ວອລເຕີ, ຟັນນີ ແລະ ບິລລີ ຄື 3 ນັກກີລາຕ່າງຊາດເຊື້ອສາຍລາວ ຖືກຮັບຮອງເຂົ້າທີມຊາດລາວ ທາງການ

337

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ປະກາດຢ່າງເປັນທາງການວ່າ 3 ນັກເຕະຕ່າງຊາດເຊື້ອສາຍລາວນໍາໂດຍ ທ້າວ ວອລເຕີ ສະນ້ອຍ ອຸປະຖານາ ( Walter Sanoi ) ນັກກີລາມວຍສາກົນ, ນາງ ຟັນນີ້ ມາລິສາ ໂກຈົວ (Fanny Melissa Cauchois) ນັກກີລາລົດຖີບ ແລະ ທ້າວ ບິລລີ ເກດແກ້ວພົມພອນ ( Billy Ketkeophomphone ) ນັກກີລາບານເຕະ ເຂົ້າມາຮັບໃຊ້ ທີມຊາດລາວ ຢ່າງເປັນທາງການ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ຂຶ້ນປະກາດຂ່າວດີ ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກີລາ-ກາຍຍະກໍາທົ່ວປະເທດປະຈໍາສົກປີ 2016-2020 ແລະ ແຜນພັດທະນາ 5 ປີ ( 2021-2025 ) ເມື່ອທ້າຍເດືອນພະຈິກ 2021 ວ່າ: ວຽກງານທີ່ພົ້ນເດັ່ນທີ່ສຸດໃນປີ 2021 ຄືພວກເຮົາສາມາດດືງນັກກີລາຕ່າງຊາດທີ່ມີເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ ໄດ້ສໍາເລັດ 3 ຄົນ ແລະ ເປັນ 3 ຄົນທໍາອິດໃນປະຫວັດສາດຂອງວົງການກີລາລາວຄື: ( ເບິ່ງບົດລາຍງານຂອງທ່ານໄດ້ທີ່ວີດີໂອລຸ່ມນີ້ )

1.ທ້າວ ວອລເຕີ ສະນ້ອຍ ອຸປະຖານາ ( Walter Sanoi ) ນັກກີລາມວຍສາກົນຊາວອາເມຣິກາເຊື້ອສາຍລາວ ເປັນນັກກີລາເຊື້ອສາຍລາວ ຄົນທໍາອິດ ທີ່ມາຫຼິ້ນໃຫ້ກັບທີມຊາດລາວ ໂດຍທີ່ຜ່ານມາໃນປີ 2021

2.ນາງ ຟັນນີ້ ມາລິສາ ໂກຈົວ (Fanny Melissa Cauchois) ນັກກີລາລົດຖີບເປັນຊາວຝຣັ່ງເຊື້ອສາຍລາວ ເປັນນັກກີລາລົດຖີບປະເພດ Tracking ເຄີຍເຂົ້າຮ່ວມການແຂ່ງຂັນໃນລາຍການ 2021 ຫຼາຍລາຍການ

3.ທ້າວ ບິລລີ ເກດແກ້ວພົມພອນ ( Billy Ketkeophomphone ) ນັກກີລາບານເຕະຊາວຝຣັ່ງເຊື້ອສາຍລາວ ເຊິ່ງເປັນຄົນຫຼ້າສຸດທີ່ມາເປັນນັກເຕະທີມຊາດລາວ ກໍຄື ເຂົ້າຮັບໃຊ້ທີມຊາດລາວ ເຂົ້າຮ່ວມການແຂ່ງຂັນບານເຕະ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022.
ຂ່າວ: ຫຼ້າ MKP; ຮູບຈາກ: ສະຖານທູດອາເມຣິກາ ແລະ ສະຫະພັນບານເຕະແຫ່ງຊາດລາວ