ຫວຽດນາມ ກຽມຕັ້ງກອງທຶນຈັດຊື້ວັກແຊັງປ້ອງກັນໂຄວິດ

306

ສຳນັກຂ່າວຕ່າງປະເທລາຍງາຍວ່າ ກະຊວງການເງິນຂອງຫວຽດນາມໄດ້ອອກຖະແຫຼງການວ່າ: ຫວຽດນາມກຽມຕັ້ງກອງທຶນມູນຄ່າ 25,2 ພັນຕື້ດົງ ຫຼື ປະມານ 1.100 ລ້ານໂດລາສະຫະລັດ ເພື່ອຈັດຊື້ວັກແຊັງປ້ອງກັນໂຄວິດ-19 ຈຳນວນ 150 ລ້ານໂດສ ມາສັກໃຫ້ປະຊາຊົນ.


ລາຍງານລະບຸວ່າ: ກະຊວງການເງິນຂອງຫວຽດນາມໄດ້ສົ່ງແຜນດັ່ງກ່າວໃຫ້ຄະນະລັດຖະບານພິຈາລະນາແລ້ວ ໂດຍເງິນສ່ວນໃຫຍ່ຂອງກອງທຶນດັ່ງກ່າວນີ້ ຈະມາຈາກງົບປະມານຂອງລັດຖະບານ ເຊິ່ງວັກແຊັງທີ່ໄດ້ມາຜ່ານກອງທຶນນີ້ ຈະນຳໄປສັກໃຫ້ປະຊາຊົນປະມານ 75 ລ້ານຄົນ ໃນຈຳນວນປະຊາກອນຂອງຫວຽດນາມທີ່ມີປະມານ 98 ລ້ານຄົນ.


ມາຮອດປັດຈຸບັນຫວຽດນາມໄດ້ສັກວັກແຊັງໃຫ້ປະຊາຊົນແລ້ວ ປະມານ 1 ລ້ານຄົນ ໂດຍໄດ້ຮັບວັກແຊັງປ້ອງກັນໂຄວິດ-19 ປະມານ 2,61 ລ້ານໂດສ ເຊິ່ງສ່ວນໃຫຍ່ຜ່ານໂຄງການໂຄແວັກທີ່ນຳໂດຍອົງການອະນາໄມໂລກ, ປັດຈຸບັນກຳລັງກຽມລົງນາມຊື້ວັກແຊັງນຳບໍລິສັດໄຟເຊີ/ໄບອອນເທັກຈຳນວນ 31 ລ້ານໂດສ.


ເມື່ອປີຜ່ານມາ ຫວຽດນາມເປັນໜຶ່ງໃນບັນດາປະເທດທີ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ດີທີ່ສຸດ ແຕ່ປັດຈຸບັນກຳລັງປະເຊີນກັບການແຜ່ລະບາດຮອບໃໝ່ ໄດ້ແຜ່ລາມອອກສູ່ວົງກວ້າງຢ່າງໄວວາ ເຮັດໃຫ້ມີຜູ້ຕິດເຊື້ອແລ້ວ 1.677 ຄົນນັບແຕ່ທ້າຍເດືອນເມສາຜ່ານມາ ເຮັດໃຫ້ຫຼາຍພື້ນທີ່ຕ້ອງປະກາດລັອກດາວ ໂດຍສະເພາະແຂວງບັກຢາງ ເຊິ່ງເປັນສູນກາງຂອງການແຜ່ລະບາດຮອບໃໝ່ ໄດ້ສັ່ງປິດນິຄົມອຸດສາຫະກຳ 4 ແຫ່ງໄວ້ຊົ່ວຄາວ.


ມາຮອດປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອສະສົມທັງໝົດ 4.720 ຄົນ ແລະ ເສຍຊີວິດ 37 ຄົນ.