ກຽມຈັດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024

66

ໃນວັນທີ 14 ມິຖຸນາ 2024 ຜ່ານມາ, ທີ່ໂຮງແຮມແລນມາກ, ສະມາຄົມຫັດຖະກຳລາວ (ຫກລ) ໄດ້ຈັດພິທີຖະແຫຼງຂ່າວ ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 ຂຶ້ນ, ໂດຍການເຂົ້າຮ່ວມຖະແຫຼງຂ່ອງທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມ ຫັດຖະກຳລາວ, ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ປ້າ ຈັນເທົາ ປະຖົມມະວົງ ປະທານກິດຕິມະສັກ ປະມາຄົມຫັດຖະກຳລາວ, ທ່ານ ພູເຮືອງ ສຸວັນນະລາດ ຮອງຫົວໜ້າກົມມໍລະດົກ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຜູ້ຈັດການໂຮງແຮມແລນມາກ ພ້ອມດ້ວຍບັນດາທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມ ຫັດຖະກຳລາວ ຖະແຫຼງບາງຕອນວ່າ: ເນື່ອງຈາກວ່າການຈັດງານມະຫາກຳສືມືຫັດຖະກຳລາວ ແລະ ກອງປະຊຸມແຜ່ນແພ ພື້ນເມືອງອາຊຽນ ຄັ້ງທີ 9 (The 9th ASEAN Traditional Textiles Symposium). ມີເນື້ອໃນກ່ຽວກັບການສົ່ງເສີມວຽກງານຫັດຖະກຳເຊັ່ນດຽວກັນ ແລະ ເວລາຈັດ ກໍຕິດຕໍ່ກັນ. ດັ່ງນັ້ນ ການຖະແຫຼງຂ່າວມື້ນີ້ແມ່ນຈະໄດ້ຖະແຫຼງກ່ຽວກັບ 2 ປະເດັນດັ່ງກ່າວຄື: 1). ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 ແມ່ນຈະໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2024 ເຖິງ ວັນທີ 3 ພະຈິກ 2024 (ລວມ 9 ວັນ) ທີ່ສູນການຄ້າ ລາວ-ໄອເຕັກ ຕຶກເກົ່າ; 2). ກອງປະຊຸມແຜ່ນແພ ພື້ນເມືອງອາຊຽນ ຄັ້ງທີ 9 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນວັນທີ 3-6 ພະຈິກ 2024 ທີ່ໂຮງແຮມແມ່ນມາກ ລີເວີໄຊ.

ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 ເປັນບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳໃນທົ່ວປະເທດ ເຊິ່ງເປັນກິດຈະກຳຫຼັງຂອງສະມາຄົມ ທີ່ພວກເຮົາໄດ້ຈັດທຸກໆປີ ເລີ່ມຈັດມາແຕ່ປີ 2002 ມາຮອດປະຈຸບັນ ກໍ 20 ກວ່າປີ. ຈຸດປະສົງແມ່ນເປັນການສົ່ງເສີມການຜະລິດ ແລະ ການຕະຫຼາດໃນຂະແໜງຫັດຖະກຳ, ພ້ອມເປັນການສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ 1 ພະຈິກ ຂອງທຸກໆປີ. ທັງເປັນການສະຫຼອງຫັດຖະກຳພືື້ນເມືອງພູມປັນຍາ ການຕໍ່າລາຍນາກ ລາວ ທີ່ຖືກຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທຳນາມມະທຳຂອງມວນມະນຸດ.


ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງ ອຄ ກ່າວບາງຕອນວ່າ: ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 ແມ່ນຈັດຂຶ້ນພາຍໃຕ້ຄຳຂວັນ: ສີໄມ້ລາຍມື ອຸທະຍານແຫ່ງການທ່ອງທ່ຽວ ເຊື່ອມໂຍງມໍລະດົກຜ້າແພພື້ນເມືອງອາຊຽນ. ນອກນີ້ຍັງເປັນການສ້າງຂະບວນການຕ້ອນຮັບການເປີດປີທ່ອງທ່ຽວ 2024 ໃຫ້ລາວກາຍເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກຳ. ທັງເປັນການໃຫ້ຊາວຊ່າງທົ່ວປະເທດໄດ້ເຂົ້າເຖິງການຕະຫຼາດ ແລະ ສາມາດແລກປ່ຽນດ້ານຫັດຖະກຳ ກຳຊ່າງທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ກ່າວບາງຕອນວ່າ: ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 23 ປີ 2024 ຈະມີບັນດາຫົວໜ່ວຍທຸລະກິດມາຮ່ວມວາງສະແດງທັງໝົດ 243 ຮ້ານ ຫຼື ບູສ, ເຊິ່ງຈະປະກອບມີ: 1. ພາກສ່ວນ ແຜ່ນແພ (ຜ້າໄໝ ຜ້າຝ້າຍ); 2. ພາກສ່ວນ ເຄື່ອງປະດັບ (ເງີນ ຄໍາ ແກ້ວປະເສີດ); 3. ພາກສ່ວນ ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); 4. ພາກສ່ວນ ຜະລິດຕະພັນວັດທະນະທຳ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫຼັກ, ເຄື່ອງດົນຕີພື້ນເມືອງ ແລະ ອື່ນໆ…); 5. ພາກສ່ວນ ເຟີນີເຈີ; 6. ພາກສ່ວນ ອາຫານພື້ນເມືອງ, ສະໝູນໄພ ແລະ ອື່ນໆ; 7. ພາກສ່ວນທຸລະກິດ ຈາກປະເທດສະມາຊິກ ອາຊຽນ; 8. ພາກສ່ວນ ອົງການ CBI; 9. ພາກສ່ວນ ອາສາສະໝັກຈາກອົງການໄຈກາ (JICA) ແລະ 10. ພາກສ່ວນໂຄງການ OTTAINAI. ຄຽງຄູ່ກັນນີ້ພາຍໃນງາານຍັງຈະມີຫຼາຍກິດຈະກຳຍ່ອຍເຊັ່ນ: ການສຳມະນາ, ກິດຈະກຳສະແດງບົດຟ້ອນພື້ນເມືອງ, ເດີນແບບຜ້າໄໝ ແລະ ອື່ນໆອີກຫຼາຍກິດຈະກຳ.