ສ້າງສັນບົດເພງສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ

614

ເພື່ອເປັນການຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ ( ວັນທີ 15 ສິງຫາ 1991 – 15 ສິງຫາ 2021 ) ສະໂມສອນບານເຕະສິລະປິນລາວ ຮ່ວມກັບສະມາຄົມສຽງແຄນລາວມີ ຄວາມພາກພູມໃຈສ້າງບົດເພງ ເພື່ອຄໍານັບຮັບຕ້ອນວັນດັ່ງກ່າວ ຈຳນວນ 3 ບົດເພງດ້ວຍກັນ ຄື:

May be an image of 8 people, people standing and text

ເຊິ່ງບົດເພງທີໜຶ່ງແມ່ນ: “ ໃຕ້ຟ້າລາວໃໝ່ ” ທີ່ເປັນບົດເພງປະພັນໂດຍ ທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ, ປະທານສະມາຄົມສິລະປິນລາວ ແລະ ຂັບຮ້ອງໂດຍ ບຸນມະນີ ພົມມະສານ, ເພງໃຕ້ຟ້າລາວໃໝ່ນີ້ ທ່ານ ບົວເງິນ ຊາພູວົງ ເພິ່ນໄດ້ເອົາໃຈໃສ່ຊີ້ນໍາທຳນອງເພງຢ່າງໃກ້ຊິດ ເພື່ອໃຫ້ບົດເພງດັ່ງກ່າວມີຊີວິດຊີວາເຕັມໄປດ້ວຍອາລົມທີ່ສື່ສານໃຫ້ເຫັນເຖິງເນື້ອໃນຄວາມໝາຍສຳຄັນຄວາມເປັນມາຂອງລັດຖະທຳມະນູນແຫ່ງຊາດ.

ບົດເພງທີສອງແມ່ນ: “ ສັນລະເສີນລັດຖະທຳມະນູນ ” ທີ່ປະພັນໂດຍ ທ່ານ ຄໍາສະແຫວງ ຫວາດສະໜາສົ່ງ ນັກປະພັນເພງຮຸ່ນສືບທອດ ທັງເປັນຄະນະບໍລິຫານງານສະມາຄົມສິລະປິນລາວ, ຮ້ອງໂດຍ ບຸນມະນີ ພົມມະສານ.

ບົດເພງສຸດທ້າຍແມ່ນເພງ: “ ຊີວິດໃໝ່ໃຕ້ລັດຖະທຳມະນູນ ” ທີ່ປະພັນໂດຍ ທ່ານ ຄຳສະແຫວງ ຫວາດສະໜາສົ່ງ ຮ້ອງໂດຍ ຊາຍສະໝອນ ອໍຫຼວງເສກ, ຄວບຄຸມການຜະລິດໂດຍ ບຸນມະນີ ພົມມະສານ ປະທານສະໂມສອນບານເຕະລວມສິລະປິນລາວ, ຄະນະບໍລິຫານງານສະມາຄົມສິລະປິນລາວ, ຫົວໜ້າຫ້ອງການສະມາຄົມສຽງແຄນລາວ.

ທັງສາມບົດເພງນີ້ແມ່ນໄດ້ສ້າງສັນດົນຕີ ແລະ ຮ້ອງໃໝ່ ເພື່ອເປັນການປະກອບສ່ວນໃນການສະເຫຼີມສະຫຼອງວັນສໍາຄັນ ຄົບຮອບ 30 ປີ ວັນລັດຖະທຳມະນູນແຫ່ງຊາດ ໃນການສ້າງສັນຜົນງານເພງດັ່ງກ່າວນີ້ແມ່ນໄດ້ມີບັນດາບໍລິສັດ ແລະ ບຸກຄົນໄດ້ເຫັນ ຄວາມສຳຄັນໃນໂອກາດວັນສຳຄັນດັ່ງກ່າວນີ້ ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນເປັນເງິນໃນການຜະລິດເພງຈຳນວນດັ່ງກ່າວ ຄື: ບໍລິສັດ ຈະເລີນເຊກອງພະລັງງານຈຳກັດ, ບໍລິສັດ ລາວໂທລະຄົມມະຫາຊົນ, ບໍລິສັດ ໄຟຟ້ານໍ້າເທີນ, ບໍລິສັດຮຸ່ງອາລຸນຂົນສົ່ງດ່ວນ, ທະນາຄານການຄ້າຕ່າງປະເທດ ມະຫາຊົນ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ທ່ານ ນາງ ສຸປານີ ແກ້ວສຸລິຍາ ປະທານ ບໍລິສັດ 3M ບໍລິການ, TAKA JEWELRY ແລະ ທ່ານ ນາງ ອ້ອຍໃຈ ເປິນສະມຸດ ທີ່ໄດ້ໃຫ້ການສະໜັບສະໜູນ ເພື່ອໃຫ້ມີຜົນງານທີ່ດີໆແບບນີ້ອອກມາເນື່ອງໃນວັນສໍາຄັນດັ່ງກ່າວ ແລະ ການຜະລິດເພງແມ່ນສຳເລັດເປັນທີ່ຮຽບຮ້ອຍ ແລ້ວຈະນຳໄປມອບໃຫ້ສະພາແຫ່ງຊາດ ແລະ ສື່ຕ່າງໆ ເພື່ອນຳໃຊ້ ພ້ອມທັງເຜີຍແຜ່ໃນວາລະວັນສໍາຄັນໃນໂອກາດຕໍ່ໄປ.