ປິດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX

410

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 26 ມີນາ 2021 ທີ່ສະພາແຫ່ງຊາດ (ທາດຫຼວງ) ນະຄອນຫຼວງວຽງຈັນ ພາຍຫຼັງທີ່ດຳເນີນມາເປັນເວລາ 5 ວັນ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ; ບັນດາທ່ານຜູ້ນຳພັກ – ລັດ, ອະດີດການນຳ ຂັ້ນສູງ, ບັນດາສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດປິດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ພາຍຫຼັງໄດ້ດຳເນີນມາເປັນເວລາ 5 ວັນ ດ້ວຍບັນຍາກາດອັນຟົດຟື້ນ ແລະ ເຄັ່ງຮ້ອນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນການພິຈາລະນາຮັບຮອງບັນຫາສຳຄັນພື້ນຖານຂອງປະເທດຊາດ ກໍຄືທ້ອງຖິ່ນ. ກອງປະຊຸມໄດ້ດຳເນີນການເລືອກຕັ້ງເອົາຕຳແໜ່ງສໍາຄັນຕ່າງໆຂອງອົງການອຳນາດແຫ່ງລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ; ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ.

อาจเป็นรูปภาพของ 2 คน และดอกไม้

ພ້ອມດຽວກັນນັ້ນ, ໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ໂຄງປະກອບກົງຈັກຂອງລັດຖະບານ; ຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ປະທານກຳມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກຳມາທິການຂອງສະພາແຫ່ງຊາດ ແລະ ສະມາຊິກລັດຖະບານ ຕາມກົດໝາຍກຳນົດໄວ້.

ການເລືອກຕັ້ງບຸກຄະລາກອນໃນຕຳແໜ່ງສຳຄັນຂອງລັດ, ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການລັດດັ່ງກ່າວມາຂ້າງເທິງນັ້ນ ເປັນບາດກ້າວສໍາຄັນໃນການສືບຕໍ່ບູລະນະລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະອົງການ ໃນ 5 ປີ ຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍຫັນເປັນແຜນງານໂຄງການອັນລະອຽດຂອງແຕ່ລະຂະແໜງການ, ອົງການ ແລະ ຫັນເຂົ້າສູ່ຊີວິດສັງຄົມຢ່າງແທດເຖິງ.

ກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາຮັບຮອງ ແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ 9 ( 2021 – 2025 ), ກອງປະຊຸມສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະບານ ໃນສະພາບການພາກພື້ນ, ສາກົນ ມີຄວາມສັບສົນ, ສະພາບພາຍໃນມີ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ – ເງິນຕາ, ແຕ່ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາກະຊວງ, ອົງການ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກຳນົດໃນແຜນ 5 ປີ ຜ່ານມາ ສຳເລັດຫຼາຍຄາດໝາຍ .

อาจเป็นรูปภาพของ หนึ่งคนขึ้นไป และสถานที่ในร่ม

ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ( 2016 -2020 ) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ ( 2021 – 2025 ) ຂອງອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ສຸມໃສ່ປະກອບຄວາມເຫັນ ແລະ ຮັບຮອງເອົາແຜນເຄື່ອນໄຫວວຽກງານ ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ( 2021 – 2025 ) ຂອງສະພາແຫ່ງຊາດ ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນ 5 ປີຕໍ່ໜ້າ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ຕາງໜ້າໃຫ້ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ອົງການກວດກາແຫ່ງລັດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ປະຈຳຢູ່ແຕ່ລະເຂດເລືອກຕັ້ງຈົ່ງໄດ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ທົ່ວເຖິງ ທັນເວລາ; ຮຽກຮ້ອງມາຍັງທຸກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດຈົ່ງໃຫ້ການຮ່ວມມື, ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນເປັນຈິງ.

ໄປຄຽງຄູ່ກັນນັ້ນ, ສະເໜີໃຫ້ລັດຖະບານ ຈົ່ງຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນໃຫ້ແທດເໝາະກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວວຽກງານ ໃນ 5 ປີ ຕໍ່ໜ້າມີປະສິດທິຜົນສູງຂຶ້ນ ແລະ ສາມາດບັນລຸບັນດາຄາດໝາຍທີ່ໄດ້ກໍານົດໄວ້.

ກອງປະຊຸມສະເໜີມາຍັງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງທາງສັງຄົມ ຈົ່ງເປັນເຈົ້າການໃນການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງບັນດາອົງການອຳນາດລັດ ຕາມສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ກົດໝາຍກຳນົດ ເພື່ອຮັບປະກັນເຮັດໃຫ້ບັນດາເນື້ອໃນທີ່ຖືກຮັບຮອງໃນກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນບັນດາເຜົ່າ.