ກະສິກຳ ຂາດບຸກຄະລາກອນຊ່ຽວຊານຍ້ອນຫຍັງແທ້ ຕ້ອງເບິ່ງຊ່ວຍກັນ

206

ປະເທດເຮົາມີປະຊາກອນຫຼາຍກວ່າເຄິ່ງໜຶ່ງແມ່ນປະກອບອາຊີບເປັນຊາວກະສິກອນ ແລະ ໃນມໍ່ໆມານີ້ລັດຖະບານໄດ້ຍົກເອົາກະສິກຳເປັນ 1 ໃນ 3 ຂະແໜງການບຸລິມະສິດທີ່ຕ້ອງສົ່ງເສີມ ເພື່ອປະກອບສ່ວນຫຼຸດຄວາມທຸກຍາກຂອງປະຊາຊົນ ແຕ່ໃນເບື້ອງຂອງບຸກຄະລາກອນຊ່ຽວຊານສະເພາະດ້ານພັດວ່າຍັງຂາດແຄນ ບັນຫານີ້ເກີດຈາກສາເຫດໃດແທ້ເຮົາມາເບິ່ງຄຳຕອບກັນ.

 

ในภาพอาจจะมี หนึ่งคนขึ้นไป, พื้นหญ้า, รองเท้า, เด็ก, ต้นไม้, สถานที่กลางแจ้ง และธรรมชาติ

ເປັນພຽງພາບປະກອບຂ່າວ

 

ກະສິກຳເປັນຂະແໜງການໜຶ່ງທີ່ບ້ານເຮົາຍັງມີທ່າແຮງຫຼາຍ ຄວາມຕ້ອງການຂອງຕະຫຼາດກໍ່ຫຼາຍໃນພາກລັດເອງກໍ່ຍັງຂາດແຄນຜູ້ທີ່ມີຄວາມຮູ້ດ້ານນີ້ທີ່ສາມາດເປັນທີ່ເພິ່ງ ແລະ ນຳພາປະຊາຊົນໄດ້ ໃນເວລາດຽວກັນຖ້າປະກອບອາຊີບເອງກໍ່ຍ່ອມຍັງມີອະນາຄົດທີ່ສົດໃສເພາະພືດຜັກ ແລະ ທາດຊີ້ນຄວາມຕ້ອງການບໍລິໂພກມີເພີ່ມຂຶ້ນໃນແຕ່ລະປີ ເຖິງແນວໃດກໍ່ຕາມການພັດທະນາບຸກຄະລາກອນທີ່ຊ່ຽວຊານສະເພາະດ້ານກະສິກຳຍັງບໍ່ທັນຕອບຕອບສະໜອງໄດ້ເທື່ອ ເຊິ່ງເລີ່ມຈາກຄ່ານິຍົມຂອງນັກສຶກສາສ່ວນຫຼາຍບໍ່ມີຄວາມສົນໃຈຢາກຮຽນວິຊາກະສິກຳ ແລະ ໃນພາກການສຶກສາທີ່ລົງເລິກກໍ່ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງໜ້າທີ່ວຽກງານຕົວຈິງ.

 

ເປັນພຽງພາບປະກອບຂ່າວ

 

ຕໍ່ກັບບັນຫາດັ່ງກ່າວ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃນກອງປະຊຸມສາມັນສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການສ້າງບຸກຄະລາກອນຂອງວິທະຍາໄລ, ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ຍັງບໍ່ທັນເຊື່ອມໂຍງ ຢ່າງກົມກຽວກັບຕະຫຼາດແຮງງານ (ຜູ້ຈ້າງງານ) ສະແດງອອກໃນແຕ່ລະປີ ມີນັກສຶກສາຮຽນຈົບດ້ານກະສິກໍາ, ປ່າໄມ້ ແລະ ການປະມົງເຫັນວ່າມີຫຼາຍສົມຄວນ, ຂໍ້ມູນການປະກອບອາຊີບຍັງບໍ່ທັນມີການສຳຫຼວດ ແລະ ເກັບກຳຢ່າງເປັນລະບົບແຕ່ຍັງສັງເກດເຫັນວ່າ ນັກສຶກສາທີ່ຮຽນຈົບມາແມ່ນຕ້ອງການຢາກເຂົ້າເຮັດວຽກນຳອົງການຈັດຕັ້ງລັດເປັນຈຳນວນຫຼາຍ ແລະ ຍັງຂາດຄວາມໝັ້ນໃຈໃນການປະກອບອາຊີບດ້ວຍຕົນເອງ; ບາງສ່ວນຍັງຂາດຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດກົນໄກຮ່ວມມື, ການປະສານງານ ແລະ ນິຕິກຳຕ່າງໆ.

 

 

ການສ້າງວິຊາການ ສະເພາະດ້ານຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕົວຈິງເຊັ່ນ: ຂາດໝໍດິນ, ສັດຕະວະແພດ, ປະມົງ, ໝໍພືດ ຊ່ຽວຊານທາງດ້ານກວດກາພັນເຂົ້າ, ສາລີ, ເຜືອກມັນ, ພືດໃຫ້ໝາກ, ສັດຕະວະແພດ ເຫັນວ່າຍັງມີຈຳນວນຈຳກັດ. ສູນ, ສະຖາບັນບໍລິການເຕັກນິກແຂວງ, ຂັ້ນເມືອງຍັງບໍ່ທັນມີຄວາມເຂັ້ມແຂງ, ບໍ່ທັນສາມາດຈັດຕັ້ງປະຕິບັດຕາມໜ້າທີ່ພາລະບົດບາດຂອງຕົນ ໂດຍສະເພາະໃນການຖ່າຍທອດເຕັກໂນໂລຊີໃໝ່ໃນການຜະລິດກະສິກຳແບບທັນສະໄໝໃຫ້ແກ່ຊາວກະສິກອນ.

 

ในภาพอาจจะมี พื้นหญ้า, สถานที่กลางแจ้ง และธรรมชาติ

ເປັນພຽງພາບປະກອບຂ່າວ

 

ທ່ານກ່າວຕື່ມອີກວ່າ: ສຳລັບຫຼັກສູດການກໍ່ສ້າງວິຊາການລົງເລິກສະເພາະດ້ານ: ເຂົ້າ, ສາລີ, ເຜືອກມັນ, ພືດຜັກ, ຢາງພາລາ, ໄມ້ໃຫ້ໝາກ, ສັດຕະວະແພດ ຂອງສະຖາບັນການສຶກສາຢູ່ໃນປະເທດຍັງບໍ່ທັນຈັດຕັ້ງປະຕິບັດເປັນຮູບປະທຳ; ຫຼັກສູດສ່ວນໃຫຍ່ ບໍ່ໄດ້ມີວິຊາ ຫຼື ການສົ່ງເສີມທັກສະການເປັນຜູ້ປະກອບການ, ການຊອກຫາແຫຼ່ງທຶນ ແລະ ການເຂົ້າເຖິງທີ່ດິນການຜະລິດ.

 

ในภาพอาจจะมี หนึ่งคนขึ้นไป, พื้นหญ้า, ท้องฟ้า, ต้นพืช, สถานที่กลางแจ้ง และธรรมชาติ

ເປັນພຽງພາບປະກອບຂ່າວ

 

ນອກນີ້, ການກໍ່ສ້າງນັກວິຊາການຂອງ 5 ສະຖາບັນການສຶກສາທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ມີທ່າອ່ຽງຫຼຸດລົງ ເນື່ອງຈາກຄ່ານິຍົມຂອງນັກສຶກສາສ່ວນຫຼາຍບໍ່ມີຄວາມສົນໃຈຢາກຮຽນວິຊາກະສິກຳ, ກະສິກຳແມ່ນທາງເລືອກສຸດທ້າຍຂອງນັກສຶກສາ ທີ່ບໍ່ສາມາດສອບເສັງເຂົ້າຮຽນໃນບັນດາວິທະຍາໄລ ຫຼື ໃນສະຖາບັນການສຶກສາແຫ່ງຕ່າງໆ ສຸດທ້າຍຈຶ່ງເລືອກຮຽນສາຍກະສິກຳ, ວຽກງານການແນະແນວການປະກອບອາຊີບພາຍຫຼັງຮຽນຈົບຍັງບໍ່ໄດ້ດີ, ການຮັບຮອງຂອງຕະຫຼາດບໍ່ແນ່ນອນ, ນັກສຶກສາທີ່ຮຽນຈົບມໍ7 ໄປສຶກສາຕໍ່ຢູ່ຕ່າງປະເທດດ້ວຍທຶນຕົນເອງຫຼາຍຂຶ້ນ ໂດຍສະເພາະຢູ່ ສປ ຈີນ ແລະ ສສ ຫວຽດນາມ.

 

ເປັນພຽງພາບປະກອບຂ່າວ

 

ນອກນັ້ນ, ເບ້ຍລ້ຽງນັກສຶກສາຂອງສະຖາບັນການສຶກສາທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ແມ່ນຍັງໄດ້ຮັບ 60.000 ກີບ/ເດືອນ ສຳລັບລະບົບຊັ້ນກາງ, 70.000 ກີບ ສຳລັບຊັ້ນສູງ. ເຊິ່ງປັດຈຸບັນແມ່ນຢູ່ໃນຂັ້ນຕອນການສະເໜີຂໍອະນຸມັດຈາກກະຊວງການເງິນ ເພື່ອປະຕິບັດຕາມອັດຕາໃໝ່ 200.000 ກີບ/ເດືອນ ຕາມຂໍ້ຕົກລົງສະບັບເລກທີ 50/ນຍ ລົງວັນທີ 24 ມິຖຸນາ 2016.

 

ເປັນພຽງພາບປະກອບຂ່າວ