ໂອກາດມາແລ້ວເປີດຮັບສະໝັກ ສາວງາມ ຮ່ວມປະກວດ Miss Grand Laos 2024 ( ຄົນທີ 8 )

0
417

ເປັນຂ່າວດີອີກຄັ້ງສໍາລັບສາວງາມໃນລາວເຮົາ ເມື່ອ Miss Grand Laos ມີສແກຣນລາວ ປະກາດເປີດຮັບສະຫມັກຢ່າງເປັນທາງການ ໂດຍຜ່ານຈັດລະບຸວ່າ: ສາວງາມສັນຊາດລາວ ສະຖານະພາບໂສດ ອາຍຸ ລະຫວ່າງ 18-28 ປີ ສ່ວນສູງ 165 ຊັງຕີແມັດ ຂື້ນໄປ ສາວງາມທີ່ມາພ້ອມຄວາມຫມັ້ນໃຈ ເປັນໂຕຂອງໂຕເອງ ແລະ ກ້າຫານກ້າສະແດງອອກໃນທາງທີ່ຖືກຕ້ອງ ສະຫມັກດ່ວນ ເພາະໂອກາດດີໆມາຮອດແລ້ວ

ສໍາລັບ ຜູ້ທີ່ໄດ້ຊະນະເລີດຈະໄດ້ເປັນ Miss Grand Laos 2024 ຄົນທີ 8 ພ້ອມກັບປະສົບການແບບແກຣນໆ ແລະ ເງິນລາງວັນອີກຢ່າງຫລວງຫລາຍ ພ້ອມທັງເປັນສາວງາມໂຕແທນປະເທດລາວເຂົ້າຮ່ວມການແຂ່ງຂັນເວທີລະດັບໂລກ ທີ່ຄົນທົ່ວໂລກເຝົ້າລໍຄອຍກັບ Miss Grand International 2024 ໃນເດືອນ ຕຸລາ 2024.

ຕິດຕໍ່ເພື່ອສະຫມັກໄດ້ເລີຍຕອນນີ້ ຈົນເຖິງວັນທີ 26/07/2024 ສອບຖາມຂໍ້ມູນເພີ່ມເຕີມ ອິນບັອກ ຫລື WhatsApps +85620 288 022 29 ຜູ້ຖືລິຂະສິດຢ່າງເປັນທາງການ, ບໍລິສັດ ເອສວີ ເທຣດດິງ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ ເຈັດແປດ ຄຣີເອຊັນ ຈຳກັດຜູ້ດຽວ
ຮູບຈາກ: Miss Grand Laos ມີສແກຣນລາວ ແລະ The Next Media

LEAVE A REPLY

Please enter your comment!
Please enter your name here