ເລີ່ມ 19 ເດືອນນີ້ ເລີ່ມແລ່ນລົດໄຟສາຍກຸງເທບ-ວຽງຈັນ

39

ອີງຕາມລາຍງານຈາກການລົດໄຟແຫ່ງປະເທດໄທໃຫ້ຮູ້ວ່າ: ເສັ້ນາທງເດີນລົດໄຟສາຍໃໝ່ ກຸງເທບ-ວຽງຈັນ ແມ່ນຈະເລີ່ມຂຶ້ນໃນວັນທີ 19 ກໍລະກົດ 2024 ນີ້.

ທັ້ງນີ້ຂະບວນລົດໄຟແມ່ນຈະອອກເດີນທາງຈາກສະຖານີກາງກຸງເທບອະພິວັດໃນເວລາ 9:05 ໂມງ ແລະຈະມາຮອດປາຍທາງທີ່ນະຄອນຫຼວງວຽງຈັນ ສະຖານີຄຳສະຫວາດເວລາ 9:05 ໂມງ ຂອງວັນທີ 20 ກໍລະກົດ.

May be an image of train, railroad and text

ຫຼັງຈາກນັ້ນບັນດານັກທ່ອງທ່ຽວແມ່ນສາມາດເດີນທາງຕໍ່ ເພື່ອທ່ອງທ່ຽວໃນ ສປປ ລາວ ກໍ່ຄືນະຄອນຫຼວງວຽງຈັນດ້ວຍແທັກຊີ ຫຼື ລົດຕູ້ຕ່າງໆຕາມອັດທະຍາໃສ ດ້ວຍໄລຍະທາງຈາກສະຖານີຄຳສະຫວາດຫາຕົວເມືອງວຽງຈັນປະມານ 7 ກິໂລແມັດ.

May be an image of 10 people, train, the Panama Canal and text

ສຳລັບລາຄາລົດໄຟຖ້ຽວດຽວຈາກກຸງເທບຫາວຽງຈັນ ຕາມປະເມີນເບື້ອງຕົ້ນແມ່ນ 300 ບາດ ຫຼື ເທົ່າກັບ 200,000 ກວ່າກີບ ສະເພາະຕູ້ທຳມະດາ ໂດຍຂະບວນລົດໄດັ່ງກ່າວຈະໃຊ້ເວລາເດີນທາງທັງໝົດປະມານ 10 ຊົ່ວໂມງ.