 2 ນັດທີ່ຜ່ານມາບໍ່ມີການປ່ຽນແປງຄາດນັດພົບ ອິນໂດເນເຊຍ ແລງນີ້…

218

ພາຍຫຼັງ ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນລາຍການ AFF SUZUKI CUP 2020 ຂອງທີມຊາດລາວ ສໍາເລັດໄປແລ້ວ 2 ນັດຄື: ນັດທໍາອິດ ເສຍໃຫ້ ຫວຽດນາມ 0-2 ແລະ ນັດຫຼ້າສຸດເສຍໃຫ້ ອິນໂດເນເຊຍ ຂາດລອຍ 0-4 ເມື່ອວັນທີ 9 ທັນວາ 2021 ເຊິ່ງຮູບເກມທັງສອງນັດຂອງ ທີມຊາດລາວ ແມ່ນບໍ່ມີຫຍັງປ່ຽນແປງ ໂດຍໃນກອງຫຼັງ 5 ຄົນ, ກາງ 2 ຄົນ, ປີກ 2 ຄົນ ແລະ ໜ້າ 1 ຄົນ, ແຕ່ງກັນທີນັດທໍາອິດ ຕັ້ງຮັບ, ສ່ວນນັດທີ 2 ເລີ່ມມີການດັນກອງຫຼັງທັງສອງຂ້າງຂຶ້ນສູງ, ສ່ວນ 11 ຕົວຈິງ ອິນໂດເນເຊຍ ນັດຫຼ້າສຸດທີ່ເອົາຊະນະ ກໍາປູເຈຍ 4-2 ຖືວ່າໂດດເດັ່ນເຖິງຈະຄອງບານໜ້ອຍກວ່າ ແຕ່ເກມໂຕ້ກັບມີປະສິດທິພາບສູງ (ເບິ່ງຄລິບລຸ່ມນີ້)

ຫຼ້າສຸດມື້ນີ້ ທີມຊາດລາວ ຈະລົງແຂ່ງຂັນນັດທີ 3 ຂອງທີມຊາດລາວ ປະຈໍາວັນທີ 12 ທັນວາ 2021 ພົບກອບ ອິນໂດເນເຊຍ ເຊິ່ງກ່ອນແຂ່ງຂັນເຮົາໄປເບິ່ງສະຖິຕິການພົບກັນຂອງທັງສອງທີມ ແນ່ນອນສະຖິຕິນັບແຕ່ປີ 2004 ໃນລາຍການນີ້ ທີມຊາດລາວ ຍັງຊະນະ ອິນໂດເນເຊຍ ບໍ່ໄດ້, ແຕ່ກໍສາມາດສະເໝີໄດ້ 1 ຄັ້ງຈາກທັງໝົດ 5 ຄັ້ງ (ເບິ່ງຄລິບລຸ່ມນີ້)

ລຸ້ນນໍາກັນເບິ່ງວ່າທີມຊາດລາວ ຈະມີການປັບປ່ຽນຫຍັງຕື່ມ ເຊິ່ງຫຼາຍຄົນຄາດວ່າຈະບໍ່ມີການປ່ຽນແປງຫຍັງຫຼາຍ, ສ່ວນ ອິນໂດເນເຊຍ ສະແດງໃຫ້ເຫັນເຖິງຄວາມໂດດເດັ່ນໃນນັດທີ່ເອົາຊະນະ ກໍາປູເຈຍ 4-2 ຕ້ອງຕິດຕາມເບິ່ງນໍາກັນແລງມື້ນີ້ວ່າທີມຊາດລາວ ຈະເຮັດໄດ້ດີປານໃດ.