ຜທ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັງປຸງ) ໃຫ້ແທດເໝາະສະພາບຕົວຈິງ

0
599

ໃນວັນທີ 26 ມິຖຸນາ 2024 ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງລັດຖະມົນຕີ. ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ (ສະບັບປັບປຸງ).


ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ສະເໜີບາງຕອນວ່າ: ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແມ່ນຖືກສ້າງຂຶ້ນ ໃນປີ 2009 ແລະ ປັບປຸງໃນປີ 2016 ເຊິ່ງຖືກນຳໃຊ້ມາເຖິງປະຈຸບັນ; ແຕ່ອີງໃສ່ຄວາມຕ້ອງການໃນການພັດທະນາທີ່ຈໍາເປັນ ຕ້ອງອາໄສການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ຈໍາເປັນຕ້ອງມີການກໍານົດນະໂຍບາຍ, ລະບຽບການຕ່າງໆທີ່ຮັດກຸມ, ແທດເໝາະກັບສະພາບການຂະຫຍາຍຕົວເສດຖະກິດຕົວຈິງ ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງປັບປຸງເນື້ອໃນໃຫ້ມີຄວາມສອດຄ່ອງ.

ເຊິ່ງໂຄງປະກອບຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງ ສະບັບເດີມ (2016) ປະກອບມີ: 13 ພາກ, 16 ໝວດ ແລະ 109 ມາດຕາ; ເຊິ່ງຮ່າງກົດໝາຍດັ່ງກ່າວໄດ້ຮັບການປັບປຸງ ຫຼ້າສຸດ ຫຼື ຄັ້ງນີ້ ປະກອບມີ: 12 ພາກ, 14 ໝວດ ແລະ 101 ມາດຕາ. ໃນນັ້ນ; ມາດຕາທີ່ມີການປັບປຸງຕົ້ນຕໍ 67 ມາດຕາ, ເພີ່ມໃໝ່ 5 ມາດຕາ ແລະ ໄດ້ຕັດອອກ 10 ມາດຕາ ຄື: ພາກທີ X ການແກ້ໄຂຂໍ້ຂັດແຍ່ງ 5 ມາດຕາ ແລະ ໝວດທີ 1 ຂອງພາກທີ VII ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ 5 ມາດຕາ.

 

ຮ່າງກົດໝາຍ ວ່າດ້ວຍການສົ່ງເສີມ ການລົງທຶນ ສະບັບປັບປຸງໄດ້ກຳນົດ ຫຼັກການ, ລະບຽບການ, ວິທີການ, ມາດຕະການ ກ່ຽວກັບ ການສົ່ງເສີມການລົງທຶນ, ການຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ການລົງທຶນມີຄວາມສະດວກ, ວ່ອງໄວ, ໂປງໃສ, ຖຶກຕ້ອງ ແລະ ໄດ້ຮັບ ການປົກປ້ອງດ້ານຕ່າງໆ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ປະຊາຊົນ ແລະ ຜູ້ລົງທຶນ ສາມາດເຊື່ອມໂຍງກັບເສດຖະກິດພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດສີຂຽວ ແລະ ຍືນຍົງ.

LEAVE A REPLY

Please enter your comment!
Please enter your name here