ຄວາມຄິດ ທັດສະນະຄະຕິດີ ຕ້ອງເຊຍແລ້ວລະ!! ໜຸ່ມ ຕ້ອມ ພຸດສະໄຫວ MGL04

360

” ເຮັດແລ້ວເສຍໃຈ ດີກວ່າເສຍໃຈທີ່ບໍ່ໄດ້ເຮັດ ” ຄະຕິປະຈໍາໃຈເດັດໆຈາກໜຸ່ມ ພຸດສະໄຫວ ສຸວັນນະວົງ ຫຼື ຕ້ອມ ໝາຍເລກ MGL04 ຜູ້ຜ່ານເຂົ້າຮອບ 12ຄົນ ໃນໂຄງການປະກວດ Mister Global Laos 2021 ປັດຈຸບັນອາຍຸ 22 ປີ ຈາກນະຄອນຫຼວງວຽງຈັນ ກຳລັງສຶກສາຢູ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ( ຢູ່ໃນໄລຍະຂຽນບົດຈົບຊັ້ນ ).

May be an image of 1 person and standing

ໜຸ່ມຕ້ອມເອງຍັງບໍ່ເຄີຍປະກວດເວທີໃດມາກ່ອນ ແຕ່ມີຄວາມໃຝ່ຝັນທີ່ຢາກຈະຊະນະເວທີນີ້ ເພື່ອຕໍາແໜ່ງອັນຊົງກຽດ ແລະເພາະນີ້ເປັນເວທີທີ່ມີການເຜີຍແຜ່ອອກສູ່ສາຍຕາຂອງຄົນທົ່ວໂລກ ແລະ ເປັນໂອກາດທີ່ເຮັດໃຫ້ນ້ອງສາມາດເຂົ້າສູ່ວົງການບັນເທີງໄດ້ ເຊັ່ນ: ການເປັນນັກສະແດງ, ການຖ່າຍແບບ ຫຼື ຖ່າຍໂຄສະນາ ແລະ ບ້ານເຮົາກໍມີຊີຣີໃໝ່ໆທີ່ໄດ້ຮັບຄວາມສົນໃຈຂອງຕ່າງຊາດ ແລະ ນ້ອງເອງກໍຢາກມີສ່ວນຮ່ວມໜຶ່ງໃນວົງການບັນເທີງລາວ ເພື່ອເຮັດໃນສິ່ງທີ່ມັກ ແລະ ໃຝ່ຝັນມາໂດຍຕະຫຼອດ.

May be an image of 2 people

ສໍາລັບຜົນງານຜ່ານມາຂອງໜຸ່ມຄົນນີ້ ເຄີຍມີໂອກາດໄດ້ຮ່ວມງານເດີນແບບ, ງານການກຸສົນໃຈຮ່ວມໃຈໃນປີ 2016 ແລະ ເດີນແບບຢູ່ຂອນແກ່ນ ປະເທດໄທ ໃນງານເທສະການເມືອງແຄນ ປີທີ 3 ໃນປີ 2017 ຖືໄດ້ວ່າເປັນປະສົບການອັນດີ ແລະ ເປັນບົດຮຽນອັນລໍ້າຄ່າທີ່ຫາຈາກໃສບໍ່ໄດ້ເລີຍ ແລະ ຈາກການເຂົ້າຮ່ວມ ຕ້ອມເອງກໍຮູ້ສຶກປະທັບໃຈສຸດໆ.

May be an image of 1 person, standing and outdoors

ສິ່ງທີ່ເປັນຄວາມສາມາດຂອງຕົນເອງຢາກຈະສະແດງອອກສູ່ສາຍຕາທຸກຄົນ ກໍຄື: ການເດີນແບບຍ່າງເທ້ໆເທິງເວທີ ເພື່ອສ້າງຄວາມສຸກໃຫ້ຄົນທີ່ເຫັນ ມັນເປັນສິ່ງທີ່ນ້ອງມັກ ແລະ ນ້ອງຈະຝຶກຝົນຕົນເອງ ພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ.

ຖ້າຖາມວ່າຕົນເອງມີຈຸດເດັ່ນຫຍັງທີ່ຈະເອົາຊະນະໃຈກຳມະການ ແລະ ໄດ້ຕຳແໜ່ງ ນ້ອງຄິດວ່າຈຸດເດັ່ນທີ່ຈະເອົາຊະນະໃຈກຳມະການນ້ອງຄິດວ່າແມ່ນຮອຍຍິ້ມ ແລະ ສາຍຕາ ຖ້ານ້ອງໄດ້ເຮັດຫຍັງແລ້ວກໍຈະມີຄວາມເອົາໃຈໃສ່ ແລະ ເຕັມທີ່ກັບສິ່ງນັ້ນໃຫ້ເຖິງທີ່ສຸດ.

May be an image of 1 person, standing and body of water

ໃນການກຽມຕົວກ່ອນເຂົ້າປະກວດ ກ່ອນອື່ນໝົດໄດ້ມີການປັບເລື່ອງຂອງອາຫານການກິນ ແລະ ເຄື່ອງດື່ມໃນແຕ່ລະວັນ, ພ້ອມກັນນີ້ກໍໄດ້ອອກກຳລັງກາຍເພື່ອເພີ່ມກ້າມຊີ້ນໃຫ້ມີຫຸ່ນທີ່ດີ ແລະ ສຸຂະພາບແຂງແຮງ ເພື່ອກຽມຄວາມພ້ອມເຂົ້າໃນເວທີອັນຊົງກຽດນີ້ ໃຫ້ທຸກຄົນໄດ້ເຫັນແລ້ວປະທັບໃຈ ແລະ ເຫັນໃນຄວາມຕັ້ງໃຈ ແລະ ມີວິໄນຂອງຕົນເອງທີ່ຈະເຮັດໃຫ້ດີທີ່ສຸດ.

May be an image of 1 person, standing, outdoors and text that says 'adidas 27'

ຖ້າໄດ້ຕຳແໜ່ງ ຕ້ອມຢາກປະກອບສ່ວນໃນການຊ່ວຍເຫຼືອສັງຄົມ ຄືໃນໄລຍະນີ້ເປັນໄລຍະຂອງການລະບາດຂອງພະຍາດໂຄວິດ – 19 ແລະ ມີແຮງງານກັບປະເທດລາວຫຼາຍຂຶ້ນ ເຊິ່ງອາດເຮັດໃຫ້ປະເທດລາວມີໄພວ່າງງານເພີ່ມຂຶ້ນນ້ອງເອງຖ້າໄດ້ຕຳແໜ່ງໃນເວທີນີ້ນ້ອງຢາກສົ່ງເສີມວຽກງານດ້ານການກະສິກຳ ແລະ ອຸດສາຫະກຳ ໂດຍສະເພາະດ້ານກະສິກຳ ເຊັ່ນ: ການປູກຝັງ – ລ້ຽງສັດ ເຊິ່ງເປັນອາຊີບຫຼັກຂອງຄົນລາວ ເຊິ່ງນ້ອງຢາກເສີມຂະຫຍາຍໃຫ້ມີ ຄວາມໝັ້ນຄົງເພີ່ມຂຶ້ນ.

May be an image of 1 person, standing, mountain and text that says 'ม'

ກິດຈະກຳຍາມວ່າງ ກໍຄືການອອກກຳລັງກາຍໂດຍສະເພາະການແລ່ນ ເພາະການແລ່ນຊ່ວຍໃນການຜ່ອນຄາຍຄວາມຄຽດໄດ້ດີ ຫຼື ພັກຜ່ອນກັບຄອບຄົວ ສ່ວນສະຕາຍການແຕ່ງຕົວຂອງນ້ອງແມ່ນແບບ freestyle ເພາະຕ້ອມເປັນຄົນງ່າຍໆສະບາຍໆ.

May be an image of 1 person, standing and outdoors

ສຸດທ້າຍນີ້ຂໍຝາກຜົນງານຂອງຕ້ອມໃນເວທີ Mister Global laos 2021 ຢູ່ໃນອ້ອມອົກອ້ອມໃຈ ແລະ ເປັນກຳລັງໃຈໃຫ້ນ້ອງແດ່ເດີ MGL04 ສາມາດຕິດຕາມນ້ອງໄດ້ດັ່ງນີ້ Mister Global laos, Fb: tom phoutsawai, IG: tom_souvannavong, tiktok: tom phoutsawai ຂໍຂອບໃຈ.

ຮູບ: tom phoutsawai