ເຕັກນິກການປູກໝາກແຕງ

154

ໝາກແຕງເປັນພືດເຄືອໃຫ້ໝາກຊະນິດໜຶ່ງທີ່ຄົນລາວນິຍົມບໍລິໂພກ ສາມາດນໍາໄປປຸງແຕ່ງ ຫຼື ກັບແກ້ມໄດ້ຫຼາກຫຼາຍ ທີ່ສໍາຄັນເປັນໝາກໄມ້ທີ່ບໍ່ມີລົດຊາດຫວານ, ບັນດາສາວໆທີ່ກໍາລັງຄວບຄຸມນໍ້າໜັກ ໝາກແຕງຖືວ່າເປັນທາງເລືອກທີ່ດີອັນໜຶ່ງໃຫ້ແກ່ເຂົາເຈົ້າ.

ເອື້ອຍ ຫຼ້ານ້ອຍ ປະຊາຊົນບ້ານສຸວັນນະພູມ ເມືອງປາກລາຍ​ ແຂວງໄຊຍະບູລີ ທີ່ມັກບໍລິໂພກໝາກແຕງເປັນຊີວິດຈິດໃຈຈົນເລີ່ມລົງມືປູກໄວ້ກິນເອງ ແຕ່ຜົນໄດ້ຮັບເກີນຄາດໄວ້ ເນື່ອງຈາກການປູກໝາກແຕງໃຊ້ເວລາບໍ່ດົນກໍສາມາດເກັບກ່ຽວຜົນຜະລິດໄດ້ ຈາກທີ່ປູກໄວ້ສະເພາະກິນເອງ ກໍຂະຫຍາຍອອກເປັນການປູກຂາຍ ສ້າງລາຍຮັບເຂົ້າຄອບຄົວ ນັບວ່າເປັນອາຊີບຫຼັກທີ່ສ້າງລາຍໄດ້ເຂົ້າຄອບຄົວເລີຍກໍວ່າໄດ້. ດັ່ງນັ້ນ, ຄວາມຮູ້ກະສິກຳໃນມື້ນີ້ກໍບໍ່ພາດທີ່ຈະສອບຖາມເອົາເຕັກນິກການປູກພືດດັ່ງກ່າວມາໃຫ້ທ່ານຜູ້ອ່ານໄດ້ສຶກສານໍາກັນ ເຊິ່ງເອື້ອຍ ຫຼ້ານ້ອຍ ກ່າວໃຫ້ຮູ້ເຖິງເຕັກນິກການປູກໝາກແຕງແບບຫຍໍ້ໆວ່າ:

1 ການກຽມດິນ:

ຂຸດ ຫຼື ໄຖດິນຕາກແດດໄວ້ ປະມານ 7 – 10 ມື້, ແປງໜານກວ້າງ ປະມານ 1 ແມັດ ສ່ວນຄວາມຍາວສາມາດກໍານົດຕາມພື້ນທີ່ໆມີໄດ້ ພ້ອມຂຸດຂຸມກຽມປູກໄລຍະຫ່າງລະຫວ່າງຕົ້ນ 60 – 80 ຊັງຕີແມັດ ແລະ ລະຫວ່າງແຖວ 1 ແມັດ. ຫຼັງຈາກນັ້ນ, ໃສ່ປຸ໋ຍຮອງພື້ນສູດ 15 – 15 – 15 ໃນອັດຕາ 30 – 50 ກິໂລຕໍ່ໄລ່, ໃນບາງບ່ອນອາດໃຊ້ຖົງຢາງຫຸ້ມເພື່ອເກັບຄວາມຊຸ່ມ.

2 ການປູກ:

ຫຼັງຈາກກຽມດິນແລ້ວ ກໍນໍາເບ້ຍໝາກແຕງທີ່ກ້າໄວ້ໂດຍມີໃບແທ້ປະມານ 4 – 5 ໃບ ລົງປູກໃນຂຸມທີ່ກຽມໄວ້.

3 ການດູແລຮັກສາ:

ຫຼັງຈາກນໍາເບ້ຍລົງປູກຕ້ອງໃຫ້ນໍ້າທັນທີ ພ້ອມທັງຫົດເຊົ້າ – ແລງ ເມື່ອຕົ້ນມັນໃຫຍ່ຂຶ້ນກໍຕ້ອງໄດ້ຄໍານວນເພື່ອສາມາດໃຫ້ນໍ້າໄດ້ທົ່ວເຖິງໄດ້ ແຕ່ກໍຕ້ອງກວດເບິ່ງບໍ່ໃຫ້ມີຄວາມຊຸ່ມຫຼາຍເກີນໄປ ເພາະອາດເຮັດໃຫ້ຮາກເນົ່າໄດ້.

4 ການໃສ່ປຸ໋ຍ:

ໃນໄລຍະໝາກແຕງອອກດອກ ເຊິ່ງໃຊ້ເວລາປະມານ 25 ມື້ ໃຫ້ໃສ່ປຸ໋ຍສູດ 15 – 15 – 15 ຫຼື 12 – 24 – 12 ຫຼັງໃສ່ປຸ໋ຍທຸກຄັ້ງຕ້ອງຄູນດິນຂຶ້ນ ພ້ອມໃຫ້ນໍ້າ ເຊິ່ງຈາກການປູກມາໃຊ້ເວລາພຽງເດືອນກວ່າກໍສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ.

อาจเป็นรูปภาพของ ข้อความ