ໃນໄລຍະ 6 ເດືອນ ຕົ້ນປິີ 2024 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈໍາປາສັກ ທັງໝົດ 132.505 ຄົນ, ໃນນັ້ນ ນັກທ່ອງທ່ຽວສາກົນ 97.035 ຄົນ ສາມາດສ້າງລາຍຮັບໄດ້ຫຼາຍກວ່າ 26 ໂດລາສະຫະລັດ, ທຽບໃສ່ແຜນການປະຕິບັດໄດ້ 40%.

ວັນທີ 4 ກໍລະກົດ 2024, ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2024 ໃນ 6 ເດືອນຕົ້ນປີ ຕິດພັນກັບບັນຫາຫຍຸ້ງຍາກໃນຂະແໜງການທ່ອງທ່ຽວ. ຂຶ້ນຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍການເປັນປະທານຂອງ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ.

ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ຖວທ ແຂວງ ຜູ້ຊີ້ນໍາວຽກງານທ່ອງທ່ຽວ ໄດ້ລາຍງານການຕັ້ງປະຕິບັດກິດຈະກຳສົ່ງເສີມປີທ່ອງທ່ຽວ ປີ 2024 ໃນ 6 ເດືອນຕົ້ນປີ ໂດຍຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ວ່າ: ໃນໄລຍະ 6 ເດືອນຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈໍາປາສັກ ທັງໝົດ 132.505 ຄົນ, ໃນນັ້ນ, ນັກທ່ອງທ່ຽວພາຍໃນ 19.553 ຄົນ, ນັກທ່ອງທ່ຽວຊາຍແດນ 15.917 ຄົນ, ນັກທ່ອງທ່ຽວສາກົນ 97.035 ຄົນ, ສາມາດສ້າງລາຍຮັບໄດ້ 26,2ລ້ານ ໂດລາສະຫະລັດ,ທຽບໃສ່ແຜນການປະຕິບັດໄດ້ 40%.

ນອກນີ້ ຍັງຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານການທ່ອງທ່ຽວໃນໄລຍະຜ່ານມາ ຕົ້ນຕໍແມ່ນ ວຽກງານການພັດທະນາ, ວຽກງານຄຸ້ມຄອງການທ່ອງທ່ຽວ, ສະພາບບັນຫາ ແລະ ຂໍ້ຫຍຸ້ງຍາກ ຕິດພັນກັບວຽກງານທ່ອງທ່ຽວໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ຜ່ານທິດທາງແຜນການ 6 ເດືອນທ້າຍປີ ຕື່ມອີກ.

ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການລາຍງານການຕອບສະໜອງດ້ານງົບປະມານຂອງແຂວງ ແກ່ ວຽກງານການສົ່ງເສີມປີທ່ອງທ່ຽວ 2024; ລາຍງານການພັດທະນາ, ປັບປຸງ 2 ແຫຼ່ງທ່ອງທ່ຽວ ຄື: ນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ເພື່ອດຶງດູດນັກທ່ອງທ່ຽວ; ລາຍງານການປັບປຸງການຂົນສົ່ງໂດຍສານ ແລະ ລົດບໍລິການ ທ່ອງທ່ຽວ, ການຈັດສັນຄິວລົດ ແລະ ການປັບປຸງເສັ້ນທາງ ເຂົ້າສູ່ແຫຼ່ງທ່ອງທ່ຽວ; ລາຍງານການຄຸ້ມຄອງລາຄາສີນຄ້າ ແລະ ການສົ່ງເສີມເຄື່ອງ ທີ່ລະນຶກ ເພື່ອການທ່ອງທ່ຽວ; ລາຍງານການຈັດກິດຈະກຳສົ່ງເສີມການທ່ອງທ່ຽວຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຢູ່ບັນດາເມືອງ - ນະຄອນ; ລາຍງານການອໍານວນຄວາມສະດວກໃນການເຂົ້າ – ອອກຂອງນັກທ່ອງທ່ຽວ; ລາຍງານການປັບປຸງສາມາຄົມ, ການຮ່ວມມືຂອງຜູ້ປະກອບການທຸລະກິດພາຍໃນ ເພື່ອຕໍ່ລອງກັບທຸລະກິດໃນພາກພື້ນ ແລະ ສາກົນ.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ມີຄໍາເຫັນ ຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃນການປະຕິບັດກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2024 ໃນ 6 ເດືອນທ້າຍປີ.