ນໍ້າທາ ຢູໄນເຕັດ ກາຍເປັນດຽວທີ່ຊະນະລວດ ໃນບານເຕະຊີງຂັນ ສຕລ 2024 ຢູ 16

43

ນໍ້າທາ ຢູໄນເຕັດ ໃນຮຸ່ນອາຍຸບໍ່ເກີນ 16 ປີ ກາຍເປັນສະໂມສອນໜຶ່ງດຽວທີ່ຍັງສະກົດຄໍາວ່າ ສະເໝີ ແລະ ເສຍບໍ່ເປັນ ໃນການແຂ່ງຂັນບານເຕະ ຊີງຂັນ ສຕລ 2024 ຮຸ່ນອາຍຸບໍ່ເກີນ 16 ປີ ( LFF U-16 CHAMPIONSHIP 2024 ) ຈາກຜົນງານລົງສະໜາມ 3 ນັດຊະນະລວດ.


ສະໂມສອນ ນໍ້າທາ ຢູໄນເຕັດ ລົງສະໜາມນັດຫຼ້າສຸດສາມາດບຽດເອົາຊະນະ ຫຼວງພະບາງ ຢູໄນເຕັດ 1-0 ຈາກການຍິງປະຕູໄຊຂອງ ສຸກກັນຍາ ມະນີຄຳ ນາທີໆ 78, ສ່ວນ ເອສະຣາ ເອັຟຊີ ຜູ້ນໍາຕາຕະລາງກ່ອນໜ້ານີ້ພາດທ່າສະເໝີກັບ ທີບີ ບໍ່ແກ້ວ 0-0.
ຈາກຜົນດັ່ງກ່າວເຮັດໃຫ້ ນໍ້າທາ ຢູໄນເຕັດ ເກັບເພີ່ມເປັນ 9 ຄະແນນແຊງຂຶ້ນເປັນທີມນໍາຂອງຕາຕະລາງຄະແນນລວມ ແລະ ກາຍເປັນທີມດຽວທີ່ຍັງຮັກສາສະຖິຕິຊະນະລວດໃນລາຍການນີ້, ສ່ວນ ຈໍາປາສັກ ເອັຟຊີ, ມາສເຕີ 7 ເອັຟຊີ, ເອສະຣາ ເອັຟຊີ ແລະ ຊ້າງນ້ອຍ ເອັຟຊີ ມີ 7 ຄະແນນເທົ່າກັນຈາກ 3 ນັດຊະນະ 2 ແລະ ສະເໝີ 1 ນັດຢູ່ອັນດັບທີ 2, 3, 4 ແລະ 5 ຕາມລໍາດັບ.
ສ່ວນຕາຕະລາງການແຂ່ງຂັນນັດທີ 4 ຂອງລາຍການນີ້ຈະມີຂຶ້ນໃນວັນພຸດທີ 12 ມິຖຸນາ 2024.
ຂ່າວຈາກ: Larh Creators; ຮູບຈາກ: ສຕລ