ເຊັນສັນຍາສຳປະທານການກໍ່ສ້າງຂົວຂ້າມນໍ້າເຊບັ້ງໄຟ

48
ແຂວງຄຳມ່ວນ ອະນຸມັດໃຫ້ກຸ່ມບໍລິສັດ ມາລີນີ ຈຳກັດ ລົງທຶນສຳປະທານ, ກໍ່ ສ້າງ ແລະ ບໍລິການ ຂົວຂ້າມນໍ້າເຊບັ້ງໄຟ ຈຸດບ້ານແກ້ງແປ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໂດຍການລົງທຶນຂອງເອກະຊົນໃນຮູບແບບການລົງທຶນ (ກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ) (BOT ຫຼື Build-Operate-Transfer).
อาจเป็นรูปภาพของ 8 คน, งานแต่งงาน และ แท่นบรรยาย
ຂົ່ວດັ່ງກ່າວ ມີຄວາມຍາວ 181 ແມັດ, ຄວາມກວ້າງຂອງໜ້າຂົວ 7 ແມັດ, ທາງຍ່າງເບື້ອງລະ 0,8 ແມັດ, ລວມຄວາມກວ້າງຂອງຂົວ 8,60 ແມັດ ແລະ ເສັ້ນທາງເຂົ້າຂົວ 2 ເບື້ອງປູດ້ວຍຄອນກີດ ຍາວ 390 ແມັດ.
ດ້ວຍການສຶກສາ, ສຳຫຼວດ, ແຕ້ມແບບ, ວິສະວະກໍາ, ລົງທຶນ, ກໍ່ສ້າງ, ດຳເນີນການ ແລະ ບູລະນະຮັກສາ, ຈັດຫາສິ່ງອຳນວຍຄວາມສະດວກຕ່າງໆຂອງໂຄງການ ແລະ ໃຫ້ສິດທິພິເສດໃນການເກັບຄ່າບໍລິການຜ່ານຂົວ ຫຼື ຄ່າທຳນຽມໃນການຊົມໃຊ້ຂົວ ເຊິ່ງມີໄລຍະການສຳປະທານ ແລະ ບໍລິການ 42 ປີ.
อาจเป็นรูปภาพของ 15 คน, แท่นบรรยาย และ ข้อความ
ພິທີເຊັນສັນຍຈັດຂຶ້ນໃນວັນທີ 14 ມິຖຸນາ 2024 ທີ່ໂຮງແຮມຣີເວີເຣ່ຍ ເມືອງທ່າແຂກ ແຂວງຄຳມ່ວນ ຕາງໜ້າລົງນາມຝ່າຍອົງການປົກຄອງແຂວງຄຳມ່ວນ ໂດຍລະຫວ່າງ ທ່ານ ໝັ້ນຍືນ ຄີນສະໝອນ ຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງ ກັບທ່ານ ພຸດສະດຸ ອິນທະວົງ ປະທານກຸ່ມບໍລິສັດ ມາລີນີ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.