ຊັບມະຫາໄຊ ພ້ອມລົງທຶນຫຼາຍລ້ານໂດລາ ພັດທະນາເຂດໜອງໝີ ສ້າງເປັນແຫຼ່ງທ່ອງທ່ຽວແບບຍືນຍົງ

374

ພື້ນທີ່ 150 ເຮັກຕາ ເຂດໜອງໝີ ເມືອງປາກງື່ມ ຈະຖືກເນລະມິດໃຫ້ກາຍເປັນສະຖານທີ່ພັກຜ່ອນ ໂດຍບໍລິສັດ ຊັບມະຫາໄຊ ພ້ອມທີ່ຈະລົງທຶນປະມານ 5 ລ້ານໂດລາສະຫະລັດ ພັດທະນາໃຫ້ກາຍເປັນຈຸດນັດພົບຂອງນັກທ່ອງທ່ຽວໃນອະນາຄົດ.

ໃນວັນທີ 24 ມີນາ 2021 ທີ່ພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ກັບ ທ່ານ ນາງ ພານິວັນ ລັດຕະນະໂກສົນ ອໍານວຍການ ບໍລິສັດ ຊັບມະຫາໄຊ ອະສັງຫາລິມະ ຊັບ ຈໍາກັດຜູ້ດຽວ ໂດຍມີ ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນນ້າວ ສານິຈັນ ທີ່ປຶກສາໂຄງການ ພ້ອມດ້ວຍບັນດາທ່ານນາຍບ້ານທີ່ຖືກໂຄງການ ແລະ ສື່ມວນຊົນເຂົ້າຮ່ວມ.

อาจเป็นรูปภาพของ 14 คน, ผู้คนกำลังยืน และสถานที่ในร่ม

ຈຸດປະສົງເຊັນສັນຍາ ເພື່ອເປັນບ່ອນອີງໃຫ້ ບໍລິສັດ ລົງເກັບກໍາຂໍ້ມູນ, ສຶກສາ, ສໍາຫຼວດຄວາມເປັນໄປໄດ້ ໂຄງການສົ່ງເສີມກະສິກໍາປູກຝັງ – ລ້ຽງສັດ ແລະ ທ່ອງທ່ຽວແບບອະ ນຸຮັກ ປະຊາຊົນມີສ່ວນຮ່ວມເຂດໜອງໝີ ເມືອງປາກງື່ມ ນະຄອນຫຼວງ ວຽງຈັນ ໂດຍບໍລິສັດຜູ້ສໍາປະທານວາງເງິນຄໍ້າປະກັນທີ່ 30 ພັນໂດລາສະຫະລັດ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ທ່ານ ນາງ ພານິວັນ ລັດຕະນະໂກສົນ ໄດ້ໃຫ້ຮູ້ວ່າ: ເຂດສໍາປະທານໜອງໝີມີເນື້ອທີ່ປະມານ 150 ເຮັກຕາ, ໃນເບື້ອງຕົ້ນຄາດວ່າຈະເຮັດດ້ານກະສິກໍາໄປກ່ອນ, ຈາກນັ້ນຈຶ່ງຄ່ອຍພັດທະນາເປັນແຫຼ່ງທ່ອງທ່ຽວແບບອະນຸຮັກທໍາມະຊາດ ປະຊາຊົນມີສ່ວນຮ່ວມ ສົ່ງເສີມໃຫ້ປະຊາຊົນໃນພື້ນທີ່ມີອາຊີບ ມີລາຍໄດ້ ໂດຍທາງບໍລິສັດຈະມີວິຊາການມາຈາກຕ່າງປະເທດ ແລະ ວິຊາການພາຍໃນ ປະສານສົມທົບກັນ ຄາດຄະເນງົບປະມານໃນການລົງທຶນທີ່ 5 ລ້ານໂດລາສະຫະລັດ.