ບໍລິສັດ ລ້ານຊ້າງມີເນໂຣນສ໌ ໄດ້ຮັບນ້ຳມັນ ແລະ ຫີນຂຽວຄືນ

108

ໃນວັນທີ 30 ກໍລະກົດຜ່ານມານີ້, ທີ່ສະໂມສອນກອງບັນຊາການ ປກສ ເມືອງວິລະບູລີ ໄດ້ຈັດພິທີມອບຄືນນ້ຳມັນ, ຫີນຂຽວ ( ຫີນແຮ່ທອງ ) ແລະ ວັດຖຸຂອງກາງບາງຈຳນວນ ທີ່ໄດ້ຈາກການປະຕິບັດວຽກງານການສະກັດກັ້ນປາກົດການຫຍໍ້ທໍ້ໃນເຂດໂຄງການບໍ່ຄຳ – ທອງເຊໂປນ ເມືອງວິລະບູລີ ເພື່ອຄືນໃຫ້ແກ່ ບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ ໂດຍການເປັນກຽດເຂົ້າຮ່ວມໃນພິທີມອບ – ຮັບຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ      ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີ, ມີ ທ່ານ ສະໝານ ອະເນກາ ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງມີເນໂຣນສ໌, ມີຜູ້ຈັດການໃຫຍ່ ບໍລິສັດ ຊືເຟີງຈີຫຼົງ ຂຸດຄົ້ນບໍ່ຄຳຈຳກັດ, ຜູ້ຈັດການໃຫຍ່ຂອງ ບໍລິສັດ ລ້ານຊ້າງມີເນໂຣນສ໌, ຄະນະກອງບັນຊາການ ປກສ ເມືອງວິລະບູລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ພັນໂທ ບຸນເຫຼືອ ມະນີລາ ຮອງຫົວໜ້າກອງບັນຊາການ ປກສ ເມືອງວິລະບູລີ ກໍໄດ້ຂຶ້ນຜ່ານບົດລາຍງານຂອງຄະນະກຳມະການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມຂັ້ນເມືອງ ນັບແຕ່ວັນທີ 01/01/2019 ໂດຍສັງເຂບວ່າ: ເຊິ່ງນັບແຕ່ວັນທີ 1/1/2019 ທົ່ວເມືອງ ມີຄະດີທີ່ເກີດຂຶ້ນທັງໝົດ 200 ລາຍ, ສາມາດກັກຕົວຜູ້ກະທຳຜິດໄດ້ 227 ຄົນ ຍິງ 90 ຄົນ ( ເປັນຄົນຕ່າງປະເທດ 2 ຄົນ ), ຢຶດຂອງກາງໄດ້ເປັນປະເພດຫີນຂຽວ ນ້ຳໜັກ 23.348 ກິໂລ, ນ້ຳມັນຂຽວ 3.860 ລິດ, ທໍ່ຢາງດຳ 10 ທໍ່, ກັກລົດຈັກທີ່ດັດແປງສະພາບ ຈຳນວນ 590 ຄັນ, ລົດໃຫຍ່ຈຳນວນ 6 ຄັນ.

ຕໍ່ກັບການແກ້ໄຂຄະດີທີ່ເກີດຂຶ້ນນີ້, ທາງຄະນະ ປກສ ເມືອງ ໄດ້ທຳການເປີດຊຸດດັດສ້າງສຶກສາອົບຮົມ ແລະ ປ່ອຍຕົວແລ້ວ 225 ຄົນ, ສົ່ງໃຫ້ ປກສ ແຂວງດຳເນີນ 1 ລາຍ, ມີຜູ້ຖືກຫາ 2 ຄົນ, ມີເຄື່ອງຂອງກາງເປັນຫີນຂຽວ 14 ໂຕນ ( ເກັບຮັກສາໄວ້ຢູ່ທີ່ສາງ ປກສ ເມືອງ ), ສ່ວນລົດໃຫຍ່ຍີ່ຫໍ້ກະບະລຸ້ນຟອດເຣນເຈີ ສີຂາວ 1 ຄັນ, ເງິນກີບ 102 ລ້ານກີບ, ເງິນດົງ 3,2 ລ້ານດົງ ແມ່ນໄດ້ສົ່ງໃຫ້ ປກສ ແຂວງສະຫວັນນະເຂດແລ້ວ.

ສຳລັບຂອງກາງທີ່ເກັບກູ້ໄດ້ຈາກການປະຕິບັດວຽກງານສະກັດກັ້ນປາກົດການຫຍໍ້ທໍ້ໃນເຂດໂຄງການບໍ່ຄຳ – ທອງເຊໂປນ ເມືອງວິລະບູລີ ທີ່ໄດ້ມີການມອບ – ຮັບໃນຄັ້ງນີ້ ປະກອບມີ: ຫີນຂຽວຈຳນວນ 19.348 ກິໂລ, ນ້ຳມັນຂຽວ 3.860 ລິດ ແລະ ທໍ່ຢາງດຳ ອີກຈຳນວນ 10 ທໍ່ ເຊິ່ງໃຫ້ກຽດມອບໂດຍທ່ານເຈົ້າເມືອງວິລະບູລີ ແລະ ຮັບໂດຍທ່ານຜູ້ຈັດການໃຫຍ່ຂອງ ບໍລິສັດ ລ້ານຊ້າງມີເນໂຣນສ໌.