ນ້ຳຕົກຕາດຜາຫວ່າງ ແຫຼ່ງທ່ອງທ່ຽວທໍາມະຊາດ ທີ່ເມືອງຊໍາໃຕ້ ຍາວ 700 ແມັດ 21 ພັກ

82

ນໍ້າຕົກຕາດຜາຫວ່າງ ເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງເມືອງຊຳໃຕ້ ທີ່ໄດ້ຖືກຄົ້ນພົບ ແລະ ປະກາດເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດຢ່າງເປັນທາງການ ເຊິ່ງໃນອະນາຄົດແຫຼ່ງທ່ອງທ່ຽວແຫ່ງນີ້ອາດກາຍເປັນແຫຼ່ງທ່ອງທ່ຽວລະດັບແຂວງ ແລະ ລະດັບຊາດ.

ທ່ານ ຮິນທອງ ດວງຈັນສຸກ ເຈົ້າເມືອງຊຳໃຕ້ ເຜີຍຕໍ່ນັກສື່ຂ່າວທ້ອງຖິ່ນວ່າ: ຕະຫຼອດໄລຍະຜ່ານມາ ນໍ້າຕົກຕາດຜາຫວ່າງ ຕັ້ງຢູ່ໃນຂອບເຂດພື້ນທີ່ຂອງບ້ານປາວເໜືອ ເຊິ່ງເມື່ອກ່ອນບ້ານປາວເໜືອແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານເມືອງປາວ ແລະ ຂຶ້ນກັບເມືອງຊຳໃຕ້ ມາແຕ່ດົນນານ.

ไม่มีคำอธิบายรูปภาพ

ອີງຕາມຄໍາບອກເລົ່າຂອງຜູ້ເຖົ້າຜູ້ແກ່ທີ່ເລົ່າສືບຕໍ່ກັນມາວ່າ: ຜູ້ທີ່ມາສ້າງເປັນບ້ານທຳອິດ ແມ່ນມີ 3 ຈຸ້ມຈາວ ຄື: ຈຸ້ມຈາວທີ 1 ເປັນຊົນເຜົ່າໄຕແດງທີ່ຍ້າຍມາແຕ່ເມືອງປາວ, ຈຸ້ມຈາວທີ 2 ຍ້າຍມາແຕ່ເມືອງໂສຍ ແລະ ຈຸ້ມຈາວທີ 3 ຍ້າຍມາແຕ່ຮິ່ງຮ່າ ປ່າມູນ ລຽບແມ່ນໍ້າແດງ ( ພາກເໜືອຂອງ ສສ ຫວຽດນາມ ໃນປັດຈຸບັນ ) ມາຢູ່ຮ່ວມກັນແລ້ວສ້າງເປັນບ້ານຂຶ້ນ ເມື່ອປະມານປີ 1422 ໂດຍໃນເບື້ອງຕົ້ນມີ 27 ຄອບ¬ຄົວ ແລະ ເອີ້ນຊື່ບ້ານວ່າ: ບ້ານນາຄຳ ໃນໄລຍະຕໍ່ມາໄດ້ປ່ຽນຊື່ຈາກບ້ານນາຄຳມາເປັນບ້ານປາວເໜືອ ໂດຍກຳ¬ນົດຊື່ເອີ້ນຕາມສາຍນ້ຳ ເພາະວ່າບ້ານຕັ້ງຢູ່ລຽບຫ້ວຍນ້ຳປາວຕອນເໜືອ, ນອກນັ້ນຍັງມີຫ້ວຍນໍ້າຮໍ ເຊິ່ງເປັນຍອດ¬ນໍ້າປາວທີ່ໄຫຼມາແຕ່ພູພຽງນໍ້າຍື່ງເຂດກະສອນ ໂດຍນໍ້າດັ່ງ¬ກ່າວໄດ້ໄຫຼລອດຜາອອກມາເປັນນໍ້າຕົກຕາດທີ່ສວຍງາມຊາວບ້ານເຂດນີ້ເລີຍເອີ້ນຊື່ຕາມຜານໍ້າອອກມານີ້ວ່າ: ຕາດຜາຫວ່າງ ສືບຕໍ່ກັນມາຈົນເຖິງປັດຈຸບັນ.

อาจเป็นรูปภาพของ น้ำตก

ນໍ້າຕົກຕາດຜາຫວ່າງ ຂຶ້ນກັບບ້ານປາວເໜືອ ເມືອງຊຳໃຕ້ ຫ່າງຈາກເທສະບານເມືອງຊຳເໜືອ ປະມານ 174 ກິໂລແມັດ, ຫ່າງຈາກຕົວເມືອງຊຳໃຕ້ ປະມານ 30 ກິໂລແມັດ ເປັນນໍ້າຕົກຕາດ ອອກຈາກຮູຜາຫີນທີ່ຢຽດຍາວໄປຕາມສາຍພູສູງ ແລະ ມີນ້ຳໄຫຼຕະຫຼອດປີເປັນນ້ຳ¬ຕົກຕາດທຳມະຊາດທີ່ສວຍງາມຫຼາຍ; ຄວາມຍາວທັງໝົດ 700 ແມັດ, ກວ້າງສະເລ່ຍ   15 – 20 ແມັດ ມີ 21 ພັກ ແຕ່ລະພັກມີລັກສະນະຄວາມງາມແຕກຕ່າງກັນ; ເປັນຕາດທີ່ມີສະເໜ່ດຶງດູດຈິດໃຈຜູ້ມາທ່ຽວຊົມ. ຍ້ອນຄວາມງາມຂອງທຳມະຊາດທີ່ອຸດົມສົມ¬ບູນໄປດ້ວຍຊີວະນາໆພັນອັນຫຼາກຫຼາຍ, ອາກາດສົດຊື່ນເຢັນສະບາຍ, ສອງຟາກຫ້ວຍມີຕົ້ນໄມ້ຫຼາຍສາຍພັນຫຸ້ມລ້ອມຂຽວງາມຕະຫຼອດປີ, ມີສັດສາວາສິ່ງຫຼາຍຊະນິດເຊັ່ນ: ນົກ, ກະຮອກ ແລະ ສັດປ່າຊະນິດອື່ນໆອາໄສຢູ່ຢ່າງຫຼວງຫຼາຍ ພິເສດ: ແມ່ນໂຕທະນີ ເຊິ່ງຈະອອກມາຮ້ອງຂັບກ່ອມບັນຍາກາດໃນຂອບເຂດບໍລິເວນດັ່ງກ່າວຢູ່ຕະຫຼອດ. ນອກນັ້ນໃນຂອບເຂດນ້ຳຕົກຕາດຜາຫວ່າງ ຍັງມີຮ່ອງຮອຍທາງປະຫວັດສາດ, ວັດທະນະທຳຫຼາຍຢ່າງທີ່ໜ້າງຶດງໍ້ ເຊັ່ນ: ຫີນຕັ້ງ, ຫີນໜູນີກາ ( ຮູບອະໄວຍະວະເພດ ຍິງ – ຊາຍຢູ່ຮ່ວມກັນ ), ມີຮ່ອງຮອຍອື່ນໆ ແລະ ຖໍ້າມ້າຫີນຜູ້ເຖົ້າຜູ້ແກ່ເຄີຍເວົ້າກັນວ່າ: ຖໍ້າມ້າ ສາລີກາບຜາຮໍ ມີຄວາມເໝາະສົມແກ່ການໄປທ່ຽວຊົມ ແລະ ພັກຜ່ອນໃນມື້ວັນພັກຕ່າງໆ.

ສາເຫດທີ່ມາຂອງຊື່ຜາ ຫວ່າງນັ້ນ ຕາມການບອກ¬ເລົ່າຂອງຊາວບ້ານໃຫ້ຮູ້ວ່າ: ແຕ່ກ່ອນຜາແຫ່ງນີ້ມີໂຕຫວ່າງ ຫຼື ໂຕບ່າງ ເປັນຈໍານວນຫຼາຍ ປະກອບກັບຜາຫີນສູງຍາວມີນໍ້າໄຫຼອອກຈາກຮູຜາທີ່ເປັນວ່າງສອງຜາຮຽງກັນໃນລະດູ¬ຝົນ ຈຶ່ງໄດ້ເອີ້ນຊື່ວ່າ: ຜາ ຫວ່າງ.

ທ່ານ ຮິນທອງ ດວງຈັນສຸກ ຍັງໃຫ້ຮູ້ວ່າ: ມາຮອດຕົ້ນເດືອນພະຈິກ 2015 ທາງເມືອງໄດ້ຕັດສິນໃຈມອບໃຫ້ບໍ¬ລິສັດ ບຸນທະວີຊັບ ເປັນຜູ້ລົງ¬ທຶນກໍ່ສ້າງເສັ້ນທາງເຂົ້າຫາຕາດດັ່ງກ່າວ ເພື່ອສ້າງພື້ນ¬ຖານໂຄງລ່າງໃນເບື້ອງຕົ້ນ ເຊິ່ງມີຄວາມຍາວ 4 ກິໂລ¬ແມັດ ເພື່ອເປັນການສ້າງເງື່ອນໄຂໃຫ້ພະນັກງານ, ປະ¬ຊາຊົນ, ແຂກຕ່າງບ້ານທ່ານຕ່າງແດນໄດ້ທ່ຽວຊົມທິວທັດທຳມະຊາດທີ່ສວຍສົດງົດງາມແຫ່ງນີ້.

ແນວໃດກໍດີ, ການພັດທະ¬ນາແຫຼ່ງທ່ອງທ່ຽວນໍ້າຕົກ¬ຕາດຜາຫວ່າງ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ໃນຂັ້ນຕໍ່ໄປ ຈະສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງທຳມະຊາດລະດັບແຂວງ ແລະ ລະດັບຊາດໃນອະນາຄົດ.