ເຖິງອາວະສານໜັງສືພິມບາງກອກໂພສ ປະກາດຂາຍທັ້ງສຳນັກງານພ້ອມໂຮງພິມ

96

ຈະເປັນການສິ້ນສຸດຍຸກແຫ່ງການຈັດພີມແທ້ຫຼືບໍ? ເມື່ອໜັງສືພິມບາງກອກໂພສ ທີ່ສ້າງຕັ້ງຂຶ້ນມາຍາວນານເຖິງ 73 ປີຕ້ອງປະກາດຂາຍຍົກກິດຈະການລວມທັງເຄື່ອງອຸປະກອນການຈັດພີມ ແລະສຳນັກງານ, ໃຫ້ເຫດຜົນທຸລະກິດສື່ຂາດທຶນມາຕໍ່ເນື່ອງ.

ທັ້ງນີ້້ທ່ານສຸດທິກຽດ ຈິທາທີວວັນ ປະທານກຳມະການ ແລະປະທານກຳມະການບໍລິຫານບໍລິສັດບາງກອກໂພສ ຈຳກັດ ໄດ້ສົ່ງໜັງສືແຈ້ງເຖິງມະຕິກອງປະຊຸມຂອງບໍລິສັດດັ່ງກ່າວຕໍ່ຕະຫຼດຫຼັກຊັບແຫ່ງປະເທດໄທ ໃນວັນທີ 13 ທັນວາ 2019 ຜ່ານມານີ້ວ່າ:

ທີ່ປະຊຸມຂອງຄະນະກຳມະການບໍລິສັດໄດ້ຕົກລົງຂາຍຊັບສິນຂອງສູນການພີມ ແລະຈັດຈຳໜ່າຍບາງນາ ປະກອບດ້ວຍທີ່ດິນ ພ້ອມອາຄານສິ່ງປຸກສ້າງ ແລະເຄື່ອງຈັກອຸປະກອນ ພ້ອມນີ້ະຂາຍສິນຊັບຂອງອາຄານສຳນັກງານຄອງເຕີຍ ທີ່ປະກອບດ້ວຍທີ່ດິນລວມທັ້ງອາຄານສຳນັກງານ.

ຈິ່ງສະເໜີເພື່ອຂໍອະນຸມັດຈາກທີ່ປະຊຸມວິສາມັນຜູ້ຖືຮຸ້ນ ເຊິ່ງຈັດຈັດຂຶ້ນໃນວັນທີ 25 ກຸມພາປີ 2020 ລວມທັງຂໍອະນຸມັດໃຫ້ບຸກຄົນທີ່ໄດ້ຮັບການມອບໝາຍຈາກຄະນະກຳມະການບໍລິສັດມີອຳນາດໃນການດຳເນີນການໃດໆທີ່ຈຳເປັນ ຫຼື ກ່ຽວຂ້ອງ ແລະເປັນປະໂຫຍດແກ່ບໍລິສັດ ແລະຜູ້ຖືຮຸ້ນ.

ໃນໜັງສືສະເໜີຍັງມີເນື້ອໃນຕິດຄັດມາພ້ອມລະບຸວ່າ: ທີ່ຕ້ອງປະກາດຂາຍກິດຈະການເນື່ອງຈາກບໍລິສັດປະສົບກັບພາວະຂາດສະພາບຄ່ອງ ເນື່ອງຈາກມີຜົນຂາດທຶນຈາກການດຳເນີນງານຕິດຕໍ່ກັນຫຼາຍປີສາເຫດມາຈາກພຶດຕິກຳການບໍລິໂພກສື່ທີ່ປ່ຽນໄປຈາກສື່ສິ່ງພີມສູ່ສື່ອອນລາຍ ລວມເຖິງການຊະລໍຕົວຂອງເສດຖະກິດໂດຍລວມ ເຊິ່ງສົ່ງຜົນຕໍ່ງົບໂຄສະນາສື່ສິ່ງພິມ ຫຼຸດລົງ ບໍລິສັດຈິ່ງຈຳເປັນດຳເນີນການປັບປ່ຽນກົນລະຍຸດ ແລະຮູບແບບການດຳເນີນທຸລະກິດ ເພື່ອຮັບມືກັບຜົນກະທົບທີ່ເກີດຂຶ້ນ.

ໂດຍຫຼັງຈາກນີ້ບໍລິສັດຄາດວ່າຈະດຳເນີນການຕາມກົນລະຍຸດ ແລະນະໂຍບາຍໃໝ່ຄືການຄວບຄຸມຕົ້ນທຶນ ແລະຫຼຸດຄ່າໃຊ້ຈ່ານທີ່ບໍ່ຈຳເປັນຕໍການດຳເນີນງານຄວບຄູ່ໄປ ການພັດທະນາຊ່ອງທາງດີຈີຕອນ ແລະສື່ອອຍລາຍສ້າງລາຍໄດ້ຈາກແບຣນ ແລະມຸ້ງເນັ້ນລູກຄ້າໃຫ້ຫຼາຍຂຶ້ນ.

ໂດຍຕອນນີ້ບໍລິສັດບາງກອກໂພສຢູ່ລະຫວ່າງການເຈລະນາກັບຜູ້ຊື້ຢູ່ ແລະພາຍຫຼັງທີ່ຂາຍກິດຈະການແລ້ວບໍລິສັດຍັງຄົງມີລັກສະນະຄືປົກກະຕິໃນການປະກອບທຸລະກິດບໍ່ໄດ້ມີການປ່ຽນແປງນະໂຍບາຍ ທີ່ສຳຄັນບາງກອກໂພສຈະສາມາດວ່າຈ້າງບໍລິສັດພາຍນອກມາຜະລິດໜັງສືພິມ ຫຼື່ສື່ສິ່ງພິມຕ່າງໆແທນໄດ້.