ບໍລິສັດ ຊິຊິນ ການຄ້າສາກົນ ຂາອອກ-ຂາເຂົ້າ ຈະເຂົ້າສຶກສາຄວາມເປັນໄປໄດ້ ປູກສາລີ ແລະ ໝາກມ່ວງຫິມະພານ ຢູ່ເມືອງມຸນລະປາໂມກ

35
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາປູກສາລີ ແລະ ໝາກມ່ວງຫິມະພານ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານສົ້ມໂຮງ ເມືອງມຸນລະປາໂມກ ແຂວງຈໍາປາສັກ ລະຫວ່າງ ແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ຊິຊິນ ການຄ້າສາກົນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 13 ມິຖຸນາ 2024 ຢູ່ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ.
อาจเป็นรูปภาพของ 4 คน และ ข้อความ
ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ ສ້າງຂຶ້ນນບົນພື້ນຖານ ຜົນກອງປະຊຸມ ເຈົ້າແຂວງ-ຮອງເຈົ້າແຂວງ ຄັ້ງວັນທີ 21 ມີນາ 2024 ແລະ ຂໍ້ ຕົກລົງທ່ານເຈົ້າແຂວງໆຈໍາປາສັກ ສະບັບເລກທີ 508/ຈຂ.ຈສ ລົງວັນທີ 07/05/2024 ເຊິ່ງເປັນຈຸດເຂດເນື້ອທີ່ດິນນອນໃນບັນຊີຮຽກການລົງທຶນຂອງແຂວງ ລົງທຶນບໍ່ມີປະສິດທິຜົນໃນການລົງທຶນ ທີ່ໄດ້ຈາກການຍົກເລີກໂຄງການ ແລະ ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ດັ່ງກ່າວແມ່ນໄດ້ຜ່ານກອງປະຊຸມເຈລະຈາຂອງຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ບໍລິສັດ ໃນຄັ້ງວັນທີ 07 ກຸມພາ 2024, ປະກອບດ້ວຍ 18 ມາດຕາ, ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ປູກສາລີ ແລະ ໝາກມ່ວງຫິມະພານ ຢູ່ເຂດບ້ານສົ້ມໂຮງ ເມືອງມຸນລະປະໂມກ ຂອບເຂດເນື້ອທີ່ດິນ ຈໍານວນ 150 ເຮັກຕາ, ໄລຍະເວລາໃນການສຶກສາສໍາຫລວດ 12 ເດືອນ.
อาจเป็นรูปภาพของ 14 คน, ผู้คนกำลังอ่านหนังสือ และ ข้อความ
ຈະຕ້ອງໄດ້ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ- ເຕັກນິກ, ການສຶກສາຜົນກະທົບສິ່ງແວດລ້ອມເບື້ອງຕົ້ນທາງສັງຄົມ ແລະ ທຳມະຊາດ, ກວດກາຄືນ ຈຸດຂອບເຂດເນື້ອທີ່ດິນ ແລະ ແຜນວາດການຈັດສັນນໍາໃຊ້ເນື້ອທີ່ດິນໃນການລົງທຶນ.