ສໍາເລັດຢ່າງຈົບງາມ ການແຂ່ງຂັນດອກປີກໄກ່ ຊີງຂັນທ່ານຮອງເຈົ້າຄອງ ນວ ສະຫຼອງວັນສ້າງກິລາລາວ ຄົບຮອບ 58 ປີ

45

ການການແຂ່ງຂັນກິລາດອກປີກໄກ່ ອ້ອມຂ້າງສູນກາງ ຊີງໄຊ 3 ລາຍການປະເພດຄູ່ຊາຍ ຊີງຂັນທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ( ນວ ) ຄັ້ງທີ 1 ປະຈຳປີ 2024 ເພືື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງກິລາລາວ ຄົບຮອບ 58 ປີ ພ້ອມທັງສົ່ງເສີມນັກກິລາຈາກສະໂມສອນຕ່າງໆພັດທະນາຕົນເອງຢ່າງຕໍ່ເນື່ອງສາມາດກ້າວຂຶ້ນໄປເປັນນັກກິລາທີມຊາດ ກໍຄື ເປັນຕົວແທນໃຫ້ ນະຄອນຫຼວງວຽງຈັນ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ປີ 2025 ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ສໍາເລັດຢ່າງຈົບງາມເມື່ອວັນທີ 14 ມິຖຸນາ 2024.

ສວນອາຫານມັງກອນທອງ ຮ່ວມກັບບໍລິສັດ ພັນມີໄຊ ຈັດພິທີປິດການແຂ່ງຂັນກິລາດອກປີກໄກ່ ອ້ອມຂ້າງສູນກາງ ຊີງຂັນທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຄັ້ງທີ 1 ປະຈຳປີ 2024 ໃນວັນທີ 12 ມິຖຸນາ 2024 ທີ່ສະໂມສອນ ດອກປີກໄກ່ ຄຳເສັງ ເຂດບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນແລ່ນ-ລານຄົນພິການແຫ່ງຊາດລາວ, ທັງເປັນເຈົ້າຂອງສວນອາຫານມັງກອນທອງ ແລະ ທ່ານ ຄຳບານ ພັນມີໄຊ ປະທານບໍລິສັດ ພັນມີໄຊ ມີບັນດາສະໂມສອນອ້ອມຂ້າງສູນກາງສົ່ງນັກກິລາເຂົ້າຮ່ວມ 96 ຄົນ.

ລາຍການດັ່ງກ່າວ ມີການແຂ່ງຂັນຊີງໄຊ 3 ລາຍການ ກໍຄື, ສາຍທີ 1, 2 ແລະ 3 ແຂ່ງຂັນແບບນ໋ອກເອົ້າ ຊຶງມີນັກກິລາທັງໝົດ 96 ຄົນມາຈາກ ສະໂມສອນ ບຶງຂະຫຍອງ, ແສງຕາວັນ, ເບຍລາວ, ເສດຖາ, ດົງປາລານ, ເອພີ ກັບຕັນ, ສະກາຍໄລທ໌ ແລະ Lapdok ເປັນຕົ້ນ ຈັດການແຂ່ງຂັນລະຫວ່າງວັນທີ 12-14 ມິຖຸນາ 2024 ທີ່ສະໂມສອນ ດອກປີກໄກ່ ຄຳເສັງ ເຂດບ້ານບຶງຂະຫຍອງ
ຜ່ານການແຂ່ງຂັນປາກົດວ່າ:
-ສາຍທີ 1: ແຊັມເປັນຂອງ ກູ + ໂຢ ເອພີ ກັບ ຕັນ, ອັນດັບ 2 ໂຕ່ຍ + ມອນ ແລະ ອັນດັບ 3 ໂຢ໊ + ເຈມ
-ສາຍທີ 2: ແຊັມເປັນຂອງ ອາລຸນ + ຂຽວ, ອັນດັບທີ 2 ອາປິງ + ອາເຕົາ ແລະ ອັນດັບ 3 ນົກ + ແກ້ວ
-ສາຍທີ 3: ແຊັມເປັນຂອງ ແລັດ + ຄໍາບານ, ອັນດັບ 2 ນໍລະສິນ + ອຸທອນ ແລະ ອັນດັບ 3 ຮ່ວມໄດ້ແກ່ ຖາວອນ + ເສີດ ກັບ ອ່າງ + ຕ໋ອງ.
ຂ່າວ-ຮູບ: Larh Creators