ແສງວິໄລ ຍິງປະຕູໄຊພາ ນະຄອນຫຼວງ ບຽດຊະນະ ສາລະວັນ ເກັບໄຊຊະນະ 2 ນັດລວດ

121

ທີມບານເຕະຊາຍ ນະຄອນຫຼວງວຽງຈັນ ບຽດເອົາຊະນະ ເອົາຊະນະ ແຂວງສາລະວັນ 1-0 ໃນການແຂ່ງຂັນບານເຕະທົ່ວປະເທດ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີທີ່ນະຄອນຫຼວງວຽງຈັນ ປະຈໍາວັນທີ 11 ພະຈິກ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເດີ່ນນອກ.

ນັດດັ່ງກ່າວ ເຄິ່ງເວລາທໍາອິດທັງສອງທີມຫຼິ້ນໄດ້ຢ່າງສູສີ ຕ່າງຝ່າຍຕ່າງມີໂອກາດ ກ່ອນຈົບເຄິ່ງເວລາທໍາອິດສະເໝີກັນ 0-0, ສ່ວນເຄິ່ງເວລາທີ 2 ນະຄອນຫຼວງວຽງຈັນ ເລີ່ມລິ້ນດີຂຶ້ນ ແລະ ໄດ້ໂອກາດບຸກຕໍ່ເນື່ອງ, ສ່ວນ ສາລະວັນ ກໍສ້າງໂອກາດໄດ້ດີເຊັ່ນກັນ.

ແຕ່ໄລຍະທ້າຍການແຂ່ງຂັນ ນະຄອນຫຼວງວຽງຈັນ ໄດ້ຈຸດໂທດ ແລະ ເປັນ ແສງວິໄລ ຈັນທະສິລິ ກອງໜ້າຈາກສະໂມສອນ ເມືອງຫາດ ຢູໄນເຕັດ ທີມອັນດັບ 3 ບານເຕະລາວລີກ 2 ຮັບໜ້າທີ່ຍິງເຂົ້າໄປ ຊ່ວຍໃຫ້ ນະຄອນຫຼວງວຽງຈັນ ເອົາຊະນະໄປ ເກັບເພີ່ມເປັນ 7 ຄະແນນຈາກ 3 ນັດເກັບໂອກາດເຂົ້າຮອບສົດໃສ ພ້ອມຢຶດທີມນໍາກຸ່ມ ກ, ສ່ວນສາລະວັນ ມີ 3 ຄະແນນຈາກ 2 ນັດຢູ່ອັນດັບ 2 ຊົ່ວຄາວ (ລໍຖ້າຄູ່ລະຫວ່າງ ຄໍາມ່ວນ ພົບກັບ ຊຽງຂວາງ ທີ່ກໍາລັງແຂ່ງຂັນ)