ມາເຊຍໜຸ່ມໃຕ້ ກັບການປະກວດເວທີທໍາອິດ ແຈັກກີ ປັນຍາສິນ MGL07

815

ເປົ້າໝາຍ ແລະ ຄວາມຝັນຂອງແຕ່ລະຄົນບໍ່ຄືກັນ ແຕ່ສໍາລັບໜຸ່ມຫຼໍ່ຄົນນີ້ ປັນຍາສິນ ພະສະຖານ ຫຼື ແຈັກກີ MGL07 ປັດຈຸບັນອາຍຸ 19 ປີ ຈາກແຂວງ ຈຳປາສັກ ຫາກໍຈົບ ມ.ປາຍ ຄວາມໃຝ່ຝັນກໍຄືຢາກຊະນະເວທີນີ້ ແລະ ໄດ້ຮັບຕໍາແໜ່ງຈາກເວທີອັນຊົງກຽດ MISTER GLOBAL LAOS 2021 ເພື່ອຫວັງເປີດໂອກາດໃຫ້ນ້ອງໄດ້ກ້າວເຂົ້າສູ່ວົງການບັນເທີງ ຄືເປັນຊາຍແບບສະແດງຮູບເງົາ ຫຼື ຊີຣີຕ່າງໆ.

May be an image of 1 person and car

ຄວາມຮູ້ສຶກທໍາອິດເລີຍທີ່ໄດ້ຮູ້ວ່າຕົນເອງໄດ້ຜ່ານເຂົ້າຮອບ ແມ່ນຮູ້ສຶກດີໃຈແລ້ວກໍຕື່ນເຕັ້ນຫຼາຍໆ ບໍ່ຄິດວ່າຈະຜ່ານ ແລະ ກໍຕ້ອງຂໍຂອບໃຈເວທີ MISTER GLOBAL LAOS 2021 ທີ່ເປີດໂອກາດໃຫ້ນ້ອງໄດ້ເປັນຄົນ 1 ໃນ 12 ໃນເວທີອັນຍິ່ງ ໃຫຍ່ ແລະ ຊົງກຽດນີ້ ຖ້າເວົ້າເຖິງການປະກວດເວທີ MISTER GLOBAL LAOS 2021 ຖືໄດ້ວ່າເປັນເວທີທໍາອິດເລີຍ.

May be an image of 1 person, standing, sunglasses, sky and lake

ຄະຕິປະຈໍາໃຈຂອງແຈັັກກີ ແມ່ນ “ ຢ່າມົວແຕ່ເສຍດາຍເວລາກັບສິ່ງທີ່ເສຍໄປ ແຕ່ຈົ່ງມີ ຄວາມສຸກກັບການໃຊ້ຊີວິດທີ່ເຫຼືອຢູ່ ” ເພາະອະດີດຄືສິ່ງທີ່ເຮົາກັບໄປແກ້ໄຂບໍ່ໄດ້ ແຕ່ເຮົາຈະເຮັດປັດຈຸບັນໃຫ້ໄດ້ດີກວ່າມື້ວານແນ່ນອນ.

May be an image of 1 person, standing and outdoors

ຖ້າຖາມເຖິງຄວາມສາມາດພິເສດ ແມ່ນນ້ອງມີຄວາມສົນໃຈທາງດ້ານການຕີກອງ ແລະ ເດີນແບບ, ເປັນຊາຍແບບ ເວລາວ່າງໆນ້ອງມັກແອບຕີກອງໃນ Application ໜຶ່ງ ເຊິ່ງເປັນສິ່ງທີ່ມັກ ແລະ ຈະພັດທະນາຝຶກຝົນຕົນເອງໃຫ້ເຮັດໄດ້ດີຂຶ້ນເລື້ອຍໆ.

ຈຸດທີ່ຄິດວ່າຈະເອົາຊະນະໃຈຄະນະກຳມະການ ແລະ ຕຳແໜ່ງ ນ້ອງຄິດວ່າແມ່ນຮອຍຍິ້ມທີ່ຈິງໃຈ ແລະ ຄວາມມຸ່ງໝັ້ນຕັ້ງໃຈ ເຮັດສິ່ງໃດກໍໃສ່ໃຫ້ສຸດ ແລະ ເຕັມທີ່ກັບມັນ ເຊິ່ງກ່ອນຈະມາຮ່ວມໂຄງການປະກວດຊາຍງາມນີ້ ແຈັກກີເອງ ກໍໄດ້ມີການກຽມຕົວຫຼາຍຢ່າງເລີຍ ບໍ່ວ່າຈະເປັນການຟິດຮ່າງກາຍ ແລະ ຮັກສາສຸຂະພາບ ເລື່ອງຂອງບຸກຄະລິກກະພາບ ການເດີນແບບຕ່າງໆ.

May be an image of 1 person, sitting, standing, plant and outdoors

ແຈັກເອງເປັນຄົນທີ່ມັກຊ່ວຍເຫຼືອສັງຄົມຢູ່ແລ້ວ ເຊິ່ງເຄີຍປະກອບສ່ວນໃນການຊ່ວຍເຫຼືອຮ່ວມກັບບໍລິສັດແຫ່ງໜຶ່ງທີ່ພໍ່ກັບແມ່ເຮັດວຽກ ເຂົາເຈົ້າພາໄປອອກແຮງງານ ພ້ອມທັງລະດົມເງິນ ແລະ ເຄື່ອງນຸ່ງເກົ່າໄປຊ່ວຍຄົນທຸກຍາກໃນເຂດຫ່າງໄກສອກຫຼີກ ແລະ ນັ້ນແລະທີ່ເປັນອີກໜຶ່ງຈຸດທີ່ນ້ອງປະທັບໃຈ ເຮັດໃຫ້ນ້ອງຢາກຊ່ວຍຜູ້ອື່ນໃນອະນາຄົດ.

May be an image of 1 person, standing and indoor

ກິດຈະກຳຍາມວ່າງ ຄືເຮັດວຽກເຮືອນ ຫຼື ເຮັດວຽກສວນຊ່ວຍພໍ່ແມ່ ແລະ ມັກຕີກອງໃນ Application 1 ແລະ ຮ້ອງເພງ ( ສຽງບໍ່ຄ່ອຍດີ ) ຮູບແບບການແຕ່ງຕົວແມ່ນເວລາຢູ່ເຮືອນກໍຈະນຸ່ງຊິວໆທຳມະດາ ແລະ ເວລາໄປວຽກຢູ່ບໍລິສັດກັບພໍ່ແມ່ ກໍຈະແຕ່ງສຸພາບ ເສື້ອເຊີດ ແລະ ໂສ້ງສຸພາບໃສ່ເກີບຄັດມັນ ຝາກຊົມຝາກເຊຍເປັນກຳລັງໃຈໃຫ້ MGL07 ສາມາດຕິດຕາມການເຄື່ອນໄຫວ ແລະ ຜົນງານຕ່າງໆໄດ້ຜ່ານທາງເຟສບຸ້ກສ່ວນຕົວ Jack ຝາກໄວ້ໃນອ້ອມອົກອ້ອມໃຈທຸກຄົນແດ່ເດີ.

ຮູບ: Jack