ປະຊາຊົນເມືອງຕະໂອ້ຍ ໄດ້ຊົມໃຊ້ນໍ້າສະອາດ

48

ໂຄງການເຈາະນ້ຳບາດານ 9 ບໍ່ ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກຂອງແຂວງສາລະວັນ ແລະ ທຶນສົມທົບຈາກປະຊາຊົນ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນເມສາ 2019 ສຳເລັດໃນເດືອນມິຖຸນາ, ຮອດປັດຈຸບັນປະຊາຊົນກວ່າ 3 ພັນຄົນ ໃນເມືອງຕະໂອ້ຍ ໄດ້ຊົມໃຊ້ນ້ຳສະອາດຫຼັງຈາກທີ່ຄອງຄອຍມາຫຼາຍປີ.

ໃນວັນທີ 6 ສິງຫາ ປີ 2019 ນີ້ ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ ທັງເປັນຜູ້ປະສານງານໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ( ທລຍ )ຂອງແຂວງ, ພ້ອມດ້ວຍອະນຸກຳມະການທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງ ໄດ້ລົງກວດກາຕິດຕາມໂຄງການຍ່ອຍຂອງ ( ທລຍ ) ໃນຮອບວຽນທີ 16 ປີ 2019 ທີ່ສຳເລັດ 100% ຢູ່ໃນເມືອງຕະໂອ້ຍ ແຂວງສາລະວັນ.

ໂຄງການຍ່ອຍໃນຮອບວຽນທີ 16 ປີ 2019 ທີ່ຈັດຕັ້ງປະຕິບັດຢູ່ທີ່ເມືອງຕະໂອ້ຍເປັນໂຄງການເຈາະນ້ຳບາດານ ເຊິ່ງມີທັງໝົດ 9 ບໍ່, ມີ 2 ກຸ່ມ ຄື: ກຸ່ມຕະຫຼຸງ ມີ 6 ບໍ່ ມີມູນຄ່າການກໍ່ສ້າງທັງໝົດ 182 ລ້ານກວ່າກີບ. ໃນນັ້ນ, ຊຸມຊົນປະກອບສ່ວນ 7 ລ້ານກວ່າກີບ ແລະ ກຸ່ມປະສົມມີ 3 ບໍ່ ມີມູນຄ່າການກໍ່ສ້າງທັງໝົດ 95 ລ້ານກວ່າກີບ. ໃນນັ້ນ, ຊຸມຊົນປະກອບສ່ວນ 3 ກວ່າກີບ ເຊິ່ງທັງ 2 ກຸ່ມນີ້ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນເມສາ ປີ 2019 ຫາ ເດືອນມິຖຸນາ ປີ2019 ຈຶ່ງສຳເລັດ 100% ເຊິ່ງທັງສອງກຸ່ມບ້ານນີ້ມີທັງໝົດ 7 ບ້ານ, ມີພົນລະເມືອງທັງໝົດ 3.228 ຄົນ ຍິງ 1.629 ຄົນ.

ຈາກນັ້ນ, ທ່ານ ສຸກສະຫວັດ ພິມບຸນຍໍ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຕາງໜ້າໃຫ້ການນຳເມືອງຕະໂອ້ຍ ຮຽກຮ້ອງໃຫ້ປະຊາຊົນ ຈົ່ງພ້ອມກັນປົກປັກຮັກສາບູລະນະສ້ອມແປງໃນເວລາທີ່ມັນເປ່ເພ ແລະ ໃຫ້ມີອະນຸກຳມະການໃນການປັກຮັກສາ ເປັນຕົ້ນແມ່ນ 9 ຂະແໜງການຂອງບ້ານຈົ່ງມີສ່ວນຮ່ວມນຳກັນ, ເປັນເຈົ້າການໃນການປົກປັກຮັກສາ ພ້ອມທັງໃຫ້ແຕ່ລະບ້ານຕ້ອງໄດ້ຕັ້ງເງິນກອງທຶນເພື່ອສະດວກໃນການສ້ອມແປງເວລາມັນເປ່ເພເສຍຫາ ແລະຮຽກຮ້ອງມາຍັງພໍ່ແມ່ປະຊົນຊົນຈົ່ງພ້ອມກັນປຸກລະດົມໃຫ້ແຕ່ລະຫຼັງຄາເຮືອນໄດ້ມີວິດຖ່າຍຂອງຕົນເອງ ເພື່ອຫຼີກເວັ້ນຈາກພະຍາດຕ່າງໆທີ່ຈະເກີດຂຶ້ນໃນຕໍ່ໜ້າ.

ທ່ານ ນາງ ບຸນມີ ຜູ້ປະສານງານໂຄງການ ທລຍ ຂັ້ນບ້ານຍັງໄດ້ໃຫ້ສຳພາດຕື່ມອີກວ່າ: ໂຄງການນີ້ໄດ້ເຂົ້າມາພາຍໃນບ້ານຂອງພວກເຮົາ ເຫັນວ່າພໍ່ແມ່ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນກວ່າແຕ່ກ່ອນ ເພາະວ່າໃນໄລຍະກ່ອນປະຊາຊົນໃນບ້ານໄດ້ໄປຕັກເອົານໍ້າຢູ່ໃນຫ້ວຍທີ່ຫ່າງໄກຈາກບ້ານຕັ້ງ 3 ກິໂລແມັດ, ແຕ່ປັດຈຸບັນນີ້ແມ່ນມີຄວາມສະດວກສະບາຍຫຼາຍຂຶ້ນ ເມື່ອກ່ອນເນື່ອງຈາກວ່າໂຄງການດັ່ງກ່າວໄດ້ມາເຈາະນໍ້າບາດານໃຫ້ເຊິ່ງຕັ້ງຢູ່ໃນບ້ານ ເຮັດໃຫ້ປະຊາຊົນໄດ້ໃຊ້ນໍ້າຢ່າງສະດວກສະບາຍແລະ ສະອາດກວ່າການໃຊ້ນໍ້າຫ້ວຍ.

( ຂ່າວ – ຮູບ: ສິດຕາ ເພັດວົງສາ )