ຝຶກອົບຮົມການເພີ່ມທັກສະ ແລະ ກວດສອບພາຍໃນຂອງສະຖາບັນການເງິນ

80

ສູນຝຶກອົບຮົມການເງິນຈຸລະພາກ ( MFC ) ຮ່ວມກັບ ສູນການຝຶກອົບຮົມເພື່ອພັດທະນາອົງກອນ ( ODC ) ແລະ ສູນໄອທິມ ( i – team ) ຈັດຝຶກອົບຮົມການເພີ່ມທັກສະ ແລະ ການກວດສອບພາຍໃນໃຫ້ແກ່ສະຖາບັນການເງິນຈຸລະພາກໃນທົ່ວປະເທດ. ຈຸດປະສົງເພື່ອຍົກລະດັບຄວາມຮູ້ – ຄວາມສາມາດຂອງຜູ້ບໍລິຫານ ກໍຄືພະນັກງານຂອງສະຖາບັນການເງິນ ໃນຂະແໜງການກວດສອບໄດ້ໃຫ້ມີຄວາມເຂົ້າໃຈເພີ່ມຕື່ມ ລວມທັງເຕັກນິກ ແລະ ວິທີການຕ່າງໆ ເພື່ອເຮັດແນວໃດໃຫ້ການກວດສອບມີປະສິດທິພາບສູງສຸດ.

ອາຈານ ສົມສັກ ແສນທະວີສຸກ ຜູ້ອໍານວຍການສູນຝຶກອົບຮົມການເງິນຈຸລະພາກ ( MFC ) ໃຫ້ຮູ້ວ່າ: ສໍາລັບການຝຶກອົບຮົມໃນຫົວຂໍ້ການກວດສອບພາຍໃນ ຫຼື Audit Intelligent Technique ເຊິ່ງບັນດາສໍາມະນາກອນທີ່ເຂົ້າຮ່ວມຈະໄດ້ລົງເລິກລາຍລະອຽດໃນແຕ່ລະຫົວຂໍ້ຍ່ອຍ ເປັນຕົ້ນແມ່ນ: 1). ພາບລວມຂອງການຄວບຄຸມ ແລະ ການກວດສອບພາຍໃນ; 2). ຫຼັກການຂອງຂະບວນການກວດສອບພາຍໃນ; 3). ປະເພດຂອງການກວດກາ – ກວດສອບ ແລະ ທັກສະການກວດສອບຢ່າງມີປະສິດທິພາບ; 4). ການວາງແຜນການກວດສອບ; 5). ປະເພດການສໍ້ໂກງ ແລະ ເຕັກນິກສໍາລັບການດັກຈັບການສໍ້ໂກງ; 6). ກໍລະນີສຶກສາ ແລະ ກິດຈະກໍາກ່ຽວກັບວິທີການກໍານົດການດັກຈັບການສໍ້ໂກງອື່ນໆ.

ໂອກາດນີ້, ຜູ້ບໍລິຫານຈາກສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ ໃຫ້ທັດສະນະວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້ດັ່ງກ່າວ ເຊິ່ງຖືວ່າເປັນຄວາມຮູ້ໃໝ່ໃຫ້ແກ່ທີມງານພວກເຮົາໃນການຈັດຕັ້ງປະຕິບັດວຽກງານກວດສອບ ໂດຍສະເພາະແມ່ນເຕັກນິກ – ວິທີການຕ່າງໆທີ່ຄູຝຶກເພິ່ນໄດ້ຍົກມາໃຫ້ເຫັນເຖິງບົດຮຽນ ແລະ ການນໍາໃຊ້ຕົວຈິງ.

ການຝຶກອົບຮົມດັ່ງກ່າວ ດໍາເນີນໄປເປັນເວລາສອງວັນ ( 10 – 11 ຕຸລາ 2019 ) ຜ່ານມາ, ທີ່ສະຖາບັນ      ການທະນາຄານ ນະຄອນຫຼວງວຽງຈັນ ໂດຍມີວິທະຍາກອນຈາກປະເທດໄທ ອາຈານ ສິຣິສັກ ມານິດກຸນາ ( Sirisak Manitkuna ) ຜູ້ຊ່ຽວຊານດ້ານການກວດສອບພາຍໃນຈາກປະເທດໄທ, ອາຈານ ບຸນສືບ ປັນຍາ ຜູ້ຊ່ຽວຊານດ້ານການບໍລິຫານ ແລະ ຄະນະຄູຝຶກທີ່ມີປະສົບການດ້ານການກວດສອບພາຍໃນຕົວຈິງຫຼາຍກວ່າ 10 ປີ ພ້ອມດ້ວຍສໍາມະນາກອນຫຼາຍກວ່າ 30 ຄົນ ຈາກບັນດາສະຖາບັນການເງິນໃນທົ່ວປະເທດເຂົ້າຮ່ວມ.

ຂ່າວ – ຮູບ: ສົມສະຫວິນ