ປະຊາຊົນ 3 ເມືອງ ຈະມີນ້ຳສະໜອງການຜະລິດທັງສອງລະດູ

86

ໂຄງການກໍ່ສ້າງຊົນລະປະທານຫຼາຍແຫ່ງຕັ້ງຢູ່ເມືອງປາກງື່ມ, ໄຊທານີ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ນອນໃນໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ຫຼື ໂຄງການພັດທະນາວຽງຈັນຕອນໃຕ້ ແມ່ນສຳເລັດແລ້ວ 100% ເຊິ່ງຈະສາມາດເຮັດໃຫ້ປະຊາຊົນທີ່ນອນໃນເຂດດັ່ງກ່າວສາມາດເຮັດກະສິກຳໄດ້ທັງລະດູແລ້ງ ແລະ ລະດູຝົນ.

ພິທີມອບ – ຮັບໂຄງການກໍ່ສ້າງຊົນລະປະທານບ້ານສ້າງຫົວບໍ່, ດົງຄວາຍ 1 ແລະ 2, ນາລ້ອງ 3 ແລະ ໝາກຮຽວ ຈັດຂຶ້ນໃນວັນທີ 5 ສິງຫາ 2019 ທີ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອານຸພາບ ຕຸນາລົມ ປະທານຄະນະຊີ້ນຳໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ( ຄຖລ ) ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ Yasushi NEGISHI ຫົວໜ້າທະນາຄານພັດທະນາອາຊີ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ໂຄງການພັດທະນາເຂດວຽງຈັນຕອນໃຕ້ ເປັນອົງປະກອບໜຶ່ງຂອງໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ທີ່ຢູ່ພາຍໃຕ້ຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ໂດຍໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ ( ADB ) ແລະ ທຶນສົມທົບຂອງລັດຖະບານແຫ່ງ ສປປ ລາວ ໂຄງການກໍ່ສ້າງຊົນລະປະທານມີທັງໝົດ 5 ໂຄງການ ແມ່ນສຳເລັດແລ້ວ 100% ເຊິ່ງຈະເຮັດໃຫ້ປະຊາຊົນໃນເຂດພື້ນທີ່ໂຄງການຈະສາມາດນຳໃຊ້ລະບົບຊົນລະປະທານເຂົ້າສູ່ວຽກງານກະສິກຳການປູກ – ການລ້ຽງ, ການພັດທະນາເສດຖະກິດຄອບຄົວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຮອບດ້ານກ້າວຜ່ານຄວາມທຸກຍາກໄດ້ສຳເລັດເທື່ອລະກ້າວຕາມແນວທາງທີ່ລັດຖະບານວາງອອກ.

ທ່ານ ຄຳພະຈັນ ວົງສະນະ ຫົວໜ້າໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ກ່າວວ່າ: ໂຄງການດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັັດທະນາອາຊີ ໃນມູນຄ່າ 36,5 ລ້ານໂດລາສະຫະລັດ, ເປັນເງິນກູ້ຢືມ 24 ລ້ານໂດລາ, ເງິນຊ່ວຍເຫຼືອລ້າ 12,5 ລ້ານໂດລາ ແລະ ທຶນສົມທົບຂອງລັດຖະບານແຫ່ງ ສປປ ລາວ 0,59 ລ້ານໂດລາສະຫະລັດ ເຊິ່ງໄດ້ຮັບອະນຸມັດຈຳນວນເງິນທັງໝົດໃນປີ 2013 ໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ ປະກອບມີ 3 ໂຄງການຍ່ອຍ ຄື: 1. ໂຄງການພັດທະນາເຂດວຽງຈັນຕອນໃຕ້ ແມ່ນຂຶ້ນກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ, 2. ໂຄງການຄູປ້ອງກັນນ້ຳຖ້ວມ ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ ແລະ 3. ໂຄງການສ້າງຕັ້ງ ແລະ ປັບປຸງສູນເຕືອນໄພລ່ວງໜ້າແຫ່ງຊາດ ຂຶ້ນກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນັບແຕ່ມື້ລົງມືປີ 2016 ມາເຖິງປັດຈຸບັນທຸກໜ້າວຽກແມ່ນສຳເລັດທັງໝົດ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຄຸ້ມຄອງນຳໃຊ້.

ທ່ານ ຄຳແສງ ພັດສະລີແສງ ຕາງໜ້າ ບໍລິສັດ ພົງຊັບທະວີ ກໍ່ສ້າງ – ຂົວທາງ ຈຳກັດ ກ່າວວ່າ: ນັບແຕ່ເລີ່ມລົງມືກໍ່ສ້າງແຕ່ລະໂຄງການແມ່ນໄດ້ເອົາໃຈໃສ່ ແລະ ຂຸ້ນຂ້ຽວໃຫ້ສຳເລັດຕາມເວລາ ແລະ ມາດຖານທີ່ສາກົນກຳນົດ ຊົນລະປະທານແຕ່ລະແຫ່ງຈະປະກອບດ້ວຍ 5 ຫົວງານ ເຊິ່ງທັງໝົດຈະສາມາດສະໜອງນ້ຳໄດ້ເຖິງ 1.542 ເຮັກຕາ. ໃນນັ້ນ, ປະກອບມີ: ໂຄງການກໍ່ສ້າງຊົນລະປະທານຢູ່ເມືອງໄຊທານີ 3 ໂຄງການ ( ໂຄງການຊົນລະປະທານ ດົງຄວາຍ 1 ສາມາດສະໜອງນ້ຳໄດ້ 323 ເຮັກຕາ, ດົງຄວາຍ 2 ສະໜອງໄດ້ 151 ເຮັກຕາ ແລະ ສ້າງຫົວບໍ່ 300 ເຮັກຕາ ); ເມືອງປາກງື່ມມີ 1 ໂຄງການ ຊົນລະປະທານໝາກຮຽວ 2 ຈະສາມາດສະໜອງໄດ້ 223 ເຮັກຕາ ແລະ ຊົນລະປະທານ ນາລ້ອງ 3 ເມືອງຫາດຊາຍຟອງ ຈະສາມາດສະໜອງນ້ຳໄດ້ເຖິງ 545 ເຮັກຕາ. ພ້ອມກັນນັ້ນ, ກໍໄດ້ຟື້ນຟູ ແລະ ສ້ອມແປງປະຕູຄວບຄຸມນ້ຳຫ້ວຍເດື່ອ ແລະ ປະຕູຄວບຄຸມນ້ຳຫ້ວຍໝາກຮຽວ ແລະ ກໍ່ສ້າງເສັ້ນທາງຂົນສົ່ງຜົນຜະລິດກະສິກຳ, ທາງເຊື່ອມຕໍ່ຫາໂຄງການ ແລະ ປັກຫຼັກໝາຍຂອບເຂດການຜະລິດກະສິກຳໃນແຕ່ລະຫົວງານ.

( ຂ່າວ – ຮູບ: ສຸລິນ )