ມາອັບເດດອີກຮອບກ່ອນມື້ Final ຂອງ Miss Universe Laos2024

62

ຂ່າວບັນເທີງເຊື່ອວ່າຫຼາຍໆຄົນຕັ້ງໜ້າຕັ້ງຕາລໍຖ້າມື້ນີ້ ໂດຍສະເພາະແຟນໆນາງງາມທັງຫຼາຍ ສະນັ້ນມື້ນີ້ພາທຸກຄົນມາອັບເດດເວທີ ນາງງາມຈັກກະວານລາວ2024ກັນແດ່ ກັບຮອບນີ້ເລີຍ RED CARPET OF FINAL COMPETITION ເດີນພົມແດງກັນແບບຈັກກະວານ ໃຜເລີດກວ່າໃຜ ເຮົາມາເບິ່ງກັນເລີຍ ໂດຍເປີດຂາຍບັດແລ້ວເດີທຸກຄົນ!!! ຮ່ວມໃຫ້ກຳລັງໃຈ ສາວງາມ 18 ຄົນ ຕົວແທນນຳສະເໜີ 18 ແຂວງ ໃນຮອບຕັດສິນ ວັນເສົາທີ 8 ມິຖຸນາ 2024 ເວລາ 18:30 ໂມງ ປະຕູເປີດສະຖານທີ່ແມ່ນພັດຕະຄານເຊັນພິລາ ຮໍ Bເດີທຸກຄົນ ພາດບໍ່ໄດ້ຍິ່ງໃຫຍ່ຕະການຕາແນ່ນອນ.

อาจเป็นรูปภาพของ 3 คน

ສຳພັດກັບຄວາມອາລັງການ ລະບົບໄຟແສງສີສຽງ ລະດັບຈັກກະວານ ໄດ້ເລີ່ມຂຶ້ນແລ້ວ ສອບຖາມຈອງບັດໄດ້ເລີຍມື້ນີ້ ເພາະ 1ປີມີຄັ້ງດຽວ ກັບງານລະດັບຊາດ ທີ່ໃຜໆກາພາດບໍ່ໄດ້ ໂດຍສະເພາະແຟນໆນາງງາມ ພ້ອມພົບກັບການສະແດງຈາກສິລະປິນລະດັບແຖວຫນ້າຂອງເມືອງລາວ, ນາງງາມຈັກກະວານລາວ ຄົນທີ 8 ຈະແມ່ນໃຜ ເພື່ອເປັນຕົວແທນສາວງາມລາວ ສູ່ເວທີ ຈັກກະວານ ມາສ້າງປະຫວັດສາດຫນ້າໃໝ່ຮ່ວມກັນ ສໍາລັບບັດລາຄາດັ່ງນີ້:

ZONE A: 1.500.000 ກີບ ໄດ້ເຂົ້າຫ້ອງ VIP ຕ້ອນຮັບ ແລະ ອາຫານຫວ່າງ, ZONE B: 1.000.000ກີບ ໄດ້ເຂົ້າຫ້ອງ VIP ຕ້ອນຮັບ ແລະ ອາຫານ ຫວ່າງ, ZONE C: 600.000ກີບ

ແລະ ZONE D: 300.000ກີບ.

อาจเป็นรูปภาพของ 2 คน และ เปีย

ໃຜສົນໃຈຢາກໄປເບິ່ງໄປຊົມຄວາມຍິ່ງໃຫຍ່ອາລັງການນີ້ສາມາດສອບຖາມ ແລະ ຈອງບັດໄດ້ທີ່: Inbox  ເພຈ ແລະ WhatApps: +8562059876952 ເຊິ່ງຈັດງານໂດຍ 78 Creation Laos.

ມື້ນີ້ຂ່າວບັນເທີງກໍໄດ້ນໍາເອົາ ພາບຄວາມງົດງາມຂອງ MISS UNIVERSE LAOS x ຫັດຖະກຳນາກຄຳ ແມ່ຍິງລາວມີເອກະລັກເອກອ້າງ ວັດທະນະທຳນຸ່ງຖືໂດດເດັ່ນ ຈັກກະວານລາວ ຮ່ວມສືບສານ ຮຽນຮູ້ເອກະລັກ “ຜ້າລາຍນາກ” ທີ່ໄດ້ຂຶ້ນເປັນ ມໍລະດົກໂລກຈາກອົງການ UNESCO ທີ່ ຮ້ານຫັດຖະກຳນາກຄຳ ມາຝາກມາຕ້ອນແຟນໆນໍາອີກ ຮ່ວມສົ່ງກຳລັງໃຈກັນນໄດ້ໃນງານສະເຫຼີມສະຫຼອງຜ້າລາຍນາກ ໂດຍສະມາຄົມຫັດຖະກຳລາວ ໃນວັນທີ 7/6/2024 ນີ້ ທີ່ຫໍວັດທະນະທຳແຫ່ງຊາດ ເວລາ 13:00 ນີ້ເດີ.

ຕິດຕາມການປະກວດໄດ້ທີ່ເພຈ Miss Universe Laos.