ລາວຄາຍຢວນ ມອບປຸ໋ຍ ໃຫ້ຊາວບ້ານທີ່ຢູ່ອ້ອມຂ້າງເຂດໂຄງການ

27

ບໍລິສັດລາວຄາຍຢວນ ບໍ່ແຮ່ ຈໍາກັດ ໄດ້ນຳເອົາປຸ໋ຍໂປຕາສ ທີ່ມີຄຸນນະພາບສູງລວມມູນຄ່າທັງໝົດ 228 ລ້ານກວ່າກີບໄປມອບໃຫ້ແກ່ 7 ບ້ານໃນເຂດອ້ອມຂ້າງໂຄງການຄື : ບ້ານນາມະລາດ, ບ້ານໂຄກເຫັດ, ບ້ານຍາງໂກມ, ບ້ານທ່າເດື່ອ, ບ້ານທ່າງາມ, ບ້ານໜອງຜື ແລະ ບ້ານໜອງໝ້ຽງ ເພື່ອນຳໃຊ້ເຂົ້າໃນການຜະລິດກະສິກໍາໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2024 ຢູ່ທີ່ໂຮງຮຽນປະຖົມບ້ານນາມະລາດ ເມືອງທ່າແຂກ ໂດຍມີບັນດາຫົວໜ້າພະແນກການກ່ຽວຂ້ອງຂອງແຂວງ, ການນຳຂອງເມືອງ, ຂະແໜງ ການກ່ຽວຂ້ອງ, ອຳນາດການປົກຄອງບ້ານເປົ້າໝາຍ ພ້ອມດ້ວຍຄະນະຮັບຜິດຊອບຈາກບໍລິສັດເຂົ້າຮ່ວມ.

May be an image of one or more people and text
ທ່ານ ລ່າຍ ເສົາ ເຫວິນ ຮອງຜູ້ອໍານວຍການບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດໄດ້ມີຄໍາເຫັນຕໍ່ພິທີວ່າ : ກິດຈະກໍາ ມອບປຸ໋ຍໂປຕາສຄັ້ງນີ້ ເພື່ອແນໃສ່ຊຸກຍູ້ຊ່ວຍເຫຼືອໃຫ້ປະຊາຊົນພາຍໃນບ້ານຂອບເຂດໂຄງການໄດ້ມີລາຍຮັບ ແລະ ຜົນເກັບກ່ຽວທີ່ເພີ່ມຂຶ້ນ ເຊິ່ງປະຈຸບັນກໍ່ແມ່ນຊ່ວງລະດູຝົນຂອງລາວເຮົາ ເປັນລະດູເຮັດນາຫວ່ານກ້າຂອງປະຊາຊົນ, ສະນັ້ນ ເພື່ອຕອບແທນປະຊາຊົນພາຍໃນບ້ານອ້ອມຂ້າງທີ່ໄດ້ຊ່ວຍເຫຼືອຊຸກຍູ້ບໍລິສັດຕະຫຼອດມາ, ທາງບໍລິສັດພວກເຮົາຈຶ່ງໄດ້ຈັດກິດຈະກຳມອບປຸ໋ຍໂປຕາສ ໃຫ້ປະຊາຊົນໄດ້ນໍາໃຊ້ເຂົ້າໃນການປູກຝັງ, ນີ້ກໍແມ່ນນໍ້າໃຈອັນເລັກໆ ນ້ອຍໆ ທີ່ທາງບໍລິສັດມອບໃຫ້ ເພື່ອສະແດງຄວາມຂອບໃຈມາຍັງບັນດາທ່ານ ແລະ ຫວັງວ່າ ປຸ໋ຍລາວຄາຍຢວນ ຂອງພວກເຮົາ ຈະເຮັດໃຫ້ ຜົນລະປູກຂອງພວກທ່ານ ເພີ່ມພູມ ແລະ ໄດ້ຮັບໜາກຜົນ ການເກັບກ່ຽວທີ່ດີ.

May be an image of 4 people, lumberyard and text

ບໍລິສັດລາວຄາຍຢວນຂອງພວກເຮົາ ເປັນວິສາຫະກິດໜຶ່ງທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ປະຕິບັດໜ້າທີ່ຮັບຜິດຊອບທາງສັງຄົມຢ່າງຫ້າວຫັນ ເຊິ່ງເດີນຕາມແນວທາງນະໂຍບາຍແຫ່ງຊາດທີ່ວ່າໜຶ່ງແລວທາງໜຶ່ງເສັ້ນທາງ. ນອກນີ້ ຍັງໄດ້ມອບຄູ່ມືການນໍາໃຊ້ ແລະ ການເກັບຮັກສາ ເພື່ອໃຫ້ໄດ້ສຶກສາປະຕິບັດຕາມ ແລະ ປັບປຸງຄຸນນະພາບດິນໃຫ້ດີຂຶ້ນຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບໃນການປາບສັດຕູພືດ, ຍົກລະດັບຜົນລະປູກ.

May be an image of 5 people, lumberyard and text
ໃນພິທີຕາງໜ້າອໍານາດການປົກຄອງບັນດາບ້ານດັ່ງກ່າວຍັງໄດ້ຂຶ້ນກ່າວສະແດງຄວາມຂອບໃຈມາຍັງບໍລິສັດທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ອີກດ້ວຍ.