ລົງມືກໍ່ສ້າງຂົວຂ້າມເຊລະນອງ ເຂດບ້ານຕະກໍ – ບ້ານອາລັອງ ເມືອງນອງ ແຂວງສະຫວັນນະເຂດຄວາມຍາວ 175 ແມັດ

22
ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ເຄື່ອນໄຫວຕິດຕາມໂຄງການກໍ່ສ້າງຂົວຂ້າມເຊລະນອງ.
ไม่มีคำอธิบายรูปภาพ
ທ່ານ ທິບພະວອນ ສີລາຊາ ປະທານບໍລິສັດວີແອພີ (VLP) ພັດທະ ນາກໍ່ສ້າງຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດຮັບເໝົາກໍ່ສ້າງ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມເຊລະນອງ ເຂດບ້ານ ຕະກໍ ຫາບ້ານອາລັອງ ເມືອນອງ ມີຄວາມຍາວ 175 ແມັດ, ກວ້າງ 5,5 ແມັດ, ເປັນຂົວເບຕົງອັດແຮງ, ມີມູນຄ່າການກໍ່ສ້າງທັງໝົດເກືອບ 40 ຕື້ກີບ.
อาจเป็นรูปภาพของ 6 คน
ໂຄງການກໍ່ສ້າງຂົວຂ້າມເຊລະນອງ ໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນພຶດສະພາ 2024 ແລະ ຈະໃຫ້ສຳເລັດພາຍໃນ 2 ປີ(ເດືອນ 5/2026), ປັດຈຸບັນ ສາມາດປະຕິ ບັດໄດ້ແລ້ວ 15% ຊຶ່ງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດແລ້ວມີ ກໍ່ສ້າງທາງເວັ້ນ, ຕັດດິນ, ຖົມດິນກໍ່ສ້າງທາງເຂົ້າຂົວ ແລະ ບຸກເບີກສະຖານທີ່ກໍ່ສ້າງ.
อาจเป็นรูปภาพของ แหล่งน้ำ
ຖ້າຫາກໂຄງການດັ່ງກ່າວສຳເລັດ ຈະເຮັດໃຫ້ປະຊາຊົນ 10 ບ້ານໄດ້ຊົມໃຊ້ຄື: ບ້ານຄຸ້ມສົງ, ບ້ານສະວຶ, ບ້ານຕະຫຼິງ, ບ້ານອາລັອງ, ບ້ານປໍນອງ, ບ້ານອາລາມ, ບ້ານຕັງອາໄລນ້ຳ, ບ້ານຕັງອາໄລເໜືອ, ບ້ານຕານປະໂຕ່ຍ, ບ້ານແສນ ແລະ ບ້ານຕະລຸງ, ລວມມີປະຊາກອນທັງໝົດ 90.000 ກວ່າຄົນ ໄດ້ຮັບຜົນປະໂຫຍດ ແລະ ຈະກາຍເປັນອີກເສັ້ນທາງຄົມມະນາຄົມໜຶ່ງ ທີ່ສາມາດເຊື່ອມຕໍ່ແຕ່ເມືອງນອງ ແຂວງສະຫວັນນະເຂດ ໄປຫາເມືອງຕະໂອ້ຍ ແຂວງສາລະວັນ ມີຄວາມຍາວ 43 ກິໂລແມັດ.