ລາມາລາວ ພື້ນທີ່ດຽວຕອບໂຈດງານອອກແບບ – ກໍ່ສ້າງ

120

ລາມາລາວ ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ສໍາລັບບຸກຄົນທີ່ຢາກມີແນວຄິດການອອກແບບ ແລະ ກໍ່ສ້າງແບໃ  ບໃໝ່ໆ ເຊິ່ງຈະມີທີມງານຫຼາກຫຼາຍສາຂາສໍາລັບງານສະຖາປະນິກຄອຍໃຫ້ຄໍາປຶກສາ ແລະ ຍັງມີບັນດາຜົນງານການອອກແບບໃໝ່ໆມານໍາສະເໜີລູກຄ້າ.

ພິທີເປີດຫ້ອງການ ລາມາລາວ ຈັດຂຶ້ນໃນວັນທີ 14 ຕຸລາ 2019 ທີ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພັນທະວີ ສີທັນຍາລັດ ຫົວໜ້າທີ່ປຶກສາ, ຫົວໜ້ານັກວິຊາການໂຄງການລາມາລາວ ພ້ອມດ້ວຍພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ພັນທະວີ ສີທັນຍາລັດ ໄດ້ກ່າວວ່າ: ກ່ອນຈະມາເປັນ ລາມາລາວ ກ່ອນອື່ນຕົນເອງໄດ້ດໍາເນີນທຸລະກິດບໍລິສັດອອກແບບ ພ້ອມທັງເປັນຜູ້ຄວບຄຸມງານກໍ່ສ້າງ. ສະນັ້ນ, ຕົນເອງຈຶ່ງຕັ້ງໃຈຢາກເຮັດພື້ນທີ່ເພື່ອຄືນຄວາມຮູ້ດ້ານວຽກງານຕົນເອງທີ່ປະຕິບັດມາກັບຄືນໃຫ້ສັງຄົມ ໂດຍຢາກໃຫ້ຄົນຮຸ່ນໃໝ່ມີພື້ນທີ່ເປັນຂອງຕົນເອງ ສາມາດເຂົ້າມາອັບເດດຂໍ້ມູນໃໝ່ໆກ່ຽວກັບວຽກງານການອອກແບບກໍ່ສ້າງ, ຜະລິດຕະພັນອຸປະກອນກໍ່ສ້າງ ເຊິ່ງຈະມີບັນດາບໍລິສັດເຄື່ອງກໍ່ສ້າງມາຕັ້ງຫ້ອງວາງສະແດງສິນຄ້າ ເພື່ອໃຫ້ຜູ້ທີ່ສົນໃຈໄດ້ເຫັນ ແລະ ຮຽນຮູ້. ພ້ອມດຽວກັນ, ກໍມີພື້ນທີ່ໃນການນໍາສະເໜີສິນຄ້າໃຫ້ລູກຄ້າ ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ນອກຈາກນັ້ນ, ລາມາລາວຍັງໄດ້ເຮັດຂໍ້ຕົກລົງຮ່ວມກັບຂະແໜງການສຶກສາຕ່າງໆຂອງລາວ ໃຫ້ນັກສຶກສາສາມາດມາວາງຜົນງານ ເຮົາຈະມີກິດຈະກໍາທຸກໆເດືອນ ເຊິ່ງຈະເຊີນເອົາຜູ້ທີ່ປະສົບຜົນສໍາເລັດດ້ານໃດໜຶ່ງມາວາງສະແດງຜົນງານເພື່ອພົບປະແລກປ່ຽນກັບຜູ້ທີ່ສົນໃຈ.

ສໍາລັບຜູ້ທີ່ເຂົ້າມາຢ້ຽມຊົມຫ້ອງການລາມາລາວ ສິ່ງທີ່ຈະໄດ້ກັບໄປແມ່ນຄວາມຫຼາກຫຼາຍ, ໄດ້ເພື່ອນມິດທີ່ດີ ເຊິ່ງຈຸດນີ້ເຮົາເຫັນວ່າໃນປັດຈຸບັນຕ່າງຄົນກໍຕ່າງຢູ່. ສະນັ້ນ, ລາມາລາວ ຢາກໃຫ້ມີການແລກປ່ຽນລະຫວ່າງຜູ້ມີປະສົບການຮຸ່ນອ້າຍ ແລະ ຮຸ່ນນ້ອງ.

ລາມາລາວພື້ນທີ່ທໍາອິດແມ່ນການລວມບັນດາຫ້ອງການໃນຂະແໜງອອກແບບທຸກຂະແໜງ ເຊິ່ງຈະມີການຮ່ວມມືກັບຫຼາກຫຼາຍບໍລິສັດທັງພາຍໃນ ແລະ ຕ່າງປະເທດ ແລະ ຈະມີຮູບພາບຜົນງານຂອງບັນດາບໍລິສັດອອກແບບທີ່ມີຊື່ສຽງ, ມີການອອກບູ໊ດນໍາສະເໜີຜົນງານ ແລະ ອັບເດດຜົນງານຕະຫຼອດ.

ຫ້ອງການລາມາລາວ ເປັນເຮືອນຊົງບູຮານມີ 2 ຊັ້ນ ຊັ້ນທໍາອິດແມ່ນຈັດສັນສໍາລັບຫ້ອງການ, ບູ໊ດວາງສະແດງສິນຄ້າ, ສ່ວນຊັ້ນສອງແມ່ນຫ້ອງສໍາລັບວາງສະແດງຮູບພາບ, ຜົນງານການອອກແບບ ແລະ ກໍ່ສ້າງ ເປີດບໍລິການທຸກວັນ ເລີ່ມແຕ່ 9:00 – 17:00ໂມງ.

ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ