ບາບີ້ ເປີດຮ້ານໃໝ່ ຊວນແຟນຄັບອຸດໜຸນ “ ມີແນວ ”

67

ອີກໜຶ່ງສາວງາມມາກຄວາມສາມາດ ທີ່ທັງງາມ ສຽງມ່ວນ ແລະ ມີເອກະລັກພິເສດ ຄືສາມາດພາກສຽງຕ່າງໆໄດ້ ເປັນພອນສະຫວັນບວກພອນສະແຫວງທີ່ເປັນສະເໜ່ໜຶ່ງໃຫ້ກັບສາວຄົນນີ້ ກໍຄື ບາບີ້ ປີຍາມາດ Miss international Laos 2018 ທີ່ຫຼ້າສຸດໄດ້ເປີດທຸລະກິດໃໝ່ເປັນຂອງຕົນເອງ.

อาจเป็นรูปภาพของ 4 คน และ ไวโอลิน

ບາບີ້ ບອກວ່າ 02/06/2024 ມື້ສັນວັນດີ ມັດແຂນເອີ້ນຂວັນພໍ່ຫລັງຈາກຜ່າຕັດ ແລະ ຖືເອົາເປັນມື້ເຮັດເພນຂຶ້ນຮ້ານໃໝ່ ຂໍຝາກຮ້ານນ້ອຍໆຂອງເຮົາແດ່ເດີ້ ມີແນວ (Me ແນວ) ສໍາລັບຮ້ານແບບບໍ່ເປັນທາງການເທື່ອ.

อาจเป็นรูปภาพของ 6 คน และ ดอกยิปโซ

ຮ້ານແມ່ນຂາຍເສື້ອຜ້າ ຫຼາກຫຼາຍສະຕາຍ ໂດຍສະເພາະກໍສະຕາຍໜ້າຮັກໆ ແບບບ້າບີ້ເອງ ຖ້າເປີດມື້ໃດແມ່ນກຽມໄປອຸດໜຸນໄດ້ ຝາກຮ້ານຂອງ ບາບີ້ແນ່ເດີ.

อาจเป็นรูปภาพของ 2 คน, ยูสโทมา และ ข้อความ

ຮ້ານແມ່ນຕັ້ງຢູ່ບ້ານ ທ່ານາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖ້າຕິດຕາມແນວເສື້ອຜ້າ, ຜົນງານຕ່າງໆໃນວົງການບັນເທີງ ຂອງ ບາບີ້ ປາຍາມາດໄດ້ ຮັບຮອງວ່າມີມາໃຫ້ໄດ້ຊົມຕະຫຼອດແນ່ນອນ ແລະ ສາມາດຕິດຕາມການເຄື່ອນໄຫວຕ່າງໆຂອງ ບາບີ້ໄດ້ ທີ່ FB: Barbie Piyamarth Phounpaseuth.

อาจเป็นรูปภาพของ 2 คน

ຂ່າວ: ເມລີ; ຮູບ: Barbie Piyamarth Phounpaseuth