7 ມາດຕະການ ທີ່ລັດຖະບານ ຕ້ອງສຸມໃສ່ໃນວຽກການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

44
ໃນວັນທີ 13 ມິຖຸນາ 2024 ທີ່ສະພາແຫ່ງຊາດ ທ່ານຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດການພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າວ່າ: ກອງປະຊຸມໄດ້ມີຄວາມເອກະພາບ ແລະ ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຮັດໃຫ້ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງຍົກລະດັບສູງຂຶ້ນ; ປະຊາຊົນສາມາດເຂົ້າເຖິງການບໍລິການດ້ານການສຶກສາ, ສາທາລະນະສຸກ, ການບໍລິການດ້ານສິນເຊື່ອ ແລະ ອື່ນໆ ນັບມື້ນັບສະດວກວ່ອງໄວ ຫຼາຍຂຶ້ນກວ່າເກົ່າ.
อาจเป็นรูปภาพของ 1 คน
ແຕ່ເຖິງຢ່າງໃດກໍຕາມ ຄຽງຄູ່ກັບຜົນງານທີ່ກ່າວມາຂ້າງເທິງກອງປະຊຸມ ເຫັນວ່າຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ:
1). ການຈັດຕັ້ງຜັນຂະຫຍາຍ ແລະ ເຊື່ອມຊຶມບັນດານະໂຍບາຍ, ນິຕິກໍາທີ່ກ່ຽວຂ້ອງກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ; ວຽກງານກໍ່ສ້າງຮາກຖານເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານ 03 ສ້າງ ຍັງບໍ່ເປັນເສົາຄໍ້າເຊິ່ງກັນ ແລະ ກັນ;
2). ຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຍັງມີ 3 ຄາດໝາຍທີ່ບໍ່ບັນລຸຕາມແຜນການ ເປັນຕົ້ນ ການສ້າງເມືອງພົ້ນທຸກໄດ້ 8 ເມືອງ (ຄາດໝາຍ 15 ເມືອງ), ສ້າງເມືອງເຂັ້ມແຂງຮອບດ້ານໄດ້ 3 ເມືອງ (ຄາດໝາຍ 4 ເມືອງ), ແລະ ການຂະຫຍາຍກອງທຶນພັດທະນາບ້ານ ໃຫ້ບ້ານຂອງເມືອງທຸກຍາກ ໄດ້ 8 ບ້ານ (ຄາດໝາຍ 12 ບ້ານ); ຈຸດສຸມພັດທະນາທີ່ເປັນບຸລິມະສິດຂອງລັດຖະບານ ແລະ ທ້ອງຖິ່ນ ການພັດທະນາບາງມາດຕະຖານຂອງຂະແໜງການຈໍານວນໜຶ່ງ ບໍ່ບັນລຸຕາມແຜນ;
3). ການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດໍາລັດ 348/ລບ ບາງຕົວເລກຄາດໝາຍຂອງສູນກາງ ແລະ ທ້ອງຖິ່ນຄາດເຄື່ອນກັນ; ການຈັດສັນພູມລໍາເນົາ ແລະ ອາຊີບໃຫ້ປະຊາຊົນ ຕາມກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ ປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ການຈັດສັນທີ່ດິນທໍາການຜະລິດໃຫ້ປະຊາຊົນ ບາງທ້ອງ ຖິ່ນ ຍັງບໍ່ທັນເໝາະສົມ, ປະຊາຊົນຈໍານວນໜຶ່ງ ບໍ່ທັນມີອາຊີບທີ່ໝັ້ນຄົງ;
4). ການນໍາພາ-ຊີ້ນໍາວຽກງານຕົວຈິງ ຢູ່ຂັ້ນຮາກຖານ ບໍ່ທັນເຂັ້ມແຂງເທົ່າທີ່ຄວນ; ຂະແໜງການກ່ຽວຂ້ອງຈໍານວນໜຶ່ງ ຍັງຂາດຄວາມຮັບຜິດຊອບ ແລະ ຖືວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນຄວາມຮັບຜິດຊອບຂອງຂະແໜງກະສິກໍາ ແລະ ປ່າໄມ້.
ກອງປະຊຸມສະພາແຫ່ງຊາດ ໄດ້ມອບໃຫ້ລັດຖະບານຈັດຕັ້ງປະຕິບັດ ບາງມາດຕະການ ເພີ່ມຕື່ມດັ່ງນີ້:
1). ຄົ້ນຄວ້າຄືນການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກົງຈັກເສນາທິການຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນລະບົບຄົບຊຸດ ຕາມຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 097/ກມສພ ແລະ ບົດແນະນໍາຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 02/ຫສພ, ລົງວັນທີ 21/02/2023 ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງແນະນຳຂອງຄະເລຂາທິການສູນກາງພັກ ກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ;
2). ປັບປຸງການຈັດສັນງົບປະມານສະເພາະໃຫ້ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ແຕ່ລະແຂວງ ແລະ ນະຄອນຫຼວງ ໂດຍໃຫ້ຄະນະຮັບຜິດຊອບວຽກງານດັ່ງກ່າວນີ້ ມີສ່ວນຮ່ວມເລີ່ມແຕ່ຫົວທີ ໃນການຈັດສັນງົບປະມານໃສ່ 45 ຈຸດສຸມ ຕາມຂໍ້ຕົກລົງ ສະບັບເລກທີ 72/ນຍ, ລົງວັນທີ11/08/2022 ວ່າດ້ວຍການຮັບຮອງເອົາຈຸດສຸມພັດທະນາ ທີ່ເປັນບຸລິມະສິດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໄລຍະ 2021-2025;
3). ກໍານົດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຂດຫ່າງໄກສອກຫຼີກທີ່ສຸດ ແລະ ເຂດຊົນນະບົດທີ່ຕັ້ງຢູ່ລຽບຕາມຊາຍແດນ ທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
4). ຈັດສັນງົບປະມານ ເພື່ອສ້າງ ແລະ ປັບປຸງ ສູນສົ່ງເສີມເຕັກນິກການກະສິກໍາທີ່ມີແລ້ວ ແລະ ສະໜອງພະນັກງານວິຊາການລົງນຳພາເຮັດຕົວຈິງ ເພື່ອຜະລິດເປັນສິນຄ້າ ແລະ ຫຼຸດຜ່ອນການນໍາເຂົ້າ;
5). ປັບປຸງເງື່ອນໄຂຂອງທະນາຄານນະໂຍບາຍ ເພື່ອໃຫ້ປະຊາຊົນຢູ່ບ້ານ, ກຸ່ມບ້ານເປົ້າໝາຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວກວ່າເກົ່າ;
6). ສ້າງແຜນແມ່ບົດ ແລະ ຍຸດທະສາດກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ ເພື່ອເປັນບ່ອນອີງ ແລະ ສະດວກໃນການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ;
7). ສ້າງກົນໄກໃຫ້ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມກວດກາວຽກງານດັ່ງກ່າວ ແຕ່ຫົວທີ.