ອັດຕະປື ຢັນສະເໝີ ຫຼວງພະບາງ ໄດ້ສໍາເລັດ ກອດຄໍເຂົ້າຮອບ 8 ທີມສຸດທ້າຍ ໃນບານເຕະທົ່ວປະເທດ

109

ທີມບານເຕະຊາຍ ແຂວງອັດຕະປື ສາມາດຢັນສະເໝີ ແຂວງຫຼວງພະບາງ 0-0 ໃນສຸດທ້າຍຂອງກຸ່ມ ໃນວັນທີ 11 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມໃນ ເຮັດໃຫ້ເກັບເພີ່ມເປັນ 5 ຄະແນນຜ່ານເຂົ້າຮອບ 8 ທີມສຸດທ້າຍໄດ້ສໍາເລັດໃນຖານະຮອງແຊັມກຸ່ມ ຄ, ສ່ວນຫຼວງພະບາງ ມີ 7 ຄະແນນເຂົ້າຮອບໃນຖານະແຊັມກຸ່ມ ຄ.

ສ່ວນ ໄຊຍະບູລີ ເຮັດດີທີ່ສຸດແລ້ວຊະນະ ຫຼວງນໍ້າທາ 4-1 ນັດສົ່ງທ້າຍໃນມື້ນີ້ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສະໜາມນອກ ແຕ່ບໍ່ພຽງຕໍ່ການເຂົ້າຮອບ ເນື່ອງຈາກມີ 4 ຄະແນນຕົກຮອບເຊັ່ນດຽວກັບ ຫຼວງນໍ້າທາ ມີມີພຽງ 1 ຄະແນນຈາກ 3 ນັດ.