ອິນເທລ ຈະລົງທຶນ 25 ຕື້ໂດລາ ສ້າງໂຮງງານຢູ່ ອິດສະຣາແອນ

23

ເວັບໄຊສຳນັກຂ່າວການລົງທຶນຫວຽດນາມ ລາຍງານວ່າ: ບໍລິສັດ ຊິບ ອິນເທລ ( Chip Intel ) ອາເມຣິກາ ຈະລົງທຶນ 25 ຕື້ໂດລາ ສ້າງຕັ້ງໂຮງງານແຫ່ງໃໝ່ຢູ່ປະເທດອິດສະຣາແອນ ເຊິ່ງໂຄງການດັ່ງກ່າວ ນັບວ່າເປັນການລົງທຶນຂອງຕ່າງປະເທດທີ່ໃຫຍ່ທີ່ສຸດທີ່ມີກ່ອນໜ້ານີ້ ໃນປະເທດພາກພື້ນຕາເວັນອອກກາງ.

ທ່ານ Benjamin Netanyahu ນາຍົກລັດຖະມົນຕີຂອງອິດສະຣາແອນ ໄດ້ເປີດເຜີຍໃຫ້ຮູ້ເມື່ອວັນທີ 18 ມິຖຸນາ ວ່າ: ໂຄງການລົງທຶນຂອງ ອິນເທລ ເປັນຄວາມສຳເລັດທີ່ຍິ່ງໃຫຍ່ ໃນການດຶງດູການລົງທຶນມາເຮັດທຸລະກິດຢູ່ອິດສະຣາແອນ ເຊິ່ງມີມູນຄ່າ 90 ຕື້ເຊເຂລ ຫຼື 25 ຕື້ໂດລາ ເປັນການລົງທຶນຄັ້ງໃຫຍ່ທີ່ສຸດຂອງທຸລະກິດຕ່າງຊາດໃນອິດສະຣາແອນ.

ກະຊວງການເງິນຂອງອິດສະຣາແອນ ກ່າວວ່າ: ໂຮງງານແຫ່ງນີ້ຈະສ້າງຕັ້ງຂຶ້ນທີ່ເມືອງ Kiryat Gat ແລະ ຈະເປີດນຳໃຊ້ໃນປີ 2027. ໂຮງງານຈະນໍາໃຊ້ແຮງງານຫຼາຍກວ່າພັນຄົນ ແລະ ດຳເນີນການຢ່າງນ້ອຍຮອດປີ 2035 ຕາມຂໍ້ຕົກລົງ. ບໍລິສັດ ອິນເທລ ຈະຈ່າຍພັນທະພາສີ – ອາກອນ 7,5% ເຊິ່ງສູງກວ່າລະດັບ 5% ໃນປັດຈຸບັນ.