ສາຍການບິນຮົງກົງສ່ຽງລົ້ມລະລາຍອາດປົດພະນັກງານຈໍານວນຫຼາຍ

112

ນັກວິເຄາະຄາດຄະເນວ່າສາຍການບິນຮົງກົງອາດປົດພະນັກງານເນື່ອງຈາກປະເຊີນຄວາມສ່ຽງລົ້ມລະລາຍຈາກຜົນກະທົບຂອງການປະທ້ວງ.

ນັກວິເຄາະຈາກ ດີບີເສດ ກຣຸບ ໂຮນດົງກ່າວວ່າ:ສາຍການບິນຕ່າງໆໃນຮົງກົງກໍາລັງປະເຊີນວິກິດເນື່ອງຈາກຜົນກະທົບຂອງການປະທ້ວງທີ່ຍືດເຍື້ອຍາວນານມາປີກວ່າເຊິ່ງອາດຈະເຮັດໃຫ້ສາຍການບິນຮົງກົງຕ້ອງຫຼຸດພະນັກງານຈໍານວນຫຼາຍຢ່າງຕໍ່ເນື່ອງ ແລະ ອາດຈະຮ້າຍແຮງເຖິງຂັ້ນລົ້ມລະລາຍໂດຍເຫດການປະທ້ວງໃນຮົງກົງຖືເປັນການຊໍ້າເຕີມອຸດສາຫະກໍາການບິນທີ່ໄດ້ຮັບຜົນກະທົບຢູ່ກ່ອນແລ້ວຈາກພາວະການຂະຫຍາຍຕົວທາງເສດຖະກິດທີ່ຝືດເຄື່ອງທົ່ວໂລກ.

ການປະທ້ວງເຮັດໃຫ້ຈໍານວນຜູ້ໂດຍສານໃນຮົງກົງຫຼຸດລົງຫຼາຍ,ນອກຈາກນີ້ເຮັດໃຫ້ສາຍການບິນຫຼາຍແຫ່ງຕ້ອງຍົກເລີກຖ້ຽວບິນ ແລະ ຫຼຸດຕົ້ນທຶນຈົນສົ່ງຜົນກະທົບຢ່າງໜັກຕໍ່ການດໍາເນີນທຸລະກິດໃນອຸດສາຫະກໍາການບິນ.

ໂດຍຫຼ້າສຸດສາຍການບິນຄາເທ ປາຊີຟິກລາຍງານວ່າຈໍານວນຜູ້ໂດຍສານຫຼຸດລົງ4ເດືອນຊ້ອນ ແລະ ສະໜາມບິນສາກົນຮົງກົງໄດ້ສັ່ງຍຶດເຮືອບິນ7ລໍາຂອງສາຍການບິນຮົງກົງແອລາຍຫຼັງຈາກສາຍການບິນແຫ່ງນີ້ຕິດໜີ້.