1 ມິຖຸນາ ສວນພຶກສາ ງາມສະຫງ່າໜ້າຊົມ

50

ຜ່ານໄປແລ້ວ 1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ແຕ່ສິ່ງທີ່ຢາກບອກກັບຫຼາຍຄົນຮູ້ນໍາກັນຕື່ມນັ້ນກໍຄື: ສວນພຶກສາມີການປັບປຸງພັດທະນາຕໍ່ເນື່ອງ ແລະ ໃນວັນທີ 1 ມິຖຸນາ ຜ່ານມາກໍມີຫຼາຍກິດຈະກໍາສ້າງຄວາມປະທັບໃຈໃຫ້ກັບຜູ້ເຂົ້າຮ່ວມ.

อาจเป็นรูปภาพของ 3 คน และ ข้อความ

ບັນຍາກາດຕອນເຊົ້າມີຝົນຕົກລົງມາສ້າງຄວາມຊຸ່ມເຢັນສູ່ພືດພັນ ແລະ ສັດສານາໆສິ່ງ ຕໍ່ມາກໍເພີກຫາຍ ຊ່າງເໝາະສົມກັບການປູກຕົ້ນໄມ້ອີ່ຫຼີ ເຊິ່ງທີ່ສວນພຶກສາໃນວັນນັ້ນ ມີກິດຈະກໍາການເດີນແບບຂອງໜຸ່ມສາວຊົນເຜົ່າມົ້ງ, ກິດຈະກໍາປ່ອຍປາ, ມອບຂອງຂວັນໃຫ້ຫຼານນ້ອຍ, ການສະແດງ ແລະ ປູກຕົ້ນໄມ້ ເປັນຕົ້ນ.

ທຸກໆຄົນທີ່ຮ່ວມງານອີ່ມເອີບດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສອັນບົ່ງບອກເຖິງ ຄວາມສຸກຄວາມຍິນດີ ໂດຍສະເພາະຫຼານໆນ້ອຍ ທີ່ໄດ້ຮັບຂອງຂວັນທີ່ລະນຶກກັບບ້ານໄປພ້ອມ ຍ່ອມມີອາລົມສູນທະລີທີ່ແຕກຕ່າງຈາກວັນປົກກະຕິທໍາມະດາ ເຫັນແລ້ວກໍອົດຍິ້ມຍິນດີກັບພວກເຂົາບໍ່ໄດ້.

อาจเป็นรูปภาพของ 1 คน และ ฟลุต

ສໍາລັບສວນພຶກສາ ແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາແຫ່ງນີ້ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ທຸກໆຄັ້ງທີ່ໄປແມ່ນເຫັນໄດ້ໃນຄວາມແຕກຕ່າງບໍ່ວ່າຈະເປັນສິ່ງປຸກສ້າງ, ສະຖານທີ່ນັ່ງຫຼິ້ນກິນ-ດື່ມ ແລະ ທັດສະນີຍະພາບພາຍໃນສວນ.

ມວນດອກໄມ້ຫຼາຍສາຍພັນເບັ່ງບານຕາມລະດູການ, ພືດພັນທີ່ປູກໃໝ່ແຕກໜໍ່ຈໍ່ໃບເຮັດໃຫ້ຮູ້ສຶກເໝືອນໄດ້ໃກ້ຊິດກັບຜືນປ່າທີ່ຄຸ້ນເຄີຍ ແລະ ບາງຄັ້ງກໍພາໃຫ້ຄິດເຖິງບ້ານເກີດເມືອງນອນ ໂດຍສະເພາະຄົນທີ່ເຄີຍອາໄສທ້ອງຖິ່ນດິນນາແລ້ວອໍາລາຈາກບ້ານມາໄກ.

อาจเป็นรูปภาพของ ข้อความ

ໃນພື້ນທີ່ຫຼາຍເຮັກຕາທີ່ມີການເນລະມິດເປັນແຫຼ່ງທ່ອງທ່ຽວແຫ່ງນີ້ ມີໃຫ້ເຫັນຫຼາຍຢ່າງເຊັ່ນ: ໝູ່ປາລອຍຫຼິ້ນ, ນໍ້າຕົກຈໍາລອງ, ເຮືອນບັນດາເຜົ່າ, ຫໍວາງສະແດງຜະລິດຕະພັນ…ຈິ່ງສັງລວມໄດ້ວ່າ: ສວນພຶກສາ ເປັນໄດ້ທັງສະຖານທີ່ພັກຜ່ອນຢ່ອນໃຈ ແລະ ເປັນແຫຼ່ງແຫ່ງການຮຽນຮູ້ທີ່ແທດເໝາະກັບທຸກເພດໄວ.

ໃຜທີ່ໄປເປັນຄູ່ກໍອາດເລືອກນັ່ງຕູບແຄມນໍ້າຊົມນໍ້າຕົກ ຫຼື ໝູ່ປາລອຍຫຼິ້ນ; ຜູ້ທີ່ໄປແບບຄອບຄົວມີລູກຍັງນ້ອຍກໍາລັງມັກຫຼິ້ນມັກແລ່ນ ກໍຊອກນັ່ງໃກ້ສະລອຍນໍ້າເພື່ອໃຫ້ລູກໄດ້ລົງນໍ້າຢ່າງສໍາລານໃຈ; ສ່ວນໃຜທີ່ໄປເປັນກຸ່ມສຶກສາຫາຮຽນຮູ້ກໍເລາະເບິ່ງສວນດອກໄມ້ ແລະ ໝູ່ບ້ານຊົນເຜົ່າ.

ພິເສດ: ສໍາລັບສາຍບຸນ ຫຼື ຜູ້ທີ່ຕ້ອງການກາບໄຫວ້ບູຊາ ກໍຕ້ອງແວ່ສວນພະຍານາກ ເຊິ່ງມີອົງພະປັ້ນ ແລະ ນາກຄູ່ ຊົງຕັ້ງແຕ່ງປະດິດສະຖານຢູ່ພາຍໃນສວນພຶກສາແຫ່ງນີ້.

ສວນພຶກສາ ໄດ້ມີການພັດທະນາ ແລະ ເປີດບໍລິການທ່ອງທ່ຽວມາໄດ້ຫຼາຍປີແລ້ວ ແຕ່ມີການພັດທະນາຢ່າງຕໍ່ເນື່ອງໃນແບບທີ່ຫຼາຍຄົນຄາດບໍ່ເຖິງ. ຫຼ້າສຸດລະຫວ່າງວັນທີ 22-23-24 ມີນາ 2024 ນີ້ ທີ່ສວນພຶກສາ ກໍມີງານແບບຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນ ຄື: ການເປີດປີທ່ອງທ່ຽວຂອງເມືອງນາຊາຍທອງ ແລະ ສົມໂພດພະຍານາກ ມີຜູ້ຄົນມາກໜ້າຫຼາຍຕາທົ່ວສາລະທິດເຂົ້າຮ່ວມຊົມສະຫຼອງ.

ສົນໃຈໄປທ່ຽວຊົມແມ່ນໄປໄດ້ທັງລະດູແລ້ງ ແລະ ລະດູຝົນ ສະຖານທີ່ຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.