ກະຊວງການເງິນ ກຳລັງເລັ່ງຄົ້ນຄວ້າ ປັບປຸງ ໂຄງສ້າງດັດສະນີເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຕື່ມອີກ ໂດຍໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດງວດ 1 ປີ 2025

61
ສະມາຊິກສະພາແຫ່ງຊາດ ໄດ້ຕັ້ງຂໍ້ຊັກຖາມ ຕໍ່ລັດຖະມົນຕີກະຊວງການເງິນ ກ່ຽວກັບການກຳນົດນະໂຍບາຍເພີ່ມເງິນເດືອນ, ເງິນອຸດໜູນ ໃຫ້ພະນັກງານ, ທະຫານ-ຕຳຫຼວດ ເຖິງວ່າໄດ້ປະຕິບັດແລ້ວ ແຕ່ກໍຍັງເຫັນວ່າ ເປັນຈຳນວນໜ້ອຍ ແລະ ບໍ່ທັນແບ່ງເບົາພາລະຄ່າຄອງຊີບ ທີ່ສູງຂຶ້ນຕາມສະພາບເງິນເຟີ້ ແລະ ອັດຕາແລກປ່ຽນ ໃນປັດຈຸບັນ, ລັດຖະບານຈະມີການຄົ້ນຄວ້າ ເພື່ອຮັບປະກັນໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງ ຄືແນວໃດ?.
ຕໍ່ຫັນຫາດັ່ງກ່າວ ທ່ານ ສັນຕະພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 13 ມິຖຸນາ 2024 ວ່າ: ການປະຕິບັດລາຍຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານບຳນານ, ລັດຖະບານ ກໍຄືກະຊວງການເງິນ ຖືເປັນລາຍຈ່າຍບຸລິມະສິດດ້ວຍການຄົ້ນຄວ້າຂຶ້ນແຜນ, ເພີ່ມມູນຄ່າດັດສະນີເງິນເດືອນແຕ່ລະໄລຍະ ແລະ ປະຕິບັດການເບີກຈ່າຍໃຫ້ທັນເວລາ ແຕ່ຍ້ອນສະພາບເສດຖະກິດມີຄວາມຫຍຸ້ງຍາກ, ສະພາບເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນ ເຮັດໃຫ້ການດຳລົງຊີວິດ ຂອງພະນັກງານລັດຖືກກະທົບ.
ຕໍ່ສະພາບດັ່ງກ່າວ, ໃນປີ 2023 ກໍໄດ້ຄົ້ນຄວ້າເພີ່ມເງິນຄ່າຄອງຊີບ 150.000 ກີບ ແລະ ຍົກລະດັບເງິນເດືອນສຸດທິຕໍ່າສຸດ ຂອງພະນັກງານມາເປັນ 1.700.000 ກີບ ແລະ ໃນປີ 2024 ໄດ້ສືບຕໍ່ເພີ່ມຄ່າຄອງຊີບຂຶ້ນອີກ 150.000 ກີບ ເຮັດໃຫ້ເງິນເດືອນພື້ນຖານຕໍ່າສຸດຂອງພະນັກງານລັດຖະກອນ ມາເປັນ 1.850.000 ກີບ, ເຊິ່ງເຫັນວ່າສາມາດແກ້ໄຂແບ່ງເບົາພາລະຄ່າຄອງຊີບໄດ້ໃນລະດັບໜຶ່ງ.
ອີງໃສ່ສະພາບເງິນກີບອ່ອນຄ່າໃນປັດຈຸບັນ, ລັດຖະບານ ໄດ້ສືບຕໍ່ໃຫ້ ກະຊວງພາຍໃນ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄ້ວາປັບປຸງໂຄງສ້າງເງິນເດືອນຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດ. ກະຊວງການເງິນ ຈະຄົ້ນຄ້ວາຄວາມອາດສາມາດໃນການເພີ່ມເງິນເດືອນຂຶ້ນຕື່ມ, ເຊິ່ງປັດໄຈຫຼັກແມ່ນຂື້ນກັບລາຍຮັບງົບປະມານທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອຈະມາຄົ້ນຄ້ວາເພີ່ມ.
ຜ່ານການຄົ້ນຄວ້າເບື້ອງຕົ້ນ ຄາດວ່າຈະສູ້ຊົນຍົກລະດັບປັບປຸງເງິນນະໂຍບາຍເງິນເດືອນຕໍ່າສຸດ ມາຢູ່ໃນລະດັບ 2 ລ້ານ ຫາ 2.2 ລ້ານກີບ, ເຊິ່ງຈະເຮັດໃຫ້ ລາຍຈ່າຍເງິນເດືອນເພີ່ມຂຶ້ນ ປະມານ 8-18% ຂອງລາຍຈ່າຍເງິນເດືອນຕໍ່າສຸດຂອງປີ 2024 ດ້ວຍການປັບປຸງ ໂຄງສ້າງດັດສະນີເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆເຂົ້າສູ່ລະບົບເງິນເດືອນ ໃຫ້ໄດ້ເລີ່ມຈັດຕັ້ງປະຕິບັດງວດ 1 ປີ 2025 ເປັນຕົ້ນໄປ.