ນາຍົກ ຕ້ອນຮັບການເຂົ້າຢ້ຽມ ຂອງຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ

198

ໃນຕອນເຊົ້າ ຂອງວັນທີ 19 ກຸມພາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Dr. Qu Dongyu, ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ (FAO) ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງໂຣມ, ປະເທດອິຕາລີ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 18-20 ກຸມພາ 2020.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ Dr. Qu Dongyu ທີ່ໄດ້ດຳລົງຕຳແໜ່ງ ເປັນຜູ້ອຳນວຍການໃຫຍ່ຄົນໃໝ່ຂອງ ອົງການ FAO ເມື່ອບໍ່ດົນມານີ້, ພ້ອມທັງ ໄດ້ຕີລາຄາສູງຕໍ່ການຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການຮັດແໜ້ນສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ FAO ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ທັງເປັນການ ປຶກສາຫາລືແລກປ່ຽນ ກ່ຽວກັບບັນດາໂຄງການຮ່ວມມືໃນໄລຍະຜ່ານມາ ແລະ ແນວທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນຂໍ້ລິເລີ່ມຈາກມືສູ່ມື (Hand-in-Hand Initiative) ຂອງຜູ້ອຳນວຍການໃຫຍ່, ໂດຍຈຸດປະສົງ ເພື່ອນຳເອົາການຊ່ວຍເຫຼືອຈາກບັນດາຄູ່ຮ່ວມພັດທະນາ ມາສູ່ບັນດາປະເທດທີ່ມີຄວາມຈຳເປັນ.

ໃນໂອກາດນີ້, ທ່ານ ນາຍົກລັດ ຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງອົງການ FAO ທີ່ໄດ້ປະກອບສ່ວນ ໃນການລະດົມຂົນຂວາຍທຶນເຂົ້າໃນການປັບປຸງ ແລະ ພັດທະນາວຽກງານໃນຂົງເຂດກ່ຽວຂ້ອງ ໂດຍຜ່ານບັນດາໂຄງການຕ່າງໆທີ່ໄດ້ຈັດຕັ້ງປະຕິບັດ ຮ່ວມກັບຂະແໜງການພາກລັດຂອງລາວ ລວມເຖິງບັນດາໂຄງການຊ່ວຍເຫຼືອທີ່ຈະເກີດມີໃນອະນາຄົດ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ທ່ານຜູ້ອຳນວຍການໃຫຍ່ ອົງການ FAO ຊາບ ກ່ຽວກັບສະພາບການພັດທະນາ ກໍ່ຄືຈຸດພິເສດ ທາງດ້ານທ່າແຮງ, ຂໍ້ຈຳກັດ ແລະ ການດຳລົງຊີວິດ ຂອງປະຊາຊົນລາວ ໂດຍສະເພາະ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ລວມທັງ ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໃນການພັດທະນາຊົນນະບົດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ ເພື່ອບັນລຸຄາດໝາຍຕ່າງໆທີ່ວາງໄວ້ ໂດຍສະເພາະ ການສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ກໍ່ຄື ການກະກຽມໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025), ລວມທັງ ການຈັດຕັ້ງປະຕິບັດວິໄສທັດ ຮອດປີ 2030 ເພື່ອການພັດທະນາແບບຍືນຍົງ, ຄວາມພະຍາຍາມເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະ ການລຶບລ້າງຄວາມທຸກຍາກ ແລະ ການລຶບລ້າງໄພອຶດຫິວ ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ.

ວຽກງານເຫຼົ່ານັ້ນ ລ້ວນແຕ່ເປັນວຽກທີ່ຕິດພັນໂດຍກົງກັບວຽກບູລິມະສິິດ ແລະ ເປົ້າໝາຍຂອງ ອົງການ FAO. ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ທ່ານຜູ້ອຳນວຍການໃຫຍ່ ອົງການ FAO ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການ, ໂຄງການ ທີ່ຕິດພັນກັບການພັດທະນາພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະ ໄພອຶດຫົວ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ທ່ານຜູ້ອຳນວຍການໃຫຍ່ ອົງການ FAO ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ສະແດງໃຫ້ເຫັນເຖິງການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການ FAO ໃນໄລຍະຜ່ານມາ ແລະ ການເອົາໃຈໃສ່ເປັນພິເສດ ໃນການຮ່ວມມືໃນວຽກງານ ການຄ້ຳປະກັນສະບຽງອາຫານ ແລະ ປັບປຸງໂພຊະນາການ. ອົງການ FAO ໄດ້ມີການຮ່ວມມືກັບ ສປປ ລາວ ຕັ້ງແຕ່ປີ 1975 ເປັນຕົ້ນມາ ແລະ ໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງຕົນ ປະຈຳ ສປປ ລາວ ໃນປີ 1980. ປະຈຸບັນ, ສປປ ລາວ ແລະ ອົງການ FAO ກຳລັງຈັດຕັ້ງປະຕິບັດແຜນງານຊ່ວຍເຫຼືອ ສປປ ລາວ ຊຶ່ງມີມູນຄ່າ 37 ລ້ານໂດລາສະຫະລັດ ສຳລັບໄລຍະປີ 2016-2021.

ທີ່ມາ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ