ອົດສະຕຣາລີ ຈັດງົບ 1,4 ຕື້ໂດລາ ສ້າງເຮືອນຫຼາຍພັນຫຼັງທົ່ວປະເທດ

58

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ລັດຖະບານອົດສະຕຣາລີ ມຸ່ງໝັ້ນທີ່ຈະທຸ່ມເງິນເພີ່ມອີກ 2 ຕື້ໂດລາອົດສະຕຣາລີ ຫຼື ປະມານ 1,4 ຕື້ໂດລາສະຫະລັດ ເພື່ອສ້າງເຮືອນລາຄາບໍ່ສູງຫຼາຍໃນທົ່ວປະເທດຈໍານວນຫຼາຍພັນຫຼັງ.

ການໃຫ້ຄໍາໝັ້ນສັນຍາດັ່ງກ່າວນີ້ ມີຂຶ້ນໃນສະພາບການຂອງຜູ້ຄົນໃນປະເທດ ຕ້ອງດີ້ນຮົນກັບຄ່າຄອງຊີບທີ່ສູງຈາກພາວະເງິນເຟີ້.

ທ່ານ Anthony Albanese ນາຍົກລັດຖະມົນຕີແຫ່ງອົດສະຕຣາລີ ຍໍ້າວ່າ: ການສ້າງທີ່ຢູ່ອາໄສໃຫ້ຫຼາຍຂຶ້ນສຳລັບຊາວອົດສະຕຣາລີ ຖືເປັນເລື່ອງສຳຄັນລະດັບຊາດ ເງິນດັ່ງກ່າວຈະມອບໃຫ້ກັບລັດຖະບານທ້ອງຖິ່ນ ແລະ ເຂດປົກຄອງຕົນເອງໃນອີກ 2 ອາທິດຂ້າງໜ້າ ໂດຍມີຈຸດປະສົງເພື່ອສົ່ງເສີມການຈັດຫາທີ່ຢູ່ອາໄສສາທາລະນະ ສຳລັບຊາວອົດສະຕຣາລີທີ່ຢູ່ໃນແຜນການລໍຖ້າເຮືອນ.

ກ່ອນໜ້ານີ້, ໃນເດືອນພຶດສະພາ ລັດຖະບານອົດສະຕຣາລີ ຍັງກ່າວວ່າຈະໃຫ້ເງິນ 14,6 ຕື້ໂດລາອົດສະຕຣາລີ ຫຼື ປະມານ 10 ຕື້ໂດລາສະຫະລັດ ໃນໄລຍະ 4 ປີ ເຊິ່ງຈັດເຂົ້າໃນງົບປະມານຂອງລັດຖະບານກາງ ເພື່ອສະໜັບສະໜູນຄ່າຄອງຊີບສຳລັບຄອບຄົວ ແລະ ພາກທຸລະກິດ.