ບຸນພະຈັນ ຫຼັງພາທີມຄວ້າ 2 ແຊັມທີ່ ກໍາປູເຈຍ ຜົນງານເຂົ້າຕາຖືກ ທີມແຊັມລີກກໍາປູເຈຍ ມອບສັນຍາໃໝ່ໃຫ້ທາງການ

38

ກ່ອນໜ້ານີ້ ບຸນພະຈັນ ບຸນກອງ ກອງໜ້າຫົວໜ້າທີມຊາດລາວ ຊຸດໃຫຍ່ ກາຍເປັນນັກເຕະລາວຄົນທໍາອິດໃນປະຫວັດສາດທີ່ພາ Preah Khan Reach Svay Rieng FC ຄວ້າແຊັມໄດ້ເຖິງ 2 ລາຍການໃນການແຂ່ງຂັນບານເຕະທີ່ປະເທດກໍາປູເຈຍ ໄດ້ແກ່ ກໍາປູເຈຍ ພຣີເມຍລີກ ແລະ ແຊັມລາຍການຊີງຂັນ Hun Sen Cup 2024 ໄປຄອງຢ່າງຍິ່ງໃຫຍ່.

ບຸນພະຈັນ ບຸນກອງ ຕັດສິນໃຈຍ້າຍຈາກ ຊ້າງນ້ອຍ ເອັຟຊີ ແຊັມເປບຊີ ລາວລີກ 1 ລະດູການ 2023 ໄປຢູ່ກັບ Preah Khan Reach Svay Rieng FC ທີມຊັ້ນນໍາໃນລີກສູງສຸດຂອງປະເທດກໍາປູເຈຍ ສາມາດສ້າງຜົນງານຢ່າງໂດດເດັ່ນລົງສະໜາມ 25 ນັດຍິງໄປເຖິງ 11 ປະຕູພາທີມຊະນະ 22, ສະເໝີ 3 ແລະ ເສຍ 2 ນັດຈາກທັງໝົດ 27 ນັດມີ 69 ຄະແນນຄວ້າແຊັມກໍາປູເຈຍ ພຣີເມຍລີກ 2023-2024 ໄປຄອງ, ສ່ວນອັນດັບ 2 ເປັນຂອງ ພະນົມເປັນ ຄລາວ ລົງສະໜາມ 27 ນັດມີ 64 ຄະແນນ.
ເມື່ອບໍ່ດົນມານີ້ທາງສະໂມສອນແຊັມລີກກໍາປູເຈຍ ພຣີເມຍລີກ 2024 ໄດ້ມອບສັນຍາສະບັບໃໝ່ ແລະ ເຊັນສັນຍາຢ່າງເປັນທາງການກັບ ບຸນພະຈັນ ບຸນກອງ ເປັນໄລຍະເວລາອີກ 1 ລະດູການ

ທີມຂ່າວພວກເຮົາໄດ້ຕິດຕໍ່ຫາ ບຸນພະຈັນ ທີ່ຍັງຢູ່ໃນປະເທດກໍາປູເຈຍ ໂດຍລາວເປີດເຜີຍວ່າ: ” ພູມໃຈເປັນທີ່ສຸດທີ່ນ້ອງໄດ້ມາຫຼິ້ນໃນລີກນອກປະເທດຄັ້ງທໍາອິດກໍສາມາດຍາດໄດ້ 2 ແຊັມທີ່ກໍາປູເຈຍ, ການທີ່ໄດ້ມາຫຼິ້ນຢູ່ກໍາປູເຈຍ ນ້ອງສາມາດຍາດໄດ້ຫຼາຍຢ່າງ ແລະ ກະມີຫຼາຍຢ່າງໃຫ້ເຮົາເຫັນ ຢູ່ນີ້ກະຄືໆກັນກັບຢູ່ລາວເຮົາ, ການແຂ່ງຂັນຢູ່ນີ້ເຫັນຫຼາຍໆທີມພັດທະນາຂຶ້ນຫຼາຍ ແຕ່ສິ່ງສຳຄັນຄືການປັບຕົວເຂົ້າກັບທີມ ຈົບໄປລະດູການ 1 ຖືວ່າ ນ້ອງເຮັດໄດ້ດີ ແລະ ສື່ສານກັບທີມ. ຢ່າງໃດກໍຕາມ ນ້ອງຕ້ອງພັດທະນາຕົວເອງຂຶ້ນໄປຕື່ມອີກ ແລະ ຕ້ອງຂໍຂອບໃຈເປັນຢ່າງສູງກັບ Preah Khan Reach Svay Rieng ທີ່ໃຫ້ໂອກາດ ແລະ ຂອບໃຈແຟນບານທີ່ໃຫ້ກໍາລັງໃຈຕະຫຼອດມາ ແນ່ນອນລະດູການຕໍ່ໄປຖ້ານ້ອງຍັງໄດ້ຮັບໂອກາດກໍຈະພ້ອມເດີນໜ້າ ແລະ ພັດທະນາຕໍ່ໄປ ”.

ສໍາລັບ ບຸນພະຈັນ ເກີດວັນທີ 29 ພະຈິກປີ 2000 ເຈົ້າຂອງລວງສູງ 160 ຊັງຕີແມັດ ເກີດທີ່ບ້ານນາແກ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ກາຍເປັນນັກເຕະລາວທີ່ມີຄ່າຕົວສູງທີ່ສຸດໃນຕອນນີ້ ເລີ່ມຕົ້ນຫຼິ້ນໃຫ້ກັບ ສະຫວັນ ຢູໄນເຕັດ ໃນລາວລີກ ກ່ອນທີ່ຖືກ ສະໂມສອນ ຊ້າງນ້ອຍ ເອັຟຊີ ດືງຕົວໄປຮ່ວມທີມ ແລະ ແຈ້ງເກີດໄດ້ຢ່າງຍິ່ງໃຫຍ່ດ້ວຍການພາທີມຄວ້າແຊັມ ລາວລີກ 1 ໄດ້ 2 ປີຕິິດຕໍ່ກັນຄືປີ 2022 ແລະ 2023 ກ່ອນຍ້າຍໄປຫຼິ້ນໃຫ້ກັບສະໂມສອນລີກກໍາປູເຈຍ ຄັ້ງທໍາອິດ, ສ່ວນບົດບາດໃນທີມຊາດລາວ ບຸນພະຈັນ ເຄີຍຕິດທີມຊາດລາວນັບຕັ້ງແຕ່ຢູ 16 ຈົນເຖິງທີມຊາດລາວຊຸດໃຫຍ່ ເປັນຕົວຫຼັກຂອງທີມຊາດລາວທຸກຊຸດ.
ຂ່າວ: Larh Creators; ຮູບຈາກ: Preah Khan Reach Svay Rieng FC