ມາດຕະການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

296

ລັດຖະບານ ກໍຄືກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາໃຊ້ບາງມາດຕະການທີ່ເໝາະສົມ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາສິນຄ້າໃຫ້ຢູ່ໃນເກນປົກກະຕິ, ມີລາຄາທີ່ສົມເຫດສົມຜົນ ແລະ ໃຫ້ການດໍາເນີນທຸລະກິດຫັນເຂົ້າສູ່ລະບຽບການເທື່ອລະກ້າວ ໂດຍສະເພາະສົ່ງເສີມການທ່ອງທ່ຽວລາວ ເຊິ່ງໄລຍະຜ່ານມາແມ່ນໄດ້ຈັດຕັ້ງປະຕິ        ບັດບົນພື້ນຖານຂະຫຍາຍດໍາລັດ          474/ນຍ ລົງວັນທີ 18 ພະຈິກ 2010, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກນິຕິກຳລຸ່ມກົດໝາຍຈຳນວນຫຼາຍສະບັບ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ເຊັ່ນ: – ໄດ້ອອກບົດແນະນໍາ ວ່າດ້ວຍການຈັດຕັ້ງ ແລະ ປະຕິບັດ ດໍາລັດ 474/ນຍ.

ໄດ້ອອກຂໍ້ຕົກລົງ ວ່າດ້ວຍອົງການຄຸ້ມຄອງລາຄາຂອງຂະແໜງອຸດສາຫະກໍາ ແລະ ການຄ້າ.

ໄດ້ອອກບົດແນະນໍາ ວ່າດ້ວຍການຄຸ້ມຄອງລາຄາເຂົົ້າໃນຂອບເຂດທົ່ວປະເທດ.

ໄດ້ອອກຄໍາສັ່ງແນະນໍາ ວ່າດ້ວຍການຄຸ້ມຄອງລາຄາຊີ້ນງົວ, ໝູ, ໄກ່ ແລະ ປາ ໃນຂອບເຂດທົ່ວປະເທດ.

ໄດ້ອອກແຈ້ງການ ກ່ຽວກັບການຕິດລາຄາສິນຄ້າ ແລະ ຄ່າບໍລິການ.

ໄດ້ອອກຂໍ້ຕົກລົງ ວ່າດ້ວຍການກຳນົດລາຍການສິນຄ້າ, ຄວບຄຸມລາຄາຂອງຂະແໜງອຸດສາຫະກຳ ແລະ ການຄ້າ.

ໄດ້ອອກແຈ້ງການ ກ່ຽວກັບການກໍານົດໂຄງປະກອບລາຄາສິນຄ້າຄວບຄຸມ ( ຕາມບັນຊີ ກ ) ເພື່ອກໍານົດລາຄາຂາຍຍົກ – ຂາຍຍ່ອຍ.

ໄດ້ອອກແຈ້ງການ ກ່ຽວກັບໃຫ້ເປັນເຈົ້າການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ແລະ ດຸນດ່ຽງການສະໜອງ ແລະ ຄວາມຕ້ອງການສິນຄ້າກະທົບໄວ ປະເພດສະບຽງອາຫານ ( ເຂົ້າກິນ, ຊີ້ນ, ປາ, ໄກ່ ແລະ ພືດຜັກຕ່າງໆ ), ການສະໜອງເຄື່ອງອຸປະໂພກ – ບໍລິໂພກ ໃນໄລຍະເທດສະການບຸນປີໃໝ່ລາວ ພ.ສ 2561.

ໄດ້ອອກແຈ້ງການ ກ່ຽວກັບການຄຸ້ມຄອງລາຄາສິນຄ້າໃນໄລຍະວັນບຸນປະເພນີສຳຄັນຂອງຊາດ ແລະ ເທດສະການຕ່າງໆ ປະຈຳປີ 2019.

ອອກແຈ້ງການ ກ່ຽວກັບການຕິດຕາມເກັບກຳ ແລະ ລາຍງານສະພາບການເໜັງຕີງຂອງລາຄາສິນຄ້າໃນທ້ອງຕະຫຼາດ.

ນອກນັ້ນ, ກໍໄດ້ນໍາໃຊ້ມາດຕະການຄຸ້ມຄອງລາຄາ ໂດຍສະເພາະສິນຄ້າຄວບຄຸມ ( ຕາມບັນຊີ ກ ) ຄື:

1  ກຳນົດໂຄງປະກອບລາຄາຂາຍຍົກ – ຂາຍຍ່ອຍ ( ລາຄາຕໍ່າສຸດ – ສູງສຸດ ) ໂດຍສະເພາະສິນຄ້າຄວບຄຸມປະເພດເຂົ້າ, ປະເພດຊີ້ນໝູ, ປະເພດປານິນ ( ກະຊັງ ) ແລະ ພືດຜັກອື່ນໆ ລວມທັງສິນຄ້າປະເພດອຸປະໂພກ – ບໍລິໂພກທົ່ວໄປ ແມ່ນໄດ້ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເປັນຜູ້ຈັດຕັ້ງປະຕິບັດໃນການກຳນົດໂຄງປະກອບລາຄາຕາມການແບ່ງຂັ້ນຄຸ້ມຄອງ ຢູ່ໃນແຕ່ລະຂອດຢ່າງຊັດເຈນ ເຊັ່ນ: ລາຄາຕົ້ນທຶນ ( ຜະລິດຢູ່ພາຍໃນນໍາເຂົ້າຈາກແຂວງໃກ້ຄຽງ ຫຼື ນໍາເຂົ້າຈາກຕ່າງປະເທດ ), ຂອດຂາຍຍົກ ແລະ ຂອດຂາຍຍ່ອຍ ຫຼື ຂອດບໍລິການເພື່ອຫຼີກເວັ້ນປັດໄຈການສວຍໂອກາດຂຶ້ນລາຄາແບບບໍ່ສົມເຫດສົມຜົນ.

ຕົວຢ່າງ: ຢູ່ນະຄອນຫຼວງວຽງຈັນ ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ກໍານົດລາຄາຂາຍຍົກ – ຂາຍຍ່ອຍ ປະເພດຊີ້ນໝູ ຄື:

ລາຄາຂາຍຍ່ອຍລູກຂຽງ: ຊີ້ນໝູ ປະເພດ 1 ( ຊີ້ນກ້ອນ, ຊີ້ນສັນ, ດູກຂ້າງ ) ສູງສຸດບໍ່ໃຫ້ເກີນ 36.000 ກີບຕໍ່ກິໂລ ແລະ ຊີ້ນໝູ ປະເພດ 2 ( ຊີ້ນລວມ ) ລາຄາຂາຍຍ່ອຍສູງສຸດບໍ່ໃຫ້ເກີນ 35.000 ກີບຕໍ່ກິໂລ.

ສ່ວນປານິນ ( ກະຊັງ ) ລາຄາຂາຍຍ່ອຍສູງສຸດບໍ່ໃຫ້ເກີນ 20.000 ກີບຕໍ່ກິໂລ.

2  ກ່ອນຈະປັບຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການໃດໜຶ່ງນັ້ນ ( ສໍາລັບສິນຄ້າຄວບຄຸມ ຕາມບັນຊີ ກ ) ຕ້ອງໄດ້ຮັບການພິຈາລະນາຮັບຮອງຈາກຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຢູ່ຂັ້ນແຂວງ, ນະຄອນຫຼວງວຽງຈັນ ບົນພື້ນຖານຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 71/ນຍ ລົງວັນທີ 06 ຕຸລາ 2017.

3  ໄດ້ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ເປັນເຈົ້າການລະດົມ, ຊຸກຍູ້ຜູ້ປະກອບການສະໜອງສິນຄ້າປະເພດສະບຽງອາຫານທີ່ຈຳເປັນໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ພ້ອມທັງສືບຕໍ່ຕິດຕາມ ແລະ ກວດກາຢ່າງເປັນປະຈໍາໃນທ້ອງຕະຫຼາດຢູ່ພາຍໃນທ້ອງຖິ່ນຂອງຕົນ ດ້ວຍວິທີການແຕ່ງຕັ້ງໝູນວຽນພະນັກງານລົງໄປຕິດຕາມ, ກວດກາ ແລະ ຊີ້ນຳ ເປັນປົກກະຕິ.

4  ນອກຈາກນັ້ນ, ນາຍົກລັດຖະມົນຕີ ກໍໄດ້ອອກຂໍ້ຕົກລົງ ເລກທີ 71/ນຍ ລົງວັນທີ 06 ຕຸລາ 2017 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຜັນຂະຫຍາຍຂໍ້ຕົກລົງ 71/ນຍ ທີ່ໄດ້ກຳນົດໄວ້ຢູ່ໃນ ມາດຕາ 5 ແລະ ມາດຕາ 6 ຂອງຂໍ້ຕົກລົງສະບັບດັ່ງກ່າວ, ກະຊວງອຸດສາຫະກຳ ແລະ ການຄ້າ ( ກົມການຄ້າພາຍໃນ ) ກໍໄດ້ແຈ້ງໃຫ້ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແຕ່ງຕັ້ງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ/ເມືອງ ບົນພື້ນຖານປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ ເພື່ອສະເໜີເຈົ້າແຂວງ/ເຈົ້າຄອງເຊັນອະນຸມັດ.

ມາຮອດປັດຈຸບັນແຕ່ລະແຂວງໄດ້ແຕ່ງຕັ້ງສຳເລັດການສ້າງຕັ້ງຄະນະດັ່ງກ່າວໃນຂອບເຂດທົ່ວປະເທດ ແລະ ຫຼາຍແຂວງ ໄດ້ມີການຈັດກອງປະຊຸມຄັ້ງປະຖົມມະລືກ ເພື່ອປຶກສາຫາລືແບ່ງຄວາມຮັບຜິດຊອບຕາມພາລະບົດບາດຂອງແຕ່ລະຂະແໜງການ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງຈຳປາສັກ, ແຂວງເຊກອງ.

ສຳລັບຂັ້ນສູນກາງ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ ເລກທີ 71/ນຍ ເຊິ່ງຄະນະດັ່ງກ່າວແມ່ນ ທ່ານລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ ແລະ ທ່ານຮອງລັດຖະມົນຕີ ກະຊວງ ອຄ ເປັນຮອງປະທານ ( ທັງເປັນຜູ້ປະຈຳການ ) ພ້ອມດ້ວຍບັນດາ ທ່ານຮອງລັດຖະມົນຕີ ຂອງແຕ່ລະຂະແໜງການປະກອບຢູ່ໃນຄະນະດັ່ງກ່າວ ເພື່ອເປັນເຈົ້າການຮັບຜິດຊອບ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕາມພາລະບົດບາດຂອງຂະແໜງຕົນ.

ພ້ອມດຽວກັນນັ້ນ, ບາງແຂວງມີທ່ານຮອງເຈົ້າເມືອງ ( ຜູ້ຊີ້ນຳວຽກງານເສດຖະກິດ ) ປະກອບເຂົ້າໃນຄະນະຂັ້ນແຂວງ ເພື່ອຄວາມສະດວກໃນການຊີ້ນຳວຽກ ງານ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ.

ນອກຈາກນັ້ນ, ກໍໄດ້ສະເໜີໃຫ້ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນສູນກາງ ຕາມຂໍ້ຕົກລົງ ເລກທີ 71/ນຍ ຊີ້ນຳສາຍຕັ້ງຂອງຕົນ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນ ເພື່ອເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕາມພາລະບົດບາດຂອງໃຜລາວ. ພ້ອມດຽວກັນນັ້ນ, ກໍໃຫ້ເປັນເຈົ້າການໃນການຄຸ້ມຄອງລາຄາອາຫານ ແລະ ຄ່າບໍລິການຕ່າງໆ ເພື່ອສົ່ງເສີມປີທ່ອງທ່ຽວລາວ ເປັນຕົ້ນແມ່ນ:

ການກໍານົດ ແລະ ການຄຸ້ມຄອງລາຄາຫ້ອງພັກ ແລະ ໂຮງແຮມໃຫ້ສົມເຫດສົມຜົນ.

ການກຳນົດ ແລະ ການຄຸ້ມຄອງລາຄາປະເພດອາຫານຢູ່ຕາມຮ້ານອາຫານ ແລະ ສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆ.

ການກຳນົດ ແລະ ການຄຸ້ມຄອງຄ່າເຂົ້າຊົມສະຖານທີ່ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ທໍາມະຊາດ ແລະ ການຄຸ້ມຄອງຄ່າບໍລິການອື່ນໆທີ່ຕິດພັນກັບການທ່ອງທ່ຽວ.

ສະນັ້ນ, ຕໍ່ກັບສະພາບການທີ່ກ່າວມາຂ້າງເທິງນັ້ນ ເວົ້າສະເພາະໃນນາມອະນຸກໍາມະການພັດທະນາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຕັ້ງປະຕິບັດບົນພື້ນຖານຄວາມຮັບຜິດຊອບທີ່ຕິດພັນກັບຂະແໜງການໃນການລົງຊຸກຍູ້ສົ່ງເສີມຕິດຕາມສ້າງຂະບວນການພັດທະນາຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວຕາມພາລະບົດບາດຂອງຕົນ ເຊັ່ນ: ໄດ້ລົງຕິດຕາມການສ້າງຂະບວນການພັດທະນາຜະລິດຕະພັນ ແລະ ການບໍລິການປີທ່ອງທ່ຽວລາວ 2019 ເພື່ອຊຸກຍູ້ສົ່ງເສີມໃນການຜະລິດສິນຄ້າ, ເຄື່ອງສິລະປະຂອງທີ່ລະນຶກທີ່ສາມາດສົ່ງອອກກັບທີ່ ໂດຍສະເພາະແມ່ນສິນຄ້າໂອດ໊ອບທີ່ມີຄຸນນະພາບ ແລະ ລາຄາເໝາະສົມ ເພື່ອສະໜອງໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ລົງຊຸກຍູ້ສົ່ງເສີມວຽກງານວາງສະແດງສິນຄ້າ ແລະ ງານຕະຫຼາດນັດໃຫ້ຜູ້ຈັດງານຕະຫຼາດນັດຢູ່ທ້ອງຖິ່ນ ໄດ້ສ້າງຂະບວນການແຕ່ລະໄລຍະ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018. ນອກນັ້ນ, ຍັງໄດ້ລົງຕິດຕາມສະພາບການຄຸ້ມຄອງລາຄາສິນຄ້າສະບຽງອາຫານປະເພດເຂົ້າ, ຊີ້ນ, ປາ ແລະ ພືດຜັກຕ່າງໆ ລວມທັງສິນຄ້າປະເພດເຄື່ອງອຸປະໂພກ – ບໍລິໂພກ ເພື່ອໃຫ້ຜູ້ປະກອບການຮ້ານອາຫານ, ເຮືອນພັກ ແລະ ໂຮງແຮມ ບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈ ເພື່ອບໍ່ໃຫ້ເອົາລັດເອົາປຽບຜູ້ຊົມໃຊ້ກໍຄືນັກທ່ອງທ່ຽວທີ່ເຂົ້າມາໃຊ້ບໍລິການຢູ່ພາຍໃນປະເທດເຮົາ ເຊິ່ງຄະນະອະນຸກຳມະການໄດ້ລົງຈັດຕັ້ງປະຕິບັດໂຄງການ ໂດຍສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 18 ແຂວງ ໃນຂອບເຂດທົ່ວປະເທດ ເຊິ່ງຜົນໄດ້ຮັບຈາກການລົງຈັດຕັ້ງປະຕິບັດ ມີດັ່ງນີ້:

ສຳລັບວຽກງານຄຸ້ມຄອງລາຄາສິນຄ້າ

ເຮັດໃຫ້ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ ສືບຕໍ່ເອົາໃຈໃສ່ໃນການເຜີຍແຜ່, ແນະນຳໃຫ້ຜູ້ປະກອບການ, ຊາວຄ້າຂາຍທົ່ວໄປ ຮັບຮູ້ກ່ຽວກັບບົດບາດຂອງວຽກງານຄຸ້ມຄອງສິນຄ້າ ແລະ ລາຄາ.

ຜູ້ປະກອບການຢູ່ໃນຕະຫຼາດ, ຫ້າງຮ້ານທົ່ວໄປ ມີຄວາມຕື່ນຕົວໃນການຕິດລາຄາສິນຄ້າເປັນເງິນກີບ, ຕິດສະຫຼາກໃສ່ສິນຄ້າທີ່ວາງຂາຍ ເພື່ອສະດວກໃຫ້ແກ່ຜູ້ຊົມໃຊ້ໄດ້ຊື້ສິນຄ້າ.

ໂດຍລວມແລ້ວລາຄາສິນຄ້າອຸປະໂພກ – ບໍລິໂພກທົ່ວໄປມີຄວາມສະຫງົບຂັ້ນພື້ນຖານ ເປັນຕົ້ນແມ່ນສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ ເຊັ່ນ: ເຂົ້າກິນ, ຊີ້ນ, ປາ, ໄກ່, ພືດຜັກຕ່າງໆ.

ລາຄາສິນຄ້າຢູ່ຕາມຮ້ານອາຫານ, ໂຮງແຮມ ຫຼື ຄ່າຫ້ອງພັກ ແລະ ປີ້ເຂົ້າທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆໄດ້ຮັບການປ່ຽນແປງໃຫ້ດີຂຶ້ນ ເຊິ່ງບໍ່ເປັນການເອົາລັດເອົາປຽບແກ່ນັກທ່ອງທ່ຽວທົ່ວໄປ ໂດຍສະເພາະແມ່ນປະເພດອາຫານຈານດ່ຽວທີ່ກຳລັງເຮັດທົດລອງຢູ່ນະຄອນຫຼວງວຽງຈັນ ໃນປັດຈຸບັນນີ້.

ວຽກງານຄຸ້ມຄອງພັດທະນາ

ຜະລິດຕະພັນສິນຄ້າ

ເຮັດໃຫ້ຜູ້ປະກອບການຫັນມາໃຫ້ ຄວາມສຳຄັນຕໍ່ວຽກງານຜະລິດຕະພັນສິນຄ້າເຄື່ອງຂອງທີ່ເປັນເອກະລັກ, ທີ່ລະນຶກ ກໍຄືສິນຄ້າໂອດ໊ອບທີ່ສາມາດສົ່ງອອກກັບທີ່ ຫຼື ບໍລິການໃຫ້ແກ່ນັກທ່ອງທ່ຽວ ດ້ວຍລາຄາທີ່ສົມເຫດສົມຜົນ ພ້ອມທັງປັບປຸງຄຸນນະພາບຂອງຜະລິດຕະພັນສິນຄ້າເຫຼົ່ານັ້ນໃຫ້ດີຂຶ້ນເປັນກ້າວໆ.

ຜູ້ປະກອບການເອົາໃຈໃສ່ກ່ຽວກັບວຽກງານວາງສະແດງສິນຄ້າ ແລະ ວຽກງານຕະຫຼາດນັດຫຼາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ຜະລິດຕະພັນສິນຄ້າຂອງຕົນອອກສູ່ສັງຄົມກໍຄືນັກທ່ອງທ່ຽວ.

ຫຼາຍແຂວງໄດ້ຈັດກິດຈະກຳຕ່າງໆ ເພື່ອຕ້ອນຮັບປີທ່ອງທ່ຽວລາວຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະແມ່ນບຸນປະເພນີຂອງແຕ່ລະເຜົ່າ ເພື່ອສ້າງຄວາມດຶງດູດໃຫ້ແກ່ນັກທ່ອງທ່ຽວ.

ດ້ານດີ

ໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະພັກ, ຄະນະນຳກະຊວງຕໍ່ວຽກງານໂຄສະນາເຜີຍແຜ່ກ່ຽວກັບວຽກງານປີທ່ອງທ່ຽວລາວ 2018 ຢ່າງກວ້າງຂວາງ.

ອຳນາດການປົກຄອງແຕ່ລະຂັ້ນ, ແຂວງ, ເມືອງ ໄດ້ເປັນເຈົ້າການໃນການຊຸກຍູ້, ຕິດຕາມວຽກງານຄຸ້ມຄອງລາຄາສິນຄ້າ, ວຽກງານໂຄສະນາປີທ່ອງທ່ຽວລາວ ໃຫ້ຂັ້ນທ້ອງຖິ່ນໄດ້ຮັບຊາບຢ່າງທົ່ວເຖິງ.

ເຈົ້າໜ້າທີ່ກວດກາການຄ້າໃນແຕ່ລະຂັ້ນ ໄດ້ລົງຕິດຕາມ, ກວດກາເປັນປົກກະຕິ ຢູ່ຕາມທ້ອງຕະຫຼາດ, ຫ້າງຮ້ານກ່ຽວກັບການຕິດລາຄາສິນຄ້າ, ການຕິດສະຫຼາກໃສ່ສິນຄ້າທີ່ຕົນວາງຈຳໜ່າຍ ຫຼື ການປະຕິບັດລະບຽບການອື່ນໆ.

ຫຼາຍແຂວງໃນທົ່ວປະເທດໄດ້ຈັດຕັ້ງຜັນຂະຫຍາຍວຽກງານປີທ່ອງທ່ຽວລາວ ຢ່າງເປັນຂະບວນຟົດຟື້ນ.

ຫຼາຍແຂວງໄດ້ຈັດງານຕະຫຼາດນັດ ຫຼື ບຸນປະເພນີປະຈຳທ້ອງຖິ່ນ ເພື່ອໂຄສະນາຜະລິດຕະພັນສິນຄ້າຂອງຕົນອອກສູ່ສັງຄົມຢ່າງກວ້າງຂວາງ.

ຂໍ້ຄົງຄ້າງ

ການຄຸ້ມຄອງລາຄາສິນຄ້າ ເຖິງວ່າຈະເຮັດໄດ້ກໍບໍ່ທັນຕໍ່ເນື່ອງ ແລະ ກວ້າງ ຂວາງ.

ບາງແຂວງຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ກິດຈະກຳຕ່າງໆ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2018 ແລະ ປີທ່ອງທ່ຽວ ລາວ – ຈີນ 2019.

ບາງແຂວງ, ການຄຸ້ມຄອງລາຄາສິນຄ້າຕາມຮ້ານອາຫານ, ໂຮງແຮມ, ຄ່າຫ້ອງພັກ ຫຼື ປີ້ທ່ອງທ່ຽວຊົມສະຖານທີ່ຕ່າງໆທີ່ເປັນບໍລິສັດເອກະຊົນສໍາປະທານ ແມ່ນມີຄ່າບໍລິການເຂົ້າຊົມຂ້ອນຂ້າງແພງ.

ການກວດກາ, ຕິດຕາມຂອງເຈົ້າໜ້າທີ່ພາກລັດ ຍັງເຮັດບໍ່ທັນລຽນຕິດ ແລະ ທົ່ວເຖິງ.

ຫຼາຍແຂວງຍັງຂາດການໂຄສະນາແຫຼ່ງທ່ອງທ່ຽວຂອງຕົນ ແລະ ຂາດການປັບປຸງຜະລິດຕະພັນສິນຄ້າຂອງຕົນ.

ການຈັດຕັ້ງປະຕິບັດແຜນການ

ໃນຕໍ່ໜ້າ

 

ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ປະສານສົມທົບກັບບັນດາແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້, ຕິດຕາມ – ກວດກາ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຕາມທິດຊີ້ນຳຂອງຂັ້ນເທິງເປັນແຕ່ລະໄລຍະ ແລະ ໃຫ້ປະຕິບັດຕາມແຜນການທີ່ວາງໄວ້.

ສືບຕໍ່ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການຕາມລາຍການສິນຄ້າຄວບຄຸມລາຄາຂອງຂະແໜງອຸດສາຫະກຳ ແລະ ການຄ້າຄຸ້ມຄອງ ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການຕິດລາຄາສິນຄ້າເປັນເງິນກີບ ແລະ ຕິດສະຫຼາກສິນຄ້າເປັນພາສາລາວ, ຫຼີກລຽງການສວຍໂອກາດຂຶ້ນລາຄາຂອງຜູ້ປະກອບການ ເພື່ອຫວັງຜົນກຳໄລໃນໄລຍະເທດສະການ ແລະ ວັນສຳຄັນຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງລາຄາ.

ສືບຕໍ່ຊຸກຍູ້ໃຫ້ບັນດາແຂວງ ກໍຄືຜູ້ປະກອບການປັບປຸງຜະລິດຕະພັນສິນຄ້າທີ່ເປັນເອກະລັກ, ສິນຄ້າໂອດ໊ອບ, ສິນຄ້າທີ່ລະນຶກ, ປັບປຸງທາງດ້ານລາຄາ, ຄຸນນະພາບຂອງສິນຄ້າໃຫ້ເປັນທີ່ຍອມຮັບຂອງສັງຄົມ ແລະ ນັກທ່ອງທ່ຽວ.

ສືບຕໍ່ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອວາງແຜນການຄຸ້ມຄອງສະຖານທີ່ໃຫ້ບໍລິການ ແລະ ສະຖານທີ່ທ່ອງທ່ຽວ ຕິດພັນກັບການກຳນົດລາຄາ ແລະ ຜະລິດຕະພັນທີ່ມີຄຸນນະພາບຮັບໃຊ້ຕະຫຼາດ ເພື່ອສະໜອງໃຫ້ແກ່ສະຖານທີ່ທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ແລະ ຈະສືບຕໍ່ເອົາໃຈໃສ່ ໂຄສະນາສິນຄ້າລາຄາຖືກ ແລະ ການບໍລິການທີ່ເປັນທຳດ້ວຍການກຳນົດສ້າງເປັນໂຄງການຕົວແບບ ແລ້ວໃຫ້ສັນຍະລັກການບໍລິການທີ່ເປັນທຳແກ່ຜູ້ຊົມໃຊ້.

( ແຫຼ່ງຂໍ້ມູນໂດຍ: ກົມການຄ້າພາຍໃນ )

( ຮຽບຮຽງບົດຄວາມໂດຍ: ພູຄໍາ ຫຼວງສຸພົນ ສູນສະຖິຕິຂໍ້ມູນ ແລະ ຂ່າວສານ ກົມແຜນການ ແລະ ການຮ່ວມມື )