ອີກໜຶ່ງລາງວັນ ຣາດູຄານູ ຄວ້າລາງວັນນັກເທັນນິສດາວເດັ່ນຂອງ WTA

194

ຈາກຜົນງານຄວ້າແຊັມແກຣນສະແລມ ຢູເອັສ ໂອເພັນ 2021 ເຮັດໃຫ້ ເອັມມາ ຣາດູຄານູ ນັກເທັນນິສດາວເດັ່ນຊາວອັງກິດ ໄດ້ຮັບລາງວັນນັກເທັນນິສດາວເດັ່ນດີເດັ່ນຂອງ ສະຫະພັນເທັນນິສອາຊີບຍິງ ( WTA ) ປະຈໍາປີ 2021.

ເຊິ່ງຜົນງານໂດດເດັ່ນທີ່ສຸດຄືການຄວ້າແຊັມລະດັບແກຣນສະແລມລາຍການທໍາອິດໃນຊີວິດ ທັງທີ່ເລີ່ມຈາກຮອບຄັດເລືອກ ເຂົ້າໄປຄວ້າແຊັມ ພ້ອມທັງເຮັດໃຫ້ອັນດັບໂລກກະໂດດຂຶ້ນໄປເປັນນັກເທັນນິສມືທີ 19 ຂອງໂລກ ໃນການຈັດອັນດັບຂອງ WTA ໃນປີນີ້.

ຫຼ້າສຸດ ຣາດູຄານູ ນັກເທັນນິສອາຍຸ 19 ປີຖືກໂຫວດໃຫ້ເປັນນັກເທັນນິສດາວເດັ່ນດີເດັ່ນປະຈໍາປີນີ້ໄປຄອງ, ສ່ວນ ແອຊລີ ບາຕີ ນັກເທັນນິສຍິງມື 1 ຂອງໂລກຄົນປັດຈຸບັນຈາກອົດສະຕຣາລີ ໄດ້ຮັບລາງວັນນັກເທັນນິສດີເດັ່ນປະຈໍາປີ 2021 ຈາກຜົນງານຄວ້າແຊັມ 5 ລາຍການເປັນສະຖິຕິສູງສຸດໃນປີນີ້ ເຊິ່ງໃນນັ້ນກໍເປັນແຊັມແກຣນສະແລມ ວິມເບິລດັນ ເມື່ອກາງປີທີ່ຜ່ານມາ.