ກຽມປະກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

72

ຫໍໄຕປີດົກ ວັດສີມຸງຄຸນ (ວັດກາງ) ທີ່ຕັ້ງຢູ່ບ້ານວັດກາງ, ເມືອງສາລະວັນ, ແຂວງສາລະວັນ ຈະໄດ້ຮັບການປະກາດເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ພາຍໃນຕົ້ນເດືອນເມສາ 2022 ເຊີ່ງອົງການປົກຄອງແຂວງຈະຈັດໃຫ້ມີຫຼາຍກິດຈະກໍາສໍາຄັນທີ່ຕິດພັນກັບການສົ່ງເສີມການທ່ອງທ່ຽວ ໂດຍສະເພາະລາວທ່ຽວລາວ.


ທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແຂວງສາລະວັນ ໃຫ້ສໍາພາດວ່າ: ຫໍໄຕປີດົກຂອງແຂວງສາລະວັນ ສ້າງຂຶ້ນມາໄດ້ 238 ປີແລ້ວ (ສ້າງຂຶ້ນໃນປີ 1784) ຖືເປັນມໍລະດົກມິ່ງເມືອງທີ່ຊົງຄຸນຄ່າຂອງ ແຂວງສາ ລະວັນ ເຊີ່ງຖືກຝູງບິນ T28 ຂອງຈັກກະພັດອາເມລິກາຍິງທໍາລາຍໃນຊຸມປີ 1970 ເຮັດໃຫ້ໄດ້ຮັບຄວາມເສຍຫາຍໜັກສົມຄວນ ຈາກນັ້ນໃນປີ 2009 ອົງການປົກຄອງແຂວງໄດ້ຕົກລົງໃນການກໍ່ສ້າງ ແລະ ປະ ຕິສັງຂອນຫໍໄຕປີດົກຄືນໃໝ່ ເປັນຕົ້ນ

ການກໍ່ສ້າງກົມມະລຽນອ້ອມຂ້າງຫໍໄຕ, ກໍ່ສ້າງຫໍປະດິດສະຖານເສົາຫໍໄຕຫລັງເກົ່າທີ່ຫລົງເຫລືອຈາກການທໍາລາຍຂອງເຮືອບິນເຊີ່ງຫໍໄຕຫລັງເກົ່າທີ່ມີອາຍຸ 200 ກວ່າປີ ຍັງເຫລືອ 29 ຕົ້ນ ແລະ ອື່ນໆ ເຊີ່ງມາຮອດປັດຈຸບັນໄດ້ສໍາເລັດຮຽບຮ້ອຍແລ້ວ. ຂະນະທີ່ອົງການປົກຄອງແຂວງພວມສົມທົບກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກະກຽມຈັດພິທີປະກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນມໍລະດົກແຫ່ງຊາດທາງດ້ານວັດທະນະທໍາລະດັບທ້ອງຖິ່ນ ໂດຍຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 5-9 ເມສາ 2022.

ທ່ານຮອງເຈົ້າແຂວງ ໃຫ້ຮູ້ຕື່ມວ່າ: ສໍາລັບກິດຈະກໍາທີ່ຈະຈັດຂຶ້ນໃນໂອກາດປະ ກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃນຄັ້ງນີ້ ມີຫລາຍຢ່າງ ເປັນຕົ້ນ: ງານວາງສະແດງສິນຄ້າຂອງປະຊາຊົນພາຍໃນແຂວງ, ການປະກວດນັກຮຽນ-ໝໍລໍາ, ການແຫ່ພະໄຕປີດົກ-ໜັງສືຜູກໃບລານ, ແຫ່ຫໍຜາສາດເຜີ້ງ ແລະ ອື່ນໆ

ເພື່ອສ້າງຄວາມເບີກບານມ່ວນຊື່ນ ກໍຄື ດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ແຂວງສາລະວັນ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ເປັນການປະກອບສ່ວນສໍາຄັນເຮັດໃຫ້ຫໍໄຕແຫ່ງນີ້ກາຍເປັນຄັງຄວາມຮູ້ທາງດ້ານພຸດທະສາສະໜາ ແລະ ເປັນສະຖານສະສົມ ຫລື ເກັບຮັກສາໄວພະໄຕປີດົກ-ໜັງສືຜູກໃບລານຄົງຢູ່ຄູ່ກັບຊາວພຸດທະສາສະໜາຕະ ຫລອດໄປ.
Cr: ບຸນຕຽງ ຈັນທະວົງ