ຊ່ວຍເຊຍເປັນກໍາລັງໃຈໃຫ້ໜຸ່ມລາວໃຕ້ ດອນ ດອນສະຫວັນ MGL11 ແດ່ເດີ

784

ມາທໍາຄວາມຮູ້ຈັກກັບອີກໜຶ່ງໜຸ່ມຜູ້ຜ່ານເຂົ້າຮອບ 12 ຄົນມາໝາດໆເລີຍ ໃນເວທີ Mister Global Laos 2021 ດອນສະຫວັນ ໄຊມົນຕີ ຫຼື ດອນ ໝາຍເລກMGL11 ປັດຈຸບັນອາຍຸ 27 ປີ ມາຈາກແຂວງ ຈຳປາສັກ ຈົບການສຶກສາມາຈາກ ສສ ຫວຽດນາມ ຕອນນີ້ກຳລັງເຮັດວຽກເປັນພະນັກງານເອກະຊົນ.

May be an image of 1 person and indoor

ໜຸ່ມດອນ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ທີ່ຜ່ານມາແມ່ນເຄີຍປະກວດເປັນງານຂອງໂຮງຮຽນໃນໄລຍະຮຽນມະຫາວິທະຍາໄລ ແລະ ສາມາດໄດ້ທີ 1ມາ ເຖິງຈະເປັນເວທີນ້ອຍແຕ່ກໍເປັນຄວາມພາກພູມໃຈຫຼາຍ ເພາະເປັນຜູ້ຊາຍລາວຄົນດຽວທີ່ເຂົ້າຮ່ວມປະກວດໃນເວທີນັ້ນ ແລະ ໄດ້ຕໍາແໜ່ງ, ຄວາມໃຝ່ຝັນເວທີນີ້ແນ່ນອນເລີຍ ນອກຈາກຢາກໄດ້ມິດຕະພາບຈາກຜູ້ເຂົ້າປະກວດນຳກັນແລ້ວ ຄວາມໃຝ່ຝັນສູງສຸດກໍຄືຢາກເປັນຕົວແທນໜຸ່ນລາວໄປປະກວດຕໍ່ໃນເວທີສາກົນ ສ່ວນເລື່ອງວົງການບັນເທີງແມ່ນມັກທຸກຢ່າງເລີຍ ບໍ່ວ່າຈະເປັນການເດີນແບບ, ການສະແດງ, ພິທີກອນ ຖ້າມີໂອກາດກໍຢາກເຮັດທັງໝົດ.

May be an image of 1 person and standing

ສຳລັບຄະຕິປະຈຳໃຈຂອງດອນແມ່ນ: “ ເຮັດໃນສິ່ງທີ່ມັກ ຮັກໃນສິ່ງທີ່ເຮັດ ” ເພາະເຊື່ອວ່າຖ້າເຮົາເຮັດໃນສິ່ງທີ່ມັກ ແລະ ຮັກ ຜົນຈະອອກມາດີແນ່ນອນ.

May be an image of 1 person and standing

ຄວາມສາມາດທີ່ຮູ້ສຶກວ່າຕົນເອງຖະໜັດເລີຍ ອາດຈະເປັນການເວົ້າ ນັ້ນກໍຄືການເປັນພິທີກອນ, ໂຄສົກໃນງານຕ່າງໆ ເພາະເຄີຍເຮັດມາໃນໄລຍະຮຽນມະຫາໄລ ແລະ ອີກສິ່ງໜຶ່ງທີ່ຄິດວ່າຈະສາມາດໄດ້ໃຈຄະນະກໍາມະການໄດ້ ດອນຄິດວ່າແມ່ນຄວາມມຸ່ງໝັ້ນ, ຄວາມເປັນຕົວຂອງຕົວເອງ, ຄວາມພ້ອມ ພ້ອມທີ່ຈະສູ້ ພ້ອມທີ່ຈະພັດທະນາຕົວເອງຢູ່ຕະຫຼອດເວລາ ພ້ອມຮຽນຮູ້ຈາກທຸກປະສົບການໃໝ່ໆຢູ່ສະເໝີ.

May be an image of 1 person, standing, flower and indoor

ໃນການກຽມຕົວກ່ອນເຂົ້າປະກວດ ແນ່ນອນເລີຍຄືການເບິ່ງແຍງຕົວເອງບໍ່ວ່າຈະເປັນຮູບຮ່າງ ຫຼື ທາງດ້ານທັດສະນະຄະຕິ ອາດຈະມີການອ່ານຂ່າວ ແລະ ຕິດຕາມການປະກວດໃນປີທີ່ຜ່ານມາ ເພື່ອນຳມາພັດທະນາຕົວເອງໃຫ້ດີຂຶ້ນໄປເລື້ອຍໆ.

May be an image of 1 person, standing and suit

ສຳລັບວຽກງານໃນການຊ່ວຍສັງຄົມ ທີ່ຜ່ານມາກໍມີການຊ່ວຍເປັນທາງອອນລາຍ ເຊັ່ນ: ການຊ່ວຍແຊຣ໌ຂ່າວສານ ແລະ ມີການຊ່ວຍນໍ້າໃຈເລັກໜ້ອຍໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຕາມທີ່ກຳລັງແຮງເຮົາສາມາດຊ່ວຍໄດ້.

May be an image of 1 person and standing

ກິດຈະກຳຍາມວ່າງ ດອນມັກຟັງເພງ, ອອກກໍາລັງກາຍ ແລະ ສຳລັບສະຕາຍການແຕ່ງຕົວແມ່ນຢາກວ່າເປັນຄົນຊິວໆ, ແຕ່ງຕົວສະບາຍມັກໃສ່ເສື້ອຢືດດຳ, ຂາວ ກັບໂສ້ງຢີນ. ສຸດທ້າຍນີ້ຂໍຝາກທຸກຄົນຊ່ວຍເປັນກໍາລັງແຮງເຊຍແຮງໃຈໃຫ້ກັບບ່າວລາວໃຕ້ ໝາຍເລກ MGL11 ແດ່ເດີ ສັນຍາຈະເຕັມທີ່ໃນການປະກວດຄັ້ງນີ້ແນ່ນອນ ສາມາດຕິດຕາມການອັບເດດຜົນງານ ແລະ ການເຄື່ອນໄຫວຕ່າງໆໄດ້ ຜ່ານທາງເຟສບຸ໊ກສ່ວນຕົວ D’Done Xmt.

May be an image of 1 person, standing and indoor

ຮູບ: D’Done Xmt